Theravāda Bhikkhupātimokkhaພິກຂຸປາຕິໂມກ ເຖລະວາດ
Pubbakaraṇaṁບຸບພະກອນ (ທຸລະທີ່ຕ້ອງເຮັດໃນທຳອິດ)
Sammajjanī padīpo ca, udakaṁ āsanena ca; uposathassa etāni, “pubbakaraṇa”nti vuccati.ການປັດກວາດໂຮງອຸໂບສົດ ການໃຕ້ທຽນ ການຕັ້ງນ້ຳໃຊ້ນ້ຳສັນ ແລະການປູຜ້ານັ່ງ; ຄື ອົງຂອງບຸບພະກອນຂອງອຸໂບສົດຖທັງ ໔ ຢ່າງ.
Pubbakiccaṁບຸບພະກິດ (ທຸລະທີ່ຕ້ອງເຮັດກ່ອນ)
Chanda, pārisuddhi, utukkhānaṁ, bhikkhugaṇanā ca ovādo; uposathassa etāni, “pubbakicca”nti vuccati.ການນຳສັນທະມາ ການບອກຄວາມບໍລິສຸດ ການບອກລະດູ ແລະການໃຫ້ໂອວາດພິກຂຸ; ຄື ອົງຂອງບຸບພະກິດທັງ ໔ ຢ່າງ.
Pattakallaaṅgāຄວາມພັ່ງພ້ອມ
Uposatho, yāvatikā ca bhikkhū kammappattā; sabhāgāpattiyo ca na vijjanti;ມີອົງ ໔ ຄື ເປັນມື້ອຸໂບສົດ ເປັນພິກຂຸຜູ້ຄວນເຖິງກຳ; ເປັນຜູ້ທີ່ບໍ່ຕ້ອງສະພາກາບັດ; Vajjanīyā ca puggalā tasmiṁ na honti, “pattakalla”nti vuccati.ບຸກຄົນຜູ້ຄວນເວັ້ນ ບໍ່ມີໃນຫັດຖະບາດສົງນັ້ນ.
Pubbakaraṇapubbakiccāni samāpetvā desitāpattikassa samaggassa bhikkhusaṅghassa anumatiyā pātimokkhaṁ uddisituṁ ārādhanaṁ karoma.
desitāpattikassa samaggassa → imassa nisinnassa (mm) | pātimokkhaṁ uddisituṁ ārādhanaṁ karoma → pāṭimokkhaṁ uddesituṁ ajjhesanaṁ karomi (mm)ຂ້ານ້ອຍຂໍເຊື້ອເຊີນ ຜູ້ທໍາບຸບພະກອນບຸບພະກິດສຳເລັດດີແລ້ວທີ່ຢູ່ທີ່ນີ້ ຜູ້ພ້ອມພຽງກັນ ຜູ້ມີອາບັດອັນຖືກບອກເທສະໜາແລ້ວ ເພື່ອສວດປາຕິໂມກ ໂດຍອະນຸມັດແຫ່ງໝູ່ພິກຂຸສົງ.
Nidānuddesoນິທານຸດເທສະ (ຄຳຂະຫຍາຍຄວາມ)
Suṇātu me bhante saṅgho.ຂ້າແຕ່ພິກຂຸສົງຜູ້ຈະເລີນ ຂໍຈົ່ງຟັງເຖີດ.
Ajjuposatho pannaraso,
pannaraso → paṇṇaraso (mm)ອຸໂບສົດມື້ນີ້ທີ່ ໑໕,
yadi saṅghassa pattakallaṁ, saṅgho uposathaṁ kareyya, pātimokkhaṁ uddiseyya.
pattakallaṁ → pattakalilaṁ (mm) | pātimokkhaṁ → pāṭimokkhaṁ (mm)ຖ້າຄວາມພັ່ງພ້ອມຂອງສົງເຖິງທີ່ແລ້ວ ເຮົາທັງຫຼາຍຄວນເຮັດອຸໂບສົດ ຄວນສະແດງຊຶ່ງປາຕິໂມກນຳກັນ.
Kiṁ saṅghassa pubbakiccaṁ?ບຸບພະກິດອັນໃດໆ ຂອງສົງກໍເຮັດສຳເລັດແລ້ວບໍ?
Pārisuddhiṁ āyasmanto ārocetha,ທ່ານທັງຫຼາຍຄວນບອກຄວາມບໍລິສຸດ,
pātimokkhaṁ uddisissāmi,
pātimokkhaṁ → pāṭimokkhaṁ (mm)ຂ້ານ້ອຍຈັກສະແດງຊຶ່ງປາຕິໂມກ,
taṁ sabbeva santā sādhukaṁ suṇoma manasi karoma.ອັນພວກເຮົາທັງຫລາຍ ຈົ່ງຟັງ ຈົ່ງໃສ່ໃຈຊຶ່ງປາຕິໂມກນັ້ນ ໃຫ້ສຳເລັດປະໂຫຍດ.
Yassa siyā āpatti, so āvikareyya,ຜູ້ໃດຫາກມີອາບັດ ຜູ້ນັ້ນກໍຄວນເປີດເຜີຍເສຍ,
asantiyā āpattiyā tuṇhī bhavitabbaṁ,
āpattiyā → āpāttiyā (mm)ເມື່ອອາບັດບໍ່ມີ ກໍຄວນນິ່ງຢູ່,
tuṇhībhāvena kho panāyasmante “parisuddhā”ti vedissāmi.ກໍເພາະຄວາມເປັນຜູ້ນິ່ງແລ ຂ້ານ້ອຍຈັກຮູ້ວ່າທ່ານທັງຫຼາຍວ່າ ເປັນຜູ້ບໍລິສຸດ.
Yathā kho pana paccekapuṭṭhassa veyyākaraṇaṁ hoti, evamevaṁ evarūpāya parisāya yāvatatiyaṁ anusāvitaṁ hoti.ກໍການສວດປະກາດໃຫ້ໄດ້ຍິນມີກຳນົດ ໓ ເທື່ອ ໃນບໍລິສັດເຫັນຄືນີ້ຢ່າງນີ້ ເປັນເໝືອນຖືກຖາມຕອບສະເພາະອົງ.
Yo pana bhikkhu yāvatatiyaṁ anusāviyamāne saramāno santiṁ āpattiṁ nāvikareyya, sampajānamusāvādassa hoti.ກໍພິກຂຸໃດເມື່ອສວດປະກາດຈົບເທື່ອທີ່ ໓ ລະນຶກ (ອາບັດ) ໄດ້ຢູ່ ບໍ່ເປີດເຜີຍອາບັດຊຶ່ງມີຢູ່ ຮູ້ຕົວເວົ້າບໍ່ຈິງແທ້ຄວາມຜິດຍ່ອມມີແກ່ທ່ານນັ້ນ.
Sampajānamusāvādo kho panāyasmanto antarāyiko dhammo vutto bhagavatā,ທ່ານທັງຫຼາຍ ກໍຮູ້ຕົວເວົ້າຕົ໋ວແລ ພຣະຜູ້ມີພຣະພາກເຈົ້າເວົ້າວ່າ ເປັນທຳທີ່ເຮັດອັນຕະລາຍ,
tasmā saramānena bhikkhunā āpannena visuddhāpekkhena santī āpatti āvikātabbā,
visuddhāpekkhena → visuddharāpekkhena (mm)ເພາະສະນັ້ນ ເມື່ອພິກຂຸຕ້ອງອາບັດແລ້ວລະນຶກໄດ້ ຫວັງຄວາມບໍລິສຸດ ຄວນເປີດເຜີຍອາບັດຊຶ່ງມີຢູ່,
āvikatā hissa phāsu hoti.ເພາະການເປີດເຜີຍອາບັດແລ້ວ ຄວາມສະບາຍຍ່ອມມີແກ່ທ່ານ.
Uddiṭṭhaṁ kho āyasmanto nidānaṁ.ຂ້ານ້ອຍພຽງສະແດງໂດຍສະຫລຸບເທົ່ານັ້ນ ໃນຂໍ້ຄວາມເບື້ອງຕົ້ນ. Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຂໍຖາມທ່ານທັງຫຼາຍ ໃນຂໍ້ເຫຼົ່ານັ້ນ ທ່ານທັງຫຼາຍເປັນຜູ້ບໍລິສຸດແລ້ວບໍ່? dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຊໍຖາມແມ່ນວ່າເທື່ອທີ່ ໒ ທ່ິນທັງຫຼາຍເປັນຜູ້ບໍລຶສຸດແລ້ວບໍ່? tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຊໍຖາມແມ່ນວ່າເທື່ອທີ່ ໓ ທ່ານທັງຫຼາຍເປັນຜູ້ບໍລຶສຸດແລ້ວບໍ່? parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.ທ່ານທັງຫຼາຍເປັນຜູ້ບໍລຶສຸດໃນຂໍ້ເຫຼົ່ານີ້ແລ້ວ ເຫດນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Nidānaṁ niṭṭhitaṁ.ຂໍ້ຄວາມເບື້ອງຕົ້ນ ສຸດແລ້ວ.
Pārājikuddesoປາລາຊິກຸທະເທໂສ
Tatrime cattāro pārājikā dhammā uddesaṁ āgacchanti.ອາບັດທັງຫຼາຍຊື່ວ່າປາລາຊິກ ໔ ເຫຼົ່ານີ້ ຍ່ອມມາສູ່ອຸດເທດໃນປາຕິໂມກນັ້ນ.
Pārājika 1. Methunadhammaປາລາຊິກ ໑. ເມຖຸນທຳ
Yo pana bhikkhu bhikkhūnaṁ sikkhāsājīvasamāpanno sikkhaṁ appaccakkhāya dubbalyaṁ anāvikatvā methunaṁ dhammaṁ paṭiseveyya, antamaso tiracchānagatāyapi, pārājiko hoti asaṁvāso.ອັນນຶ່ງ ພິກຂຸໃດເຖິງພ້ອມດ້ວຍສິກຂາທຳນຽມລ້ຽງຊີບຮ່ວມກັນ ຂອງພິກຂຸທັງຫຼາຍຍັງບໍ່ກ່າວຄືນສິກຂາ ບໍ່ໄດ້ເຮັດໃຫ້ແຈ້ງຄວາມເປັນຜູ້ຖອຍກຳລັງ (ຄື ຄວາມທໍ້ແທ້) ຄວນເສບເມຖຸນທຳ ໂດຍທີ່ສຸດແມ່ນວ່າໃນດິຣັດສານຕົວເມຽ ພິກຂຸນີ້ຕ້ອງອາບັດປາລາຊິກ ບໍ່ມີສັງວາດ.
Pārājika 2. Adinnādānaປາລາຊິກ ໒. ອທິນນາທານະ
Yo pana bhikkhu gāmā vā araññā vā adinnaṁ theyyasaṅkhātaṁ ādiyeyya,ອັນນຶ່ງ ພິກຂຸໃດຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້ ເປັນສ່ວນໂຈນກຳ ຈາກເຮືອນກໍດີຈາກປ່າກໍດີ,
yathārūpe adinnādāne rājāno coraṁ gahetvā haneyyuṁ vā bandheyyuṁ vā pabbājeyyuṁ vā corosi bālosi mūḷhosi thenosīti, tathārūpaṁ bhikkhu adinnaṁ ādiyamāno
ādiyamāno → āditayamāno (mm)ພຣະລາຊາຈັບໂຈນໄດ້ແລ້ວ ຂ້າເສຽແດ່ ຈຳຂັງໄວ້ແດ່ ເນລະເທດເສຽແດ່ ດ້ວຍປັບໂທດວ່າ ເຈົ້າເປັນໂຈນ ເຈົ້າເປັນຄົນພານ ເຈົ້າເປັນຄົນຫຼົງ ເຈົ້າເປັນຄົນຂະໂມຍ ດັ່ງນີ້ ເພາະຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້ເຫັນປານໃດ ພິກຂຸຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້ເຫັນຄືນັ້ນ
ayampi pārājiko hoti asaṁvāso.ແມ່ນວ່າພິກຂຸນີ້ ກໍຕ້ອງອາບັດປາລຣາຊິກ ຫາສັງວາດບໍ່ໄດ້.
Pārājika 3. Manussaviggahaປາລາຊິກ ໓. ມນຸດສະວິຄກະຫະ
Yo pana bhikkhu sañcicca manussaviggahaṁ jīvitā voropeyya, satthahārakaṁ vāssa pariyeseyya, maraṇavaṇṇaṁ vā saṁvaṇṇeyya, maraṇāya vā samādapeyyaອັນນຶ່ງ ພິກຂຸໃດແກ້ງພາກກາຍມະນຸດຈາກຊີວິດຫຼືສະແຫວງຫາສັດຕຣາອັນຈະນຳ (ຊີວິດ) ເສຽໃຫ້ແກ່ກາຍມະນຸດນັ້ນ ຫຼືພັນະນາທ່ານແຫ່ງຄວາມຕາຍຫຼືຊັກຊວນເພື່ອຄວາມຕາຍດ້ວຍຄຳວ່າ “ambho purisa kiṁ tuyhiminā pāpakena dujjīvitena, mataṁ te jīvitā seyyo”ti,“ແນ່ະ ນາຍຜູ້ເປັນຊາຍ ມີປະໂຫຍດຫຍັງແກ່ທ່ານດ້ວຍຊີວິດອັນຊົ່ວນີ້ ທ່ານຕາຍເສຽດີກວ່າເປັນຢູ່”, iti cittamano cittasaṅkappo anekapariyāyena maraṇavaṇṇaṁ vā saṁvaṇṇeyya, maraṇāya vā samādapeyya,ດັ່ງນີ້ນາງມີຈິດໃຈ ມີຈິດດຳລິຢ່າງນີ້ ພັນະນາທ່ານແຫ່ງຄວາມຕາຍກໍດີ ຊັກຊວນເພື່ອຄວາມຕາຍກໍດີ ໂດຍຫຼາຍໄນ, ayampi pārājiko hoti asaṁvāso.ແມ່ນວ່າພິກຂຸນີ້ ກໍຕ້ອງອາບັດປາຣາຊິກ ຫາສັງວາດບໍ່ໄດ້.
Pārājika 4. Uttarimanussadhammaປາລາຊິກ ໔. ອຸດຕະຣິມະນຸດສະທຳ
Yo pana bhikkhu anabhijānaṁ uttarimanussadhammaṁ attupanāyikaṁ alamariyañāṇadassanaṁ samudācareyya “iti jānāmi, iti passāmī”ti,
attupanāyikaṁ → attūpanāyikaṁ (mm)ອັນນຶ່ງ ພິກຂຸໃດບໍ່ຮູ້ສະເພາະ (ຄືບໍ່ຮູ້ຈິງ) ກ່າວອວດອຸດຕະຣິມະນຸດສະທຳ ອັນເປັນຄວາມເຫັນຢ່າງປະເສີດ ຢ່າງສາມາດນ້ອມເຂົ້າໃນຕົວວ່າ ຂ້ານ້ອຍຮູ້ຢ່າງນີ້ ຂ້ານ້ອຍເຫັນຢ່າງນີ້,
tato aparena samayena samanuggāhīyamāno vā asamanuggāhīyamāno vā āpanno visuddhāpekkho evaṁ vadeyya “ajānamevaṁ āvuso avacaṁ jānāmi, apassaṁ passāmi, tucchaṁ musā vilapi”nti,
samanuggāhīyamāno → samanuggāhiyamāno (mm) | asamanuggāhīyamāno → asamanuggāhiyamāno (mm)ຄັ້ນສະໄໝອື່ນ ແຕ່ນັ້ນ ອັນຜູ້ໃດ ຜູ້ໜຶ່ງ ເຊື່ອກໍຕາມ ບໍ່ເຊື່ອກໍຕາມ ກໍເປັນອັນຕ້ອງອາບັດແລ້ວ ມຸ່ງຄວາມໝົດຈົດ (ຄື ພົ້ນໂທດ) ຈະຄວນກ່າວຢ່າງນີ້ວ່າ “ແນ່ະທ່ານ ຂ້ານ້ອຍບໍ່ຮູ້ ໄດ້ກ່າວວ່າ ຮູ້ ບໍ່ເຫັນໄດ້ກ່າວວ່າເຫັນໄດ້ເວົ້າພ່ອຍໆ ເປັນບໍ່ຈິງບໍ່ໆ”,
aññatra adhimānā,ເວັ້ນໄວ້ແຕ່ວ່າສຳຄັນວ່າໄດ້ບັນລຸ,
ayampi pārājiko hoti asaṁvāso.ແມ່ນວ່າພິກຂຸນີ້ ກໍເປັນປາລາຊິກ ຫາສັງວາດບໍ່ໄດ້.
Uddiṭṭhā kho āyasmanto cattāro pārājikā dhammā.ທ່ານທັງຫຼາຍ ປາລາຊິກ ໔ ອັນຂ້ານ້ອຍໄດ້ສະແດງຂຶ້ນແລ້ວແລ.
Yesaṁ bhikkhu aññataraṁ vā aññataraṁ vā āpajjitvā na labhati bhikkhūhi saddhiṁ saṁvāsaṁພິກຂຸຕ້ອງອາບັດເຫຼົ່າໄດເລົ່າ ອັນໃດອັນໜຶ່ງແລ້ວຍ່ອມບໍ່ໄດ້ສັງວາດກັບດ້ວຍພິກຂຸທັງຫຼາຍ
yathā pure, tathā pacchā, pārājiko hoti asaṁvāso.
asaṁvāso → asaṁvāvo (mm)ເໝືອນຢ່າງແຕ່ກ່ອນ ຕ້ອງອາບັດປາລາຊິກ ບໍ່ມີສັງວາດ.
Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍແມ່ນວ່າເທື່ອທີ່ ໒ ທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍແມ່ນວ່າເທື່ອທີ່ ໓ ທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.ທ່ານທັງຫຼາຍເປັນຜູ້ບໍຣິສຸດໃນຂໍ້ເຫຼົ່ານີ້ແລ້ວ ເຫດນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Pārājikaṁ niṭṭhitaṁປາລາຊິກ ສຸດແລ້ວ
Saṅghādisesuddesoສັງຄາທິເສສຸດເທໂສ
Ime kho panāyasmanto terasa saṅghādisesā dhammā uddesaṁ āgacchanti.ທ່ານທັງຫຼາຍ ຊື່ສັງຄາທິເສດ ໑໓ ເຫຼົ່ານີ້ແລ ຍ່ອມມາສູ່ອຸດເທດ.
Saṅghādisesa 1. Sukkavissaṭṭhiສັງຄາທິເສດ ໑. ສຸກກະວິດສັດຖິ
Sañcetanikā sukkavissaṭṭhi aññatra supinantā saṅghādiseso.ປ່ອຍສຸກກະເປັນໄປດ້ວຍຄວາມຈົ່ງໃຈ ເວັ້ນໄວ້ແຕ່ຝັນ ຕ້ອງອາບັດສັງຄາທິເສດ.
Saṅghādisesa 2. Kāyasaṁsaggaສັງຄາທິເສດ ໒. ກາຍະສັງສັກກະ
Yo pana bhikkhu otiṇṇo vipariṇatena cittena mātugāmena saddhiṁ kāyasaṁsaggaṁ samāpajjeyya hatthaggāhaṁ vā veṇiggāhaṁ vā aññatarassa vā aññatarassa vā aṅgassa parāmasanaṁ, saṅghādiseso.ອັນນຶ່ງ ພິກຂຸໃດກຳໜັດແລ້ວ ມີຈິດປັ່ນປ່ວນແລ້ວ ເຖິງຄວາມເຄ້າຄຶງດ້ວຍກາຍກັບເພດຍິງ, ຈັບມືກໍຕາມ ຈັບຕ້ອງຜົມກໍຕາມ ລູບຄລຳອະໄວຍະວະອັນໃດອັນໜຶ່ງກໍຕາມ ຕ້ອງອາບັດສັງຄາທິເສດ.
Saṅghādisesa 3. Duṭṭhullavācāສັງຄາທິເສດ ໓. ທຸຕະຖຸນລະວາ
Yo pana bhikkhu otiṇṇo vipariṇatena cittena mātugāmaṁ duṭṭhullāhi vācāhi obhāseyya yathā taṁ yuvā yuvatiṁ methunupasaṁhitāhi, saṅghādiseso.
methunupasaṁhitāhi saṅghādiseso → methunūpasañhitāhi saṅghādaseso (mm)ອັນນຶ່ງ ພິກຂຸໃດກຳໜັດແລ້ວ ມີຈິດປັ່ນປ່ວນແລ້ວ ເວົ້າກ້ຽວເພດຍິງດ້ວຍວາຈາຊົ່ວຫຍາບເໝືອນຊາຍໜຸ່ມເວົ້າກ້ຽວແມ່ຍິງສາວ ດ້ວຍວາຈາພາດພິງເມຖຸນ ຕ້ອງອາບັດສັງຄາທິເສດ.
Saṅghādisesa 4. Attakāmapāricariyaສັງຄາທິເສດ ໔. ອັດຕະກາມະປາຣິຈະຣິຍະ
Yo pana bhikkhu otiṇṇo vipariṇatena cittena mātugāmassa santike attakāmapāricariyāya vaṇṇaṁ bhāseyya “etadaggaṁ bhagini pāricariyānaṁ yā mādisaṁ sīlavantaṁ kalyāṇadhammaṁ brahmacāriṁ etena dhammena paricareyyā”ti methunupasaṁhitena, saṅghādiseso.
methunupasaṁhitena → methunūpasañhitena (mm)ອັນນຶ່ງ ພິກຂຸໃດກຳໜັດແລ້ວ ມີຈິດປັ່ນປ່ວນແລ້ວ ກ່າວຄຸນແຫ່ງການບຳເລີຕົນດ້ວຍກາມໃນສຳນັກແມ່ຍິງ ດ້ວຍຖ້ອຍຄຳພາດພິງເມຖຸນວ່າ “ນ້ອງແມ່ຍິງແມ່ຍິງໃດບຳເລີຜູ້ປະພຶດພົນມະຈັນ ມີສິນມີກັນລະຍານະທຳເຊັ່ນເຮົາດ້ວຍທຳນັ້ນ ນັ້ນເປັນຍອດແຫ່ງຄວາມບຳເລີທັງຫຼາຍ ຕ້ອງອາບັດສັງຄາທິເສດ.
Saṅghādisesa 5. Sañcarittaສັງຄາທິເສດ ໕. ສັນຈະລິດຕະ
Yo pana bhikkhu sañcarittaṁ samāpajjeyya itthiyā vā purisamatiṁ purisassa vā itthimatiṁ, jāyattane vā jārattane vā, antamaso taṅkhaṇikāyapi, saṅghādiseso.
itthimatiṁ → itthīmatiṁ (mm)ອັນນຶ່ງ ພິກຂຸໃດ ເຖິງຄວາມເປັນຜູ້ທ່ຽວສື່ (ບອກ) ຄວາມປະສົງຂອງຊາຍແກ່ແມ່ຍິງກໍດີ (ບອກ) ຄວາມປະສົງຂອງແມ່ຍິງແກ່ຊາຍກໍດີໃນຄວາມເປັນເມຽກໍຕາມ ໃນຄວາມເປັນຊູ້ກໍຕາມໂດຍທີ່ສຸດ (ບອກ) ແມ່ນວ່າແກ່ແມ່ຍິງແພດສະຍາ ອັນຈະຄວນຢູ່ຮ່ວມຊົ່ວຂະນະ ຕ້ອງອາບັດສັງຄາທິເສດ.
Saṅghādisesa 6. Kuṭikāraສັງຄາທິເສດ ໖. ກຸຕິກາລະ
Saññācikāya pana bhikkhunā kuṭiṁ kārayamānena assāmikaṁ attuddesaṁ pamāṇikā kāretabbā, tatridaṁ pamāṇaṁ, dīghaso dvādasa vidatthiyo sugatavidatthiyā, tiriyaṁ sattantarā,ອັນນຶ່ງ ພິກຂຸຈະໃຫ້ເຮັດກຸດີ ອັນຫາເຈົ້າຂອງບໍ່ໄດ້ ສະເພາະຕົນເອງ ດ້ວຍອາການຂໍເອົາເອງຄວນເຮັດໃຫ້ໄດ້ປະມານ; ນີ້ປະມານໃນອັນທຳກຸດີນັ້ນໂດຍຍາວ ໑໒ ຄືບ ໂດຍກວ້າງ ໗ ຄືບດ້ວຍຄືບສຸຄະຕະ (ວັດ) ຂ້າງໃນ,
bhikkhū abhinetabbā vatthudesanāya, tehi bhikkhūhi vatthu desetabbaṁ anārambhaṁ saparikkamanaṁ.
bhikkhūhi vatthu → bhikkhū vatthuṁ (mm)ຄວນນຳພິກຂຸທັງຫຼາຍໄປ ເພື່ອສະແດງທີ່ ພິກຂຸເຫຼົ່ານັ້ນ ຄວນສະແດງທີ່ອັນບໍ່ມີຜູ້ຈອງໄວ້ອັນມີຊານຮອບ.
Sārambhe ce bhikkhu vatthusmiṁ aparikkamane saññācikāya kuṭiṁ kāreyya, bhikkhū vā anabhineyya vatthudesanāya, pamāṇaṁ vā atikkāmeyya, saṅghādiseso.
saññācikāya → saññacikāya (mm)ຫາກພິກຂຸໃຫ້ເຮັດກຸດີດ້ວຍການຂໍເອົາເອງ ໃນທີ່ອັນມີຜູ້ຈອງໄວ້ ອັນຫາຊານຮອບບໍ່ໄດ້ຫຼືບໍ່ນຳພິກຂຸທັງຫຼາຍໄປ ເພື່ອສະແດງທີ່ຫຼືເຮັດໃຫ້ລ່ວງປະມານ ຕ້ອງອາບັດສັງຄາທິເສດ.
Saṅghādisesa 7. Vihārakāraສັງຄາທິເສດ ໗. ວິຫາລະກາລະ
Mahallakaṁ pana bhikkhunā vihāraṁ kārayamānena sassāmikaṁ attuddesaṁ bhikkhū abhinetabbā vatthudesanāya,ອັນນຶ່ງ ພິກຂຸຈະໃຫ້ເຮັດວິຫານໃຫຍ່ອັນມີເຈົ້າຂອງ ສະເພາະຕົນເອງ ຄວນນຳພິກຂຸທັງຫຼາຍໄປເພື່ອສະແດງທີ່,
tehi bhikkhūhi vatthu desetabbaṁ anārambhaṁ saparikkamanaṁ.
vatthu → vatthuṁ (mm)ພິກຂຸເຫຼົ່ານັ້ນ ຄວນສະແດງທີ່ອັນບໍ່ມີຜູ້ຈອງໄວ້ອັນມີຊານຮອບ.
Sārambhe ce bhikkhu vatthusmiṁ aparikkamane mahallakaṁ vihāraṁ kāreyya, bhikkhū vā anabhineyya vatthudesanāya, saṅghādiseso.ຫາກພິກຂຸໃຫ້ເຮັດວິຫານໃຫຍ່ໃນທີ່ ມີຜູ້ຈອງໄວ້ ຫາຊານຮອບບໍ່ໄດ້ ຫຼືບໍ່ນຳພິກຂຸທັງຫຼາຍໄປເພື່ອສະແດງທີ່ ຕ້ອງອາບັດສັງຄາທິເສດ.
Saṅghādisesa 8. Duṭṭhadosaສັງຄາທິເສດ ໘ ທຸດຖະໂທສະ
Yo pana bhikkhu bhikkhuṁ duṭṭho doso appatīto amūlakena pārājikena dhammena anuddhaṁseyya “appeva nāma naṁ imamhā brahmacariyā cāveyya”nti,ອັນນຶ່ງ ພິກຂຸໃດຂັດໃຈ ມີໂທສະບໍ່ແຊ່ມຊື່ນ ຕາມກຳຈັດ (ຄື ໂຈດ) ພິກຂຸດ້ວຍ ມີໂທດເຖິງປາລາຊິກ ອັນຫາມູນບໍ່ໄດ້ ດ້ວຍໝາຍໃຈວ່າ “ແມ່ນວ່າເຫດໃດເຮົາຈະເຮັດທ່ານໃຫ້ເຄື່ອນຈາກພົນມະຈັນນີ້ໄດ້”,
tato aparena samayena samanuggāhīyamāno vā asamanuggāhīyamāno vā amūlakañceva taṁ adhikaraṇaṁ hoti, bhikkhu ca dosaṁ patiṭṭhāti, saṅghādiseso.
samanuggāhīyamāno → samanuggāhiyamāno (mm) | asamanuggāhīyamāno → asamanuggāhiyamāno (mm)ຄັ້ນສະໄໝອື່ນ ແຕ່ນັ້ນ ອັນຜູ້ໃດຜູ້ໜຶ່ງຖືເອົາຕາມກໍຕາມ ບໍ່ຖືເອົາຕາມກໍຕາມ (ຄື ເຊື່ອບໍ່ເຊື່ອກໍຕາມ) ແຕ່ອະທິກອນນັ້ນ ເປັນເລື່ອງຫາມູນບໍ່ໄດ້ແລະພິກຂຸຍ່ອມຍຶດອິງໂທສະ ຕ້ອງອາບັດສັງຄາທິເສດ.
Saṅghādisesa 9. Aññabhāgiyaສັງຄາທິເສດ ໙. ອັນຍະພາຄິຍະ
Yo pana bhikkhu bhikkhuṁ duṭṭho doso appatīto aññabhāgiyassa adhikaraṇassa kiñcidesaṁ lesamattaṁ upādāya pārājikena dhammena anuddhaṁseyya “appeva nāma naṁ imamhā brahmacariyā cāveyya”nti,ອັນນຶ່ງ ພິກຂຸໃດຂັດໃຈ ມີໂທສະບໍ່ແຊ່ມຊື່ນ ຖືເອົາເອກເທດບາງແຫ່ງ ແຫ່ງອະທິກອນອັນເປັນເລື່ອງອື່ນໃຫ້ເປັນພຽງເລີດ ຕາມກຳຈັດພິກຂຸດ້ວຍ ທຳອັນມີໂທດເຖິງປາລາຊິກ ດ້ວຍໝາຍໃຈວ່າ “ແມ່ນວ່າເຫດໃດເຮົາຈະເຮັດທ່ານໃຫ້ເຄື່ອນຈາກພົນມະຈັນນີ້ໄດ້”,
tato aparena samayena samanuggāhīyamāno vā asamanuggāhīyamāno vā aññabhāgiyañceva taṁ adhikaraṇaṁ hoti kocideso lesamatto upādinno, bhikkhu ca dosaṁ patiṭṭhāti, saṅghādiseso.
samanuggāhīyamāno → samanuggāhiyamāno (mm) | asamanuggāhīyamāno → asamanuggāhiyamāno (mm)ຄັ້ນສະໄໝອື່ນ ແຕ່ນັ້ນ ອັນຜູ້ໃດຜູ້ອື່ນຖືເອົາຕາມກໍຕາມ ບໍ່ຖືເອົາຕາມກໍຕາມ (ຄື ເຊື່ອກໍຕາມບໍ່ເຊື່ອກໍຕາມ) ແຕ່ອະທິກອນນັ້ນເປັນເລື່ອງອື່ນເອກເທດບາງບ່ອນ ທ່ານຖືເອົາພໍເປັນເລດແລະພິກຂຸຂຸຍ່ອມຍືນຍັນອິງໂທສະ ໓ ຕ້ອງອາບັດສັງຄາທິເສດ.
Saṅghādisesa 10. Saṅghabhedaສັງຄາທິເສດ ໑໐. ສັງຄະເພດ
Yo pana bhikkhu samaggassa saṅghassa bhedāya parakkameyya, bhedanasaṁvattanikaṁ vā adhikaraṇaṁ samādāya paggayha tiṭṭheyya, so bhikkhu bhikkhūhi evamassa vacanīyo
adhikaraṇaṁ → (mm)ອັນນຶ່ງ ພິກຂຸໃດ ຕະກຽກຕະກາຍເພື່ອທຳລາຍສົງຜູ້ພ້ອມພຽງຫຼືຖືເອົາອະທິກອນ (ຄື ເລື່ອງ) ອັນເປັນເຫດແຕກກັນຍັ້ງຍືນຢູ່ ພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນເວົ້າຢ່າງນີ້ວ່າ
“māyasmā samaggassa saṅghassa bhedāya parakkami, bhedanasaṁvattanikaṁ vā adhikaraṇaṁ samādāya paggayha aṭṭhāsi,
māyasmā → mā āyasmā (mm) | samādāya → samadāya (mm)“ທ່ານຢ່າໄດ້ຕະກຽກຕະກາຍ ເພື່ອທຳລາຍສົງຜູ້ພ້ອມພຽງ ຫຼືຢ່າໄດ້ຖືເອົາອະທິກອນອັນເປັນເຫດແຕກກັນ ຍັ້ງຍືນຢູ່,
sametāyasmā saṅghena, samaggo hi saṅgho sammodamāno avivadamāno ekuddeso phāsu viharatī”ti,ຂໍທ່ານຈົ່ງພ້ອມພຽງດ້ວຍສົງ ເພາະວ່າສົງຜູ້ພ້ອມພຽງກັນ ປອງດອງກັນ ບໍ່ວິວາດກັນ ມີອຸດເທດດຽວກັນ (ຄື ຟັງພຣະປາຕິໂມກຮ່ວມກັນ) ຍ່ອມຢູ່ຜາສຸກ”,
evañca so bhikkhu bhikkhūhi vuccamāno tatheva paggaṇheyya, so bhikkhu bhikkhūhi yāvatatiyaṁ samanubhāsitabbo tassa paṭinissaggāya,ແລະພິກຂຸນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນີ້ ຍັງຢືນກາມຢູ່ຢ່າງນັ້ນເດ ພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນສວດສົມນຸພາດ (ຄື ປະກາດຫ້າມ) ກວ່າຈະຄົບ ໓ ເທື່ອເພື່ອໃຫ້ສະລະກຳນັ້ນເສຽ,
yāvatatiyañce samanubhāsiyamāno taṁ paṭinissajjeyya, iccetaṁ kusalaṁ,ຫາກທ່ານຖືກສວດສົມນຸພາດ ກວ່າຈະຄົບ ໓ ເທື່ອຢູ່ ສະລະກັມມ໌ນັ້ນເສຽສະລະໄດ້ຢ່າງນີ້ ນັ້ນເປັນການດີ,
no ce paṭinissajjeyya, saṅghādiseso.ຫາກທ່ານທັງຫລາຍບໍ່ສະລະເສຽ ຕ້ອງອາບັດສັງຄາທິເສດ.
Saṅghādisesa 11. Bhedānuvattakaສັງຄາທິເສດ ໑໑. ເພທານຸວັດຕະກະ
Tasseva kho pana bhikkhussa bhikkhū honti anuvattakā vaggavādakā eko vā dve vā tayo vā, te evaṁ vadeyyuṁອັນນຶ່ງ ມີພິກຂຸຜູ້ປະພຶດຕາມຜູ້ເວົ້າເຂົ້າກັນຂອງພິກຂຸນັ້ນແລ ໑ ຮູບແດ່ ໒ ຮູບແດ່ ໓ ຮູບແດ່ ໓ ທ່ານທັງຫຼາຍກ່າວຢ່າງນີ້ວ່າ
“māyasmanto etaṁ bhikkhuṁ kiñci avacuttha,
māyasmanto → mā āyasmanto (mm) | avacuttha → avacutthā (mm)“ຂໍທ່ານທັງຫຼາຍຢ່າໄດ້ກ່າວຄຳຫຍັງໆ ຕໍ່ພິກຂຸນັ້ນ,
dhammavādī ceso bhikkhu, vinayavādī ceso bhikkhu,ພິກຂຸນັ້ນກ່າວຖືກທຳດ້ວຍ ພິກຂຸນັ້ນກ່າວຖືກວິໄນດ້ວຍ,
amhākañceso bhikkhu chandañca ruciñca ādāya voharati, jānāti, no bhāsati, amhākampetaṁ khamatī”ti,ພິກຂຸນັ້ນຖືເອົາຄວາມພໍໃຈແລະຄວາມມັກໃຈຂອງພວກຂ້ານ້ອຍກ່າວດ້ວຍ ທ່ານຮູ້ (ໃຈ) ຂອງພວກຂ້ານ້ອຍຈຶ່ງເວົ້າຄຳທີ່ທ່ານກ່າວນີ້ ຍ່ອມຄວນ (ຄື ຖືກໃຈ) ແມ່ນວ່າແກ່ພວກຂ້ານ້ອຍ”,
te bhikkhū bhikkhūhi evamassu vacanīyāພິກຂຸເຫຼົ່ານັ້ນ ອັນພິກຂຸທັງຫຼາຍຄວນເວົ້າຢ່າງນີ້ວ່າ
“māyasmanto evaṁ avacuttha,
māyasmanto → mā āyasmanto (mm)“ທ່ານທັງຫຼາຍ ຢ່າໄດ້ກ່າວຢ່າງນັ້້ນ,
na ceso bhikkhu dhammavādī, na ceso bhikkhu vinayavādī,
dhammavādī → dhammāvādī (mm)ພິກຂຸນັ້ນບໍ່ແມ່ນຜູ້ກ່າວຖືກທຳດ້ວຍ ພິກຂຸນັ້ນບໍ່ແມ່ນຜູ້ກ່າວຖືກວິໄນດ້ວຍ,
māyasmantānampi saṅghabhedo ruccittha,
māyasmantānampi → mā āyasmantānampi (mm)ຄວາມທຳລາຍສົງຢ່າໄດ້ມັກ ແມ່ນວ່າແກ່ພວກທ່ານ,
sametāyasmantānaṁ saṅghena, samaggo hi saṅgho sammodamāno avivadamāno ekuddeso phāsu viharatī”ti,ຂໍ (ໃຈ) ຂອງພວກທ່ານຈົ່ງພ້ອມພຽງດ້ວຍສົງເພາະວ່າສົງຜູ້ພ້ອມພຽງປອງດອງກັນ ບໍ່ວິວາດກັນ ມີອຸດເທດດຽວກັນ ຍ່ອມຢູ່ຜາສຸກ”,
evañca te bhikkhū bhikkhūhi vuccamānā tatheva paggaṇheyyuṁ, te bhikkhū bhikkhūhi yāvatatiyaṁ samanubhāsitabbā tassa paṭinissaggāya,ແລະພິກຂຸເຫຼົ່ານັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນີ້ ຍັງຍັ້ງຍືນຢູ່ຢ່າງນັ້ນເດ ພິກຂຸເຫຼົ່ານັ້ນ ອັນພິກຂຸທັງຫຼາຍ ຄວນສວດສົມນຸພາດກວ່າຈະຄົບ ໓ ສຸດ ເພື່ອໃຫ້ສະລະກຳນັ້ນເສຽ,
yāvatatiyañce samanubhāsiyamānā taṁ paṭinissajjeyyuṁ, iccetaṁ kusalaṁ,ຫາກທ່ານທັງຫຼາຍຖືກສວດສົມນຸພາດ ກວ່າຈະຄົບ ໓ ເທື່ອຢູ່ ສະລະກຳນັ້ນເສຽສະລະໄດ້ຢ່າງນີ້ ນັ້ນເປັນການດີ,
no ce paṭinissajjeyyuṁ, saṅghādiseso.ຫາກທ່ານທັງຫຼາຍບໍ່ສະລະເສຽ ຕ້ອງອາບັດສັງຄາທິເສດ.
Saṅghādisesa 12. Dubbacaສັງຄາທິເສດ ໑໒. ທຸບພະຈະ
Bhikkhu paneva dubbacajātiko hoti uddesapariyāpannesu sikkhāpadesu bhikkhūhi sahadhammikaṁ vuccamāno attānaṁ avacanīyaṁ karoti
avacanīyaṁ → (mm)ອັນນຶ່ງ ພິກຂຸເປັນຜູ້ມີສັນຊາດແຫ່ງຄົນວ່າຍາກອັນພິກຂຸທັງຫຼາຍ ວ່າກ່າວຢູ່ໂດຍຊອບທຳ ໃນສິກຂາບົດທັງຫຼາຍອັນເນີ່່ອງໃນອຸດເທດ (ຄື ພຣະປາຕິໂມກ) ເຮັດຕົນໃຫ້ເປັນຜູ້ອັນໃຜໆເວົ້າບໍ່ໄດ້ ດ້ວຍກ່າວໂຕ້ວ່າ
“mā maṁ āyasmanto kiñci avacuttha kalyāṇaṁ vā pāpakaṁ vā, ahampāyasmante na kiñci vakkhāmi kalyāṇaṁ vā pāpakaṁ vā,“ພວກທ່ານຢ່າໄດ້ກ່າວຫຍັງໆ ຕໍ່ເຮົາເປັນຄຳດີກໍຕາມ ເປັນຄຳຊົ່ວກໍຕາມ ແມ່ນວ່າເຮົາກໍຈະບໍ່ກ່າວຫຍັງໆ ຕໍ່ພວກທ່ານຄືກັນ ເປັນຄຳດີກໍຕາມ ເປັນຄຳຊົ່ວກໍຕາມ,
viramathāyasmanto mama vacanāyā”ti,ຂໍພວກທ່ານຈົ່ງເວັ້ນຈາກການວ່າກ່າວເຮົາເສຽ”,
so bhikkhu bhikkhūhi evamassa vacanīyoພິກຂຸນັ້ນ ອັນພິກຂຸທັງຫຼາຍ ຄວນເວົ້າຢ່າງນີ້ວ່າ
“māyasmā attānaṁ avacanīyaṁ akāsi, vacanīyamevāyasmā attānaṁ karotu,
māyasmā → mā āyasmā (mm) | vacanīyamevāyasmā → vacanīyameva āyasmā (mm)“ທ່ານຢ່າໄດ້ເຮັດຕົນໃຫ້ເປັນຜູ້ອັນໃຜໆ ວ່າບໍ່ໄດ້ຂໍທ່ານຈົ່ງເຮັດຕົນໃຫ້ເຂົາວ່າໄດ້ແລ,
āyasmāpi bhikkhū vadatu sahadhammena, bhikkhūpi āyasmantaṁ vakkhanti sahadhammena,
vadatu → vadetu (mm)ແມ່ນວ່າທ່ານກໍຈົ່ງວ່າກ່າວພິກຂຸທັງຫຼາຍໂດຍຊອບທຳ ແມ່ນວ່າພິກຂຸທັງຫຼາຍກໍຈັກວ່າກ່າວທ່ານໂດຍຊອບທຳ,
evaṁ saṁvaddhā hi tassa bhagavato parisā yadidaṁ aññamaññavacanena aññamaññavuṭṭhāpanenā”ti,
saṁvaddhā → saṁvaḍḍhā (mm)ເພາະວ່າບໍລິສັດຂອງພຣະຜູ້ມີພຣະພາກເຈົ້ານັ້ນ ຈະເລີນແລ້ວດ້ວຍອາການຢ່າງນີ້ ຄືດ້ວຍວ່າກ່າວຊຶ່ງກັນແລະກັນ ດ້ວຍເຕືອນກັນແລະກັນໃຫ້ອອກຈາກອາບັດ”,
evañca so bhikkhu bhikkhūhi vuccamāno tatheva paggaṇheyya, so bhikkhu bhikkhūhi yāvatatiyaṁ samanubhāsitabbo tassa paṭinissaggāya,ແລະພິກຂຸຂຸນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນີ້ ຍັງຍັ້ງຍືນຢູ່ຢ່າງນັ້ນເດ ພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນສວດສົມນຸພາດກວ່າຈະຄົບ ໓ ເທື່ອ ເພື່ອໃຫ້ສະລະກຳນັ້ນເສຽ,
yāvatatiyañce samanubhāsiyamāno taṁ paṭinissajjeyya, iccetaṁ kusalaṁ,ຫາກທ່ານຖືກສວດສົມນຸພາດກວ່າຈະຄົບ ໓ ເທື່ອຢູ່ສະລະກັມມ໌ນັ້ນ ເສຽສະລະໄດ້ຢ່າງນີ້ນັ້ນເປັນການດີ,
no ce paṭinissajjeyya, saṅghādiseso.ຫາກທ່ານບໍ່ສະລະເສຽ ຕ້ອງອາບັດສັງຄາທິເສດ.
Saṅghādisesa 13. Kuladūsakaສັງຄາທິເສດ ໑໓. ກຸນລະທູສະກະ
Bhikkhu paneva aññataraṁ gāmaṁ vā nigamaṁ vā upanissāya viharati kuladūsako pāpasamācāro, tassa kho pāpakā samācārā dissanti ceva suyyanti ca, kulāni ca tena duṭṭhāni dissanti ceva suyyanti ca,ອັນນຶ່ງ ພິກຂຸເຂົ້າໄປອາໄສເຮືອນກໍດີ ໜູ່ບ້ານກໍດີ ແຫ່ງໃດແຫ່ງໜຶ່ງຢູ່ ເປັນຜູ້ປະທຸດຮ້າຍສະກຸນ ມີຄວາມປະພຶດຊົ່ວຮ້າຍຄວາມປະພຶດຊົ່ວຮ້າຍຂອງທ່ານ ເຂົາໄດ້ເຫັນຢູ່ດ້ວຍ ເຂົາໄດ້ຍິນຢູ່ດ້ວຍແລະສະກຸນທັງຫຼາຍອັນນາງປະທຸດຮ້າຍແລ້ວ ເຂົາໄດ້ເຫັນຢູ່ດ້ວຍ ເຂົາໄດ້ຍິນຢູ່ດ້ວຍ,
so bhikkhu bhikkhūhi evamassa vacanīyoພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນກ່າວຢ່າງນີ້ວ່າ
“āyasmā kho kuladūsako pāpasamācāro, āyasmato kho pāpakā samācārā dissanti ceva suyyanti ca, kulāni cāyasmatā duṭṭhāni dissanti ceva suyyanti ca, pakkamatāyasmā imamhā āvāsā, alaṁ te idha vāsenā”ti,“ທ່ານເປັນຜູ້ປະທຸດຮ້າຍສະກຸນ ມີຄວາມປະພຶດຊົ່ວຮ້າຍຄວາມປະພຶດຊົ່ວຮ້າຍຂອງທ່ານ ເຂົາໄດ້ເຫັນຢູ່ດ້ວຍ ເຂົາໄດ້ຍິນຢູ່ດ້ວຍແລະສະກຸນທັງຫຼາຍ ອັນທ່ານປະທຸດຮ້າຍແລ້ວເຂົາໄດ້ເຫັນຢູ່ດ້ວຍ ເຂົາໄດ້ຍິນຢູ່ດ້ວຍ ທ່ານຈົ່ງຫຼີກໄປເສຽຈາກອາວາດນີ້ທ່ານຢ່າຢູ່ໃນທີ່ນີ້ (ອີກ)”,
evañca so bhikkhu bhikkhūhi vuccamāno te bhikkhū evaṁ vadeyya
so → lo (mm)ແລະພິກຂຸນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນີ້ ຄວນເວົ້າກະພິກຂຸເຫຼົ່ານັ້ນຢ່າງນີ້ວ່າ
“chandagāmino ca bhikkhū, dosagāmino ca bhikkhū, mohagāmino ca bhikkhū, bhayagāmino ca bhikkhū tādisikāya āpattiyā ekaccaṁ pabbājenti, ekaccaṁ na pabbājentī”ti,“ພວກພິກຂຸເຖິງຄວາມພໍໃຈດ້ວຍ ເຖິງຄວາມຂັດເຄືອງດ້ວຍ ເຖິງຄວາມຫຼົງດ້ວຍ ເຖິງຄວາມຢ້ານດ້ວຍ ຍ່ອມຂັບພິກຂຸບາງຮູບ ຍ່ອມບໍ່ຂັບພິກຂຸບາງຮູບເພາະເຊັ່ນດຽວກັນ”,
so bhikkhu bhikkhūhi evamassa vacanīyoພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນເວົ້າຢ່າງນີ້ວ່າ
“māyasmā evaṁ avaca, na ca bhikkhū chandagāmino, na ca bhikkhū dosagāmino, na ca bhikkhū mohagāmino, na ca bhikkhū bhayagāmino,
māyasmā → mā āyasmā (mm)“ທ່ານຢ່າໄດ້ກ່າວຢ່າງນັ້ນ ພິກຂຸທັງຫຼາຍຫາໄດ້ເຖິງຄວາມພໍໃຈບໍ່ ຫາໄດ້ເຖິງຄວາມຂັດເຄືອງບໍ່ ຫາໄດ້ເຖິງຄວາມຫຼົງບໍ່ ຫາໄດ້ເຖິງຄວາມຢ້ານບໍ່,
āyasmā kho kuladūsako pāpasamācāro, āyasmato kho pāpakā samācārā dissanti ceva suyyanti ca, kulāni cāyasmatā duṭṭhāni dissanti ceva suyyanti ca, pakkamatāyasmā imamhā āvāsā, alaṁ te idha vāsenā”ti,ທ່ານເອງແລເປັນຜູ້ປະທຸດຮ້າຍສະກຸນ ມີຄວາມປະພຶດຊົ່ວຮ້າຍຄວາມປະພຶດຊົ່ວຮ້າຍຂອງທ່ານ ເຂົາໄດ້ເຫັນຢູ່ດ້ວຍເຂົາໄດ້ຍິນຢູ່ດ້ວຍແລະສະກຸນທັງຫຼາຍ ອັນທ່ານປະທຸດຮ້າຍແລ້ວເຂົາໄດ້ເຫັນຢູ່ດ້ວຍ ເຂົາໄດ້ຍິນຢູ່ດ້ວຍ ທ່ານຈົ່ງຫຼີກໄປເສຽຈາກອາວາດນີ້ທ່ານຢ່າຢູ່ໃນທີ່ນີ້ (ອີກ)”,
evañca so bhikkhu bhikkhūhi vuccamāno tatheva paggaṇheyya, so bhikkhu bhikkhūhi yāvatatiyaṁ samanubhāsitabbo tassa paṭinissaggāya,ແລະພິກຂຸນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນີ້ ຍັງຢືນກາມຢູ່ຢ່າງນັ້ນເດ ພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນສວດສົມນຸພາດກວ່າຈະຄົບ ໓ ເທື່ອ ເພື່ອໃຫ້ສະລະກຳນັ້ນເສຽ,
yāvatatiyañce samanubhāsiyamāno taṁ paṭinissajjeyya, iccetaṁ kusalaṁ,ຫາກທ່ານຖືກສວດສົມນຸພາດກວ່າຈະຄົບ ໓ ເທື່ອຢູ່ສະລະກຳນັ້ນເສຽ ສະລະໄດ້ຢ່າງນີ້ນັ້ນເປັນການດີ,
no ce paṭinissajjeyya, saṅghādiseso.ຫາກທ່ານບໍ່ສະລະເສຽ ຕ້ອງອາບັດສັງຄາທິເສດ.
Uddiṭṭhā kho āyasmanto terasa saṅghādisesā dhammā nava paṭhamāpattikā, cattāro yāvatatiyakā.ທ່ານທັງຫຼາຍ ທຳຊື່ສັງຄາທິເສດ ໑໓ ເປັນປະຖະມາປັດຕິກະ (ໃຫ້ຕ້ອງອາບັດແຕ່ທຳອິດເຮັດ) ເປັນຍາວະຕະຕິຍະກະ (ໃຫ້ຕ້ອງອາບັດເມື່ອສົງສວດປະກາດຫ້າມ ໓ ເທື່ອ).
Yesaṁ bhikkhu aññataraṁ vā aññataraṁ vā āpajjitvā yāvatīhaṁ jānaṁ paṭicchādeti, tāvatīhaṁ tena bhikkhunā akāmā parivatthabbaṁ.
yāvatīhaṁ → yāvatihaṁ (mm) | tāvatīhaṁ → tāvatihaṁ (mm)ພິກຂຸຂຸຕ້ອງອາບັດເຫຼົ່າໄດເລົ່າ ອັນໃດອັນໜຶ່ງແລ້ວຮູ້ຢູ່ ປົກປິດໄວ້ສິ້ນມື້ພຽງເທົ່າໃດ ພິກຂຸນັ້ນເຖິງຈະບໍ່ປາດຖະໜາ ກໍຄວນຕ້ອງຢູ່ປະຣິວາດສິ້ນມື້ເທົ່າທີ່ປົກປິດນັ້ນ.
Parivutthaparivāsena bhikkhunā uttari chārattaṁ bhikkhumānattāya paṭipajjitabbaṁ,
uttari → uttariṁ (mm)ພິກຂຸຢູ່ປະຣິວາດຄົບຕາມມື້ທີປິດແລ້ວ ຄວນປະຕິບັດເພື່ອພິກຂຸມານັດເກີນຂຶ້ນໄປ ໖ ຣາຕີໝູ່,
ciṇṇamānatto bhikkhu yattha siyā vīsatigaṇo bhikkhusaṅgho, tattha so bhikkhu abbhetabbo.
bhikkhu → bhikkhatha (mm)ພິກຂຸໄດ້ປະພຶດມານັດ ໖ ຣາຕີແລ້ວ ໝູ່ພິກສູຄະນະ ໒໐ ຈະຄວນມີທີ່ສີມາໃດ ພິກຂຸນັ້ນສົງຄວນອັບພານທ່ານທີ່ສີມານັ້ນ ຖ້າພິກຂຸສົງຄ໌ຄະນະ ໒໐ ຢ່ອນດ້ວຍພິກຂຸແມ່ນວ່າ ແຕ່ອົງໜຶ່ງບໍ່ຄົບ ໒໐.
Ekenapi ce ūno vīsatigaṇo bhikkhusaṅgho taṁ bhikkhuṁ abbheyya, so ca bhikkhu anabbhito, te ca bhikkhū gārayhā, ayaṁ tattha sāmīci.ຫາກອັບພານພິກຂຸນັ້ນແລ້ວ ພິກຂຸນັ້ນກໍເປັນອັນບໍ່ໄດ້ອັບພານ ພິກຂຸທັງຫຼາຍທີ່ເປັນຄະນະສົງຄ໌ກໍເປັນອັນພຣະພຸດເຈົ້າຈະຄວນຕິຕຽນນີ້ ເປັນສາມີຈິກຳ (ຄືປະພຶດຊອບ) ໃນເລື່ອງນັ້ນ.
Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍ ເປັນຜູ້ບໍລິສຸດແລ້ວຫຼື,
dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍແມ່ນວ່າເທື່ອທີ່ ໒ ເປັນຜູ້ບໍຣິສຸດແລ້ວຫຼື,
tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍແມ່ນວ່າເທື່ອທີ່ ໓ ເປັນຜູ້ບໍຣິສຸດແລ້ວຫຼື,
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.
dhārayāmīti saṅghādiseso → dhārayāmi saṅghādisesuddeso (mm)ທ່ານທັງຫຼາຍເປັນຜູ້ບຣິສຸດແລ້ວໃນເລື່ອງນັ້ນ ເພາະສະນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Saṅghādiseso niṭṭhitoສັງຄາທິເສໂສ ສຸດແລ້ວ.
Aniyatuddesoອະນິຍະຕຸດເທໂສ
Ime kho panāyasmanto dve aniyatā dhammā uddesaṁ āgacchanti.ທ່ານທັງຫຼາຍ ທຳຊື່ ອະນິຍະຕະ ໒ ເຫຼົ່ານີ້ແລ ຍ່ອມມາສູ່ອຸດເທດ.
Aniyata 1. Paṭhamaaniyataອະນິຍະຕະ ໑. ປະຖະມະອະນິຍະຕະ
Yo pana bhikkhu mātugāmena saddhiṁ eko ekāya raho paṭicchanne āsane alaṅkammaniye nisajjaṁ kappeyya, tamenaṁ saddheyyavacasā upāsikā disvāອັນນຶ່ງ ພິກຂຸໃດຜູ້ດຽວສຳເລັດການນັ່ງໃນທີ່ລັບ ຄືໃນອາດສະນະກຳບັງ ພໍຈະເຮັດການໄດ້ກັບແມ່ຍິງຜູ້ດຽວ ອຸບາສິກາມີວາຈາທີ່ເຊື່ອໄດ້ ເຫັນພິກຂຸກັບແມ່ຍິງນັ້ນນັ້ນເດ tiṇṇaṁ dhammānaṁ aññatarena vadeyya pārājikena vā saṅghādisesena vā pācittiyena vā,ເວົ້າຂຶ້ນດ້ວຍທຳ ໓ ປະການຢ່າງໃດຢ່າງໜຶ່ງ ຄື ດ້ວຍປາລາຊິກກໍດີ ດ້ວຍສັງຄາທິເສດກໍດີ ດ້ວຍປາຈິດຕີກໍດີ, nisajjaṁ bhikkhu paṭijānamāno tiṇṇaṁ dhammānaṁ aññatarena kāretabbo pārājikena vā saṅghādisesena vā pācittiyena vā,ພິກຂຸຍອມຮັບຊຶ່ງການນັ່ງ ຄວນຖືກປັບດ້ວຍທຳ ໓ ປະການ ຄື ດ້ວຍປາລຣາຊິກແດ່ ດ້ວຍສັງຄາທິເສດແດ່ ດ້ວຍປາຈິດຕີແດ່, yena vā sā saddheyyavacasā upāsikā vadeyya, tena so bhikkhu kāretabbo,ອີກຢ່າງໜຶ່ງ ອຸບາສິກາມີວາຈາທີ່ເຊື່ອໄດ້ນັ້ນກ່າວດ້ວຍທຳໃດ ພິກຂຸນັ້ນຄວນຖືກປັບດ້ວຍທຳນັ້ນ, ayaṁ dhammo aniyato.ທຳນີ້ຊື່ ອະນິຍະຕະ.
Aniyata 2. Dutiyaaniyataອະນິຍະຕະ ໒. ທຸຕິຍະອະນິຍະຕະ
Na heva kho pana paṭicchannaṁ āsanaṁ hoti nālaṅkammaniyaṁ, alañca kho hoti mātugāmaṁ duṭṭhullāhi vācāhi obhāsituṁ,ອັນນຶ່ງ ສະຖານທີ່ບໍ່ເປັນທີ່ກຳບັງຫຍັງເລີຍ ບໍ່ພໍທີ່ຈະເຮັດກຳໄດ້ (ຄື ການເສບເມຖຸນ) ແຕ່ພໍເປັນທີ່ຈະເວົ້າຄຸຍແມ່ຍິງ ດ້ວຍວາຈາຊົ່ວຫຍາບໄດ້ຢູ່, yo pana bhikkhu tathārūpe āsane mātugāmena saddhiṁ eko ekāya raho nisajjaṁ kappeyya, tamenaṁ saddheyyavacasā upāsikā disvāແລະພິກຂຸໃດຜູ້ດຽວ ສຳເລັດການນັ່ງໃນທີ່ລັບກັບດ້ວຍແມ່ຍິງຜູ້ດຽວ ໃນອາດສະນະມີຮູບຢ່າງນັ້ນ ອຸບາສິກາມີວາຈາທີ່ເຊື່ອໄດ້ເຫັນພິກຂຸກັບແມ່ຍິງນັ້ນ ນັ້ນແລ້ວ dvinnaṁ dhammānaṁ aññatarena vadeyya saṅghādisesena vā pācittiyena vā,ເວົ້າຂຶ້ນດ້ວຍທຳ ໒ ປະການ ຢ່າງໃດຢ່າງໜຶ່ງ ຄື ດ້ວຍສັງຄາທິເສດກໍດີ ດ້ວຍປາຈິດຕີກໍດີ, nisajjaṁ bhikkhu paṭijānamāno dvinnaṁ dhammānaṁ aññatarena kāretabbo saṅghādisesena vā pācittiyena vā,ພິກຂຸຍອມຮັບຊຶ່ງການນັ່ງ ຄວນຖືກປັບດ້ວຍ ໒ ປະການ ຄື ດ້ວຍສັງຄາທິເສດແດ່ ດ້ວຍປາຈິດຕີແດ່, yena vā sā saddheyyavacasā upāsikā vadeyya, tena so bhikkhu kāretabbo,ອີກຢ່າງໜຶ່ງ ອຸບາສິກາມີວາຈາທີ່ເຊື່ອໄດ້ນັ້ນກ່າວດ້ວຍທຳໃດ ພິກຂຸນັ້ນຄວນຖືກປັບດ້ວຍທຳນັ້ນ, ayampi dhammo aniyato.ທຳນີ້ຊື່ ອະນິຍະຕະ.
Uddiṭṭhā kho āyasmanto dve aniyatā dhammā.ທຳຊື່ ອະນິຍະຕະທັງ ໒ ຂ້ານ້ອຍໄດ້ຍົກຂຶ້ນສະແດງແລ້ວແລ.
Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍໃນເລື່ອງນັ້ນ ທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວຫຼື,
dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໒ ທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວຫຼື,
tatiyampi pucchāmi, kaccittha parisuddhā,
pucchāmi → pucchasami (mm)ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໓ ທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວຫຼື,
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.
evametaṁ dhārayāmīti aniyato → evamenaṁ dhārayāmi aniyatuddeso (mm)ທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວໃນເລື່ອງນີ້ ເພາະສະນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Aniyato niṭṭhitoອະນິຍະຕະ ສຸດແລ້ວ.
Nissaggiyapācittiyāນິດສັກຄິຍະປາຈິດຕີຍາ
Ime kho panāyasmanto tiṁsa nissaggiyā pācittiyā dhammā uddesaṁ āgacchanti.ທ່ານທັງຫຼາຍ ທຳຊື່ນິດສັກຄິຍະປາຈິດຕີ ສິກຂາບົດເຫຼົ່ານີ້ແລຍ່ອມມາສູ່ອຸດເທດ.
Chapter 1. Kaṭhinaບົດທີ ໑. ກະຖິນ
Nissaggiya Pācittiya 1. Kathinaນິດສັກຄິຍະ ປາຈິດຕິຍະ ໑. ກະຖິນ
Niṭṭhitacīvarasmiṁ bhikkhunā ubbhatasmiṁ kathine dasāhaparamaṁ atirekacīvaraṁ dhāretabbaṁ, taṁ atikkāmayato nissaggiyaṁ pācittiyaṁ.
kathine → kaṭhine (mm)ຈີວອນສຳເລັດແລ້ວ ກະຖິນອັນພິກຂຸເດາະເສຽແລ້ວ ຄວນຊົງອະຕິເຣກຈີວອນໄດ້ ໑໐ ມື້ເປັນຢ່າງຍິ່ງ ພິກຂຸໃຫ້ລ່ວງກຳໜົດນັ້ນໄປ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 2. Udositaນິດສັກຄິຍະ ປາຈິດຕິ ໒. ອຸໂທສິຕະ
Niṭṭhitacīvarasmiṁ bhikkhunā ubbhatasmiṁ kathine ekarattampi ce bhikkhu ticīvarena vippavaseyya, aññatra bhikkhusammutiyā nissaggiyaṁ pācittiyaṁ.
kathine → kaṭhine (mm) | bhikkhusammutiyā → bhikkhusammatiyā (mm)ຈີວອນສຳເລັດແລ້ວ ກະຖິນອັນພິກຂຸເດາະເສຽແລ້ວ ຖ້າພິກຂຸຢູ່ປາດສະຈາກໄຕຣຈີວອນແມ່ນວ່າສິ້ນຄືນໜຶ່ງ ເວັ້ນເສຽແຕ່ພິກຂຸໄດ້ຮັບສົມມຕິ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 3. Akālacīvaraນິດສັກຄິຍະ ປາຈິດຕິ ໓. ອະກາລະຈີວະລະ
Niṭṭhitacīvarasmiṁ bhikkhunā ubbhatasmiṁ kathine bhikkhuno paneva akālacīvaraṁ uppajjeyya, ākaṅkhamānena bhikkhunā paṭiggahetabbaṁ,
kathine → kaṭhine (mm)ຈີວອນສຳເລັດແລ້ວ ກະຖິນອັນພິກຂຸເດາະເສຽແລ້ວ ອະກາລະຈີວອນເກີດຂຶ້ນແກ່ພິກຂຸ ພິກຂຸຫວັງຢູ່ກໍຄວນຮັບ,
paṭiggahetvā khippameva kāretabbaṁ,ຄັ້ນຮັບແລ້ວຄວນຮີບໃຫ້ເຮັດ,
no cassa pāripūri, māsaparamaṁ tena bhikkhunā taṁ cīvaraṁ nikkhipitabbaṁ ūnassa pāripūriyā satiyā paccāsāya.ຖ້າຜ້ານັ້ນມີບໍ່ພໍ ເມື່ອຄວາມຫວັງວ່າຈະໄດ້ມີຢູ່ ພິກຂຸນັ້ນກໍຄວນເກັບຈີວອນນັ້ນໄວ້ໄດ້ເດືອນໜຶ່ງເປັນຢ່າງຍິ່ງ ເພື່ອຈີວອນທີ່ຍັງບົກຜ່ອງຈະໄດ້ພໍກັນ.
Tato ce uttari nikkhipeyya satiyāpi paccāsāya, nissaggiyaṁ pācittiyaṁ.
uttari → uttariṁ (mm)ຖ້າທ່ານເກັບໄວ້ເກິນນກວ່າກຳໜົດນັ້ນແມ່ນວ່າຄວາມຫວັງວ່າຈະໄດ້ມີຢູ່ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 4. Purāṇacīvaraນິດສັກຄິຍະ ປາຈິດຕິຍະ ໔. ປຸຣານະຈີວະລະ
Yo pana bhikkhu aññātikāya bhikkhuniyā purāṇacīvaraṁ dhovāpeyya vā rajāpeyya vā ākoṭāpeyya vā, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດໃຫ້ພິກຂຸນີຜູ້ບໍ່ແມ່ນຍາດພີ່ນ້ອງໃຫ້ຊັກກໍດີ ໃຫ້ຢ້ອມກໍດີ ໃຫ້ທຸບກໍດີຊຶ່ງຈີວອນເກົ່າ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 5. Cīvarapaṭiggahaṇaນິດສັກຄິຍະ ປາຈິດຕິຍະ ໕. ຈີວະຣປະຕິກຄະຫະນະ
Yo pana bhikkhu aññātikāya bhikkhuniyā hatthato cīvaraṁ paṭiggaṇheyya aññatra pārivattakā, nissaggiyaṁ pācittiyaṁ.
pārivattakā → pārivaṭṭakā (mm)ອັນນຶ່ງ ພືກຂຸໃດຮັບຈີວອນຈາກມືພິກຂຸນີຜູ້ບໍ່ແມ່ນຍາດພີ່ນ້ອງເວັ້ນໄວ້ແຕ່ຂອງແລກປ່ຽນ ຕ້ອງອາບັດນິດສັກຄີຍະປາຈິດຕີ.
Nissaggiya Pācittiya 6. Aññātakaviññattiນິດສັກຄິຍະ ປາຈິດຕິຍະ ໖. ອັນຍາຕະກະວິນຍັດຕິ
Yo pana bhikkhu aññātakaṁ gahapatiṁ vā gahapatāniṁ vā cīvaraṁ viññāpeyya aññatra samayā, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດຂໍຈີວອນຕໍ່ພໍ່ເຈົ້າເຮືອນກໍດີ ຕໍ່ແມ່ເຈົ້າເຮືອນກໍດີ ຜູ້ບໍ່ແມ່ນຍາດພີ່ນ້ອງນອກຈາກສະໄໝ ຕ້ອງອາບັດນິດສັກຄິຍະປາຈິດຕີ. Tatthāyaṁ samayo, acchinnacīvaro vā hoti bhikkhu, naṭṭhacīvaro vā, ayaṁ tattha samayo.ສະໄໝໃນຄຳນັ້ນດັ່ງນີ້, ຄື ພິກຂຸເປັນຜູ້ມີຈີວອນຖືກຊິງເອົາໄປກໍດີ ມີຈີວອນຈິບຫາຍກໍດີ ນີ້ສະໄໝໃນຄຳນັ້ນລະ.
Nissaggiya Pācittiya 7. Tatuttariນິດສັກຄິຍະ ປາຈິດຕິຍະ ໗. ຕະຕຸດຕະຣິ
Tañce aññātako gahapati vā gahapatānī vā bahūhi cīvarehi abhihaṭṭhuṁ pavāreyya, santaruttaraparamaṁ tena bhikkhunā tato cīvaraṁ sāditabbaṁ. Tato ce uttari sādiyeyya, nissaggiyaṁ pācittiyaṁ.
uttari → uttariṁ (mm)ພໍ່ເຈົ້າເຮືອນກໍດີ ແມ່ເຈົ້າເຮືອນກໍດີ ຜູ້ບໍ່ແມ່ນຍາດພີ່ນ້ອງ ປະວາລະນາຕໍ່ພິກຂຸດ້ວຍຈີວອນເປັນຈຳນວນຫຼາຍ ເພື່ອນຳໄປຕາມໃຈພິກຂຸນັ້ນຄວນຍິນດີຈີວອນມີອຸດຕະຣາສົງ ກັບອັນຕະລະວາສະກະເປັນຢ່າງຫຼາຍຈາກຈີວອນເຫຼົ່ານັ້ນ ຖ້າຍິນດີຫຼາຍກວ່ານັ້ນ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 8. Paṭhamaupakkhaṭaນິດສັກຄິຍະ ປາຈິດຕິຍະ ໘. ປະຐະມະອຸປັກຂະຕະ
Bhikkhuṁ paneva uddissa aññātakassa gahapatissa vā gahapatāniyā vā cīvaracetāpannaṁ upakkhaṭaṁ hoti
cīvaracetāpannaṁ → cīvaracetāpanaṁ (mm)ອັນນຶ່ງ ມີພໍ່ເຈົ້າເຮືອນກໍດີ ແມ່ເຈົ້າເຮືອນກໍດີ ຜູ້ບໍ່ແມ່ນຍາດພີ່ນ້ອງ ຕະຕຽມຊັບສຳລັບຈ່າຍຈີວອນສະເພາະພິກຂຸໄວ້ວ່າ
“iminā cīvaracetāpannena cīvaraṁ cetāpetvā itthannāmaṁ bhikkhuṁ cīvarena acchādessāmī”ti,
cīvaracetāpannena → cīvaracetāpanena (mm)“ເຮົາຈັກຈ່າຍຈີວອນດ້ວຍຊັບສຳລັບຈ່າຍຈີວອນນີ້ແລ້ວ ໃຫ້ພິກຂຸຊື່ນີ້ໄດ້ຄອງຈີວອນ”,
tatra ce so bhikkhu pubbe appavārito upasaṅkamitvā cīvare vikappaṁ āpajjeyya
appavārito → appāvārito (mm) | āpajjeyya → āpajjeyyaṁ (mm)ຖ້າພິກຂຸນັ້ນ ເຂົາບໍ່ໄດ້ປວາລະນາໄວ້ກ່ອນ ເຂົ້າໄປຫາແລ້ວ ເຖິງການກຳໜົດໃນຈີວອນໃນສຳນັກຂອງເຂົາວ່າ
“sādhu vata maṁ āyasmā iminā cīvaracetāpannena evarūpaṁ vā evarūpaṁ vā cīvaraṁ cetāpetvā acchādehī”ti
cīvaracetāpannena → cīvaracetāpanena (mm)“ດີລະ ທ່ານຈົ່ງຈ່າຍຈີວອນເຊັ່ນນັ້ນເຊັ່ນນີ້ດ້ວຍຊັບສຳລັບຈ່າຍຈີວອນແລ້ວໃຫ້ຂ້ານ້ອຍໄດ້ຄອງເຖີດ”
kalyāṇakamyataṁ upādāya, nissaggiyaṁ pācittiyaṁ.ຖືເອົາຄວາມເປັນຜູ້ໄຄ່ຈີວອນທີ່ດີ, ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 9. Dutiyaupakkhaṭaນິດສັກຄິຍະ ປາຈິດຕິຍະ ໙. ທຸຕິຍະອຸປັກຂະຕະ
Bhikkhuṁ paneva uddissa ubhinnaṁ aññātakānaṁ gahapatīnaṁ vā gahapatānīnaṁ vā paccekacīvaracetāpannāni upakkhaṭāni honti
paccekacīvaracetāpannāni upakkhaṭāni → paccekacīvaracetāpanā upakkhaṭā (mm)ອັນນຶ່ງ ມີພໍ່ເຈົ້າເຮືອນກໍດີ ແມ່ເຈົ້າເຮືອນກໍດີຜູ້ບໍ່ແມ່ນຍາດພີ່ນ້ອງ ໒ ຄົນ ຕະຕຽມຊັບສຳລັບຈ່າຍຈີວອນສະເພາະຜືນໆໄວ້ສະເພາະພິກຂຸວ່າ
“imehi mayaṁ paccekacīvaracetāpannehi paccekacīvarāni cetāpetvā itthannāmaṁ bhikkhuṁ cīvarehi acchādessāmā”ti,
paccekacīvaracetāpannehi → paccekacīvaracetāpanehi (mm)“ເຮົາທັງຫຼາຍຈັກຈ່າຍຈີວອນສະເພາະຜືນໆ ດ້ວຍຊັບສຳລັບຈ່າຍຈີວອນສະເພາະຜືນໆ ນີ້ແລ້ວ ຍັງພິກຂຸຊື່ນີ້ໃຫ້ຄອງຈີວອນຫຼາຍຜືນນຳກັນ”,
tatra ce so bhikkhu pubbe appavārito upasaṅkamitvā cīvare vikappaṁ āpajjeyyaຖ້າພິກຂຸນັ້ນ ເຂົາບໍ່ໄດ້ປວາລະນາໄວ້ກ່ອນ ເຂົ້າໄປຫາແລ້ວ ເຖິງການກຳໜົດໃນຈີວອນໃນສຳນັກຂອງເຂົາວ່າ
“sādhu vata maṁ āyasmanto imehi paccekacīvaracetāpannehi evarūpaṁ vā evarūpaṁ vā cīvaraṁ cetāpetvā acchādetha ubhova santā ekenā”ti
paccekacīvaracetāpannehi → paccekacīvaracetāpanehi (mm)“ດີລະ ຂໍທ່ານທັງຫຼາຍຈ່າຍຈີວອນເຊັ່ນນັ້ນເຊັ່ນນີ້ດ້ວຍຊັບສຳລັບຈ່າຍຈີວອນສະເພາະຜືນໆ ແລ້ວທັງ ໒ ຄົນ ທັງໝົດກັນໃຫ້ຊ້ານ້ອຍໄດ້ຄອງຈີວອນຜືນດຽວເຖີດ”
kalyāṇakamyataṁ upādāya, nissaggiyaṁ pācittiyaṁ.
nissaggiyaṁ → (mm)ຖືເອົາຄວາມເປັນຜູ້ໄຄ່ຈີວອນທີ່ດີ, ຕ້ອງອາບິດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 10. Rājaນິດສັກຄິຍະ ປາຈິດຕິຍະ ໑໐. ລາຊາ
Bhikkhuṁ paneva uddissa rājā vā rājabhoggo vā brāhmaṇo vā gahapatiko vā dūtena cīvaracetāpannaṁ pahiṇeyya
cīvaracetāpannaṁ → cīvaracetāpanaṁ (mm)ອັນນຶ່ງ ພະລາຊາກໍດີ ລາດອຳມາດກໍດີ ພາມກໍດີ ຄະຫະບໍດີກໍດີ ສົ່ງຊັບສຳລັບຈັບຈ່າຍຈີວອນໄປດ້ວຍທູດ ສະເພາະພິກຂຸວ່າ
“iminā cīvaracetāpannena cīvaraṁ cetāpetvā itthannāmaṁ bhikkhuṁ cīvarena acchādehī”ti.
cīvaracetāpannena → cīvaracetāpanena (mm)“ເຈົ້າຈົ່ງຈ່າຍຈີວອນ ດ້ວຍຊັບສຳລັບຈ່າຍຈີວອນນີ້ແລ້ວ ໃຫ້ພິກຂຸຊື່ນີ້ໄດ້ຄອງຈີວອນ”.
So ce dūto taṁ bhikkhuṁ upasaṅkamitvā evaṁ vadeyyaຖ້າທູດນັ້ນເຂົ້າໄປຫາພິກຂຸນັ້ນ ກ່າວຢ່າງນີ້ວ່າ
“idaṁ kho, bhante, āyasmantaṁ uddissa cīvaracetāpannaṁ ābhataṁ, paṭiggaṇhātu āyasmā cīvaracetāpanna”nti.
cīvaracetāpannaṁ → cīvaracetāpanaṁ (mm) | cīvaracetāpannanti → cīvaracetāpananti (mm)“ຊັບສຳລັບຈ່າຍຈີວອນນີ້ ນຳມາສະເພາະທ່ານຂໍທ່ານຈົ່ງຮັບຊັບສຳລັບຈ່າຍຈີວອນນັ້ນ”.
Tena bhikkhunā so dūto evamassa vacanīyoພິກຂຸນັ້ນຄວນກ່າວຕໍ່ທູດນັ້ນຢ່າງນີ້ວ່າ
“na kho mayaṁ, āvuso, cīvaracetāpannaṁ paṭiggaṇhāma, cīvarañca kho mayaṁ paṭiggaṇhāma kālena kappiya”nti.
cīvaracetāpannaṁ → cīvaracetāpanaṁ (mm)“ພວກເຮົາຫາບໍ່ໄດ້ຮັບຊັບສຳລັບຈ່າຍຈີວອນ ພວກເຮົາຮັບແຕ່ຈີວອນອັນເປັນຂອງຄວນໂດຍການ
So ce dūto taṁ bhikkhuṁ evaṁ vadeyyaຖ້າທູດນັ້ນກ່າວຕໍ່ພິກຂຸນັ້ນຢ່າງນີ້ວ່າ
“atthi panāyasmato koci veyyāvaccakaro”ti.“ກໍໃຜໆ ຜູ້ເປັນໄວຍາວັດຈະກອນຂອງທ່ານມີບໍ?”
Cīvaratthikena, bhikkhave, bhikkhunā veyyāvaccakaro niddisitabbo ārāmiko vā upāsako vāພິກຂຸຕ້ອງການຈີວອນ ຄວນສະແດງຊົນຜູ້ເຮັດວຽກງານໃນອາຣາມ ຫຼືອຸບາສົກໃຫ້ເປັນໄວຍາວັດຈະກອນດ້ວຍຄຳວ່າ
“eso kho, āvuso, bhikkhūnaṁ veyyāvaccakaro”ti.ຜູ້ນັ້ນແລ ເປັນໄວຍາວັດຈະກອນຂອງພິກຂຸທັງຫຼາຍ”
So ce dūto taṁ veyyāvaccakaraṁ saññāpetvā taṁ bhikkhuṁ upasaṅkamitvā evaṁ vadeyyaຖ້າທູດນັ້ນສັ່ງໄວຍາວັດຈະກອນນັ້ນໃຫ້ເຂົ້າໃຈແລ້ວ ເຂົ້າໄປຫາພິກຂຸນັ້ນເວົ້າຢ່າງນີ້ວ່າ
“yaṁ kho, bhante, āyasmā veyyāvaccakaraṁ niddisi, saññatto so mayā, upasaṅkamatāyasmā kālena, cīvarena taṁ acchādessatī”ti.
upasaṅkamatāyasmā → upasaṅkamatu āyasmā (mm)“ຜູ້ທີ່ທ່ານສະແດງເປັນໄວຍາວັດຈະກອນນັ້ນ ຂ້ານ້ອຍສັ່ງໃຫ້ເຂົ້າໃຈແລ້ວ ທ່ານຈົ່ງເຂົ້າໄປຫາເຂົາຈັກໃຫ້ທ່ານຄອງຈີວອນຕາມການ”.
Cīvaratthikena, bhikkhave, bhikkhunā veyyāvaccakaro upasaṅkamitvā dvattikkhattuṁ codetabbo sāretabbo
dvattikkhattuṁ → dvittikkhattuṁ (mm)ພິກຂຸຜູ້ຕ້ອງການຈີວອນ ເຂົ້າໄປຫາໄວຍາວັດຈະກອນແລ້ວ ຄວນທວງ ຄວນເຕືອນ ໒ - ໓ ເທື່ອວ່າ
“attho me, āvuso, cīvarenā”ti,
attho → atko (mm)“ຄູບາຕ້ອງການຈີວອນ”
dvattikkhattuṁ codayamāno sārayamāno taṁ cīvaraṁ abhinipphādeyya, iccetaṁ kusalaṁ,
dvattikkhattuṁ → dvittikkhattaṁ (mm)ພິກຂຸທວງຢູ່ ເຕືອນຢູ່ ໒ - ໓ ເທື່ອ ໃຫ້ໄວຍາວັດຈະກອນນັ້ນໃດ້ຈັດຈີວອນສຳເລັດໄດ້ການໃຫ້ສຳເລັດໄດ້ດ້ວຍຢ່າງນີ້ນັ້ນເປັນການດີ
no ce abhinipphādeyya, catukkhattuṁ pañcakkhattuṁ chakkhattuparamaṁ tuṇhībhūtena uddissa ṭhātabbaṁ,
tuṇhībhūtena → tuṇahībhūtena (mm)ຖ້າສຳເລັດບໍ່ໄດ້, ຄວນເຂົ້າໄປຍືນນິ່ງຕໍ່ໜ້າ ໔ ເທື່ອ ໕ ເທື່ອ ໖ ເທື່ອເປັນຢ່າງຫຼາຍ ທ່ານຢືນນິ່ງຕໍ່ໜ້າ,
catukkhattuṁ pañcakkhattuṁ chakkhattuparamaṁ tuṇhībhūto uddissa tiṭṭhamāno taṁ cīvaraṁ abhinipphādeyya, iccetaṁ kusalaṁ,
taṁ → (mm) | kusalaṁ → kusalaṁ no ce abhinipphādeyya (mm)໔ ເທື່ອ ໕ ເທື່ອ ໖ ເທື່ອເປັນຢ່າງຫຼາຍ ໃຫ້ໄວຍາວັດຈະກອນນັ້ນໄດ້ຈັດຈີວອນສຳເລັດໄດ້ ການໃຫ້ສຳເລັດໄດ້ດ້ວຍຢ່າງນີ້ ນັ້ນເປັນການດີ
tato ce uttari vāyamamāno taṁ cīvaraṁ abhinipphādeyya, nissaggiyaṁ pācittiyaṁ.
uttari → uttariṁ (mm) | pācittiyaṁ → (mm)ຖ້າໃຫ້ສຳເລັດບໍ່ໄດ້ ຖ້າທ່ານພະຍາຍາມໃຫ້ຫຼາຍກວ່ານັ້ນໃຫ້ຈີວອນນັ້ນສຳເລັດ ຕ້ອງອາບັດນິດສັກຄິຍະປາຈິດຕີ.
No ce abhinipphādeyya, yatassa cīvaracetāpannaṁ ābhataṁ, tattha sāmaṁ vā gantabbaṁ, dūto vā pāhetabbo
cīvaracetāpannaṁ → cīvaracetāpanaṁ (mm)ຖ້າໃຫ້ສຳເລັດບໍ່ໄດ້ຄວນໄປເອງກໍໄດ້ ສົ່ງທູດໄປກໍໄດ້ ໃນສຳນັກທີ່ສົ່ງຊັບສຳລັບຈ່າຍຈີວອນມາເພື່ອທ່ານ ບອກວ່າ
“yaṁ kho tumhe āyasmanto bhikkhuṁ uddissa cīvaracetāpannaṁ pahiṇittha, na taṁ tassa bhikkhuno kiñci atthaṁ anubhoti,
cīvaracetāpannaṁ → cīvaracetāpanaṁ (mm)“ທ່ານສົ່ງຊັບສຳລັບຈ່າຍຈີວອນໄປສະເພາະພິກຂຸໃດ ຊັບນັ້ນຫາບໍ່ສຳເລັດປະໂຫຍດແມ້ນ້ອຍໜຶ່ງແກ່ພິກຂຸນັ້ນ,
yuñjantāyasmanto sakaṁ, mā vo sakaṁ vinassā”ti,
vinassāti → vinassīti (mm)ທ່ານຈົ່ງທວງເອົາຄືນຊັບຂອງທ່ານ ຊັບຂອງທ່ານຢ່າໄດ້ຈິບຫາຍເສຽເລີຍ,
ayaṁ tattha sāmīci.ນີ້ເປັນສາມີຈິກັມມ໌ (ຄື ປະພຶດຊອບ) ໃນເລື່ອງນັ້ນ.
Kathinavaggo paṭhamo.ກະຖິນ (ກຖິນ) ວັກທີ່ ໑ ສຸດແລ້ວ.
Chapter 2. Kosiyaບົດທີ ໒. ໂກສິຍະ
Nissaggiya Pācittiya 11. Kosiyaນິດສັກຄິຍະ ປາຈິດຕິຍະ ໑໑. ໂກສຶຍະ
Yo pana bhikkhu kosiyamissakaṁ santhataṁ kārāpeyya, nissaggiyaṁ pācittiyaṁ.
kosiyamissakaṁ → (mm) | nissaggiyaṁ → nissaggīyaṁ (mm)ອັນນຶ່ງ ພິກຂຸໃດໃຫ້ເຮັດຜ້າທີ່ພຣະສົງຮອງນັ່ງ (ສັນຖັດ) ປົນດ້ວຍໄໝ, ຕ້ອງນິດສັກຄິຍະປາຈິດຕີ.
Nissaggiya Pācittiya 12. Suddhakāḷakaນິດສັກຄິຍະ ປາຈິດຕິຍະ ໑໒. ສຸດດກາລະກະ
Yo pana bhikkhu suddhakāḷakānaṁ eḷakalomānaṁ santhataṁ kārāpeyya, nissaggiyaṁ pācittiyaṁ.
suddhakāḷakānaṁ → suddhākāḷakānaṁ (mm) | santhataṁ → sanuthataṁ (mm)ອັນນຶ່ງ ພິກຂຸໃດໃຫ້ເຮັດຜ້າທີ່ພຣະສົງຮອງນັ່ງ (ສັນຖັດ) ແຫ່ງຂົນຈຽມດຳລ້ວນ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 13. Dvebhāgaນິດສັກຄິຍະ ປາຈິດຕິຍະ ໑໓. ທະເວພາກະ
Navaṁ pana bhikkhunā santhataṁ kārayamānena dve bhāgā suddhakāḷakānaṁ eḷakalomānaṁ ādātabbā, tatiyaṁ odātānaṁ, catutthaṁ gocariyānaṁ.ອັນນຶ່ງ ພິກຂຸຜູ້ໃຫ້ເຮັດຜ້າທີ່ຮອງນັ່ງ (ສັນຖັດ) ໃໝ່ ຄວນຖືເອົາຂົນຈຽມດຳລ້ວນ ໒ ສ່ວນຂົນຈຽມຂາວເປັນສ່ວນທີ່ ໓ ຂົນຈຽມແດງເປັນສ່ວນທີ່ ໔. Anādā ce bhikkhu dve bhāge suddhakāḷakānaṁ eḷakalomānaṁ, tatiyaṁ odātānaṁ, catutthaṁ gocariyānaṁ, navaṁ santhataṁ kārāpeyya, nissaggiyaṁ pācittiyaṁ.ຖ້າພິກຂຸບໍ່ຖືເອົາຂົນຈຽມດຳລ້ວນ ໒ ສ່ວນຂົນຈຽມຂາວເປັນສ່ວນທີ່ ໓ ຂົນຈຽມແດງເປັນສ່ວນທີ່ ໔ ໃຫ້ເຮັດຜ້າທີ່ຮອງນັ່ງ (ສັນຖັດ) ໃໝ່ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 14. Chabbassaນິດສັກຄິຍະ ປາຈິດຕິຍະ ໑໔. ສັບພັດສະ
Navaṁ pana bhikkhunā santhataṁ kārāpetvā chabbassāni dhāretabbaṁ,ອັນນຶ່ງ ພິກຂຸໃຫ້ເຮັດຜ້າທີ່ຮອງນັ່ງ (ສັນຖັດ) ໃໝ່ແລ້ວ ຄວນຊົງໄວ້ໃຫ້ໄດ້ ໖ ປີ ຖ້າຢ່ອນກວ່າ ໖ ປີ,
orena ce channaṁ vassānaṁ taṁ santhataṁ vissajjetvā vā avissajjetvā vā aññaṁ navaṁ santhataṁ kārāpeyya aññatra bhikkhusammutiyā, nissaggiyaṁ pācittiyaṁ.
bhikkhusammutiyā nissaggiyaṁ → bhikkhusammatiyā (mm)ທ່ານສະລະເສຽແລ້ວກໍດີ ຍັງບໍ່ສະລະແລ້ວກໍດີ ຊຶ່ງຜ້າທີ່ຮອງນັ່ງ (ສັນຖັດ) ນັ້ນ ໃຫ້ເຮັດຜ້າທີ່ຮອງນັ່ງອື່ນໃໝ່ເວັ້ນໄວ້ແຕ່ພິກຂຸໄດ້ສົມມຕິ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 15. Nisīdanasanthataນິດສັກຄິຍະ ປາຈິດຕິຍະ ໑໕. ນິສີທະນະສັນຖະຕະ
Nisīdanasanthataṁ pana bhikkhunā kārayamānena purāṇasanthatassa sāmantā sugatavidatthi ādātabbā dubbaṇṇakaraṇāya.
sugatavidatthi → sugatividatthi (mm)ອັນນຶ່ງ ພິກຂຸຜູ້ໃຫ້ເຮັດຜ້າທີ່ຮອງນັ່ງສຳລັບນັ່ງຄວນຖືເອົາຄືບສຸຄະຕະໂດຍຮອບແຫ່ງຜ້າທີ່ຮອງນັ່ງເກົ່າ ເພື່ອເຮັດໃຫ້ເສຽສີ.
Anādā ce bhikkhu purāṇasantha tassa sāmantā sugatavidatthiṁ, navaṁ nisīdanasanthataṁ kārāpeyya, nissaggiyaṁ pācittiyaṁ.ຖ້າພິກຂຸບໍ່ຖືເອົາຄືບສຸຄະຕະໂດຍຮອບແຫ່ງຜ້າທີ່ຮອງນັ່ງເກົ່າ ໃຫ້ເຮັດຜ້າທີ່ຮອງນັ່ງສຳລັບນັ່ງໃໝ່ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 16. Eḷakalomaນິດສັກຄິຍະ ປາຈິດຕິຍະ ໑໖. ເອລະກະໂລມະ
Bhikkhuno paneva addhānamaggappaṭipannassa eḷakalomāni uppajjeyyuṁ,ອັນນຶ່ງ ຂົນຈຽມເກີດຂຶ້ນແກ່ພິກຂຸຜູ້ເດີນທາງ ພິກຂຸຕ້ອງການຄວນຮັບໄດ້,
ākaṅkhamānena bhikkhunā paṭiggahetabbāni, paṭiggahetvā tiyojanaparamaṁ sahatthā haritabbāni asante hārake.
haritabbāni → hāretabbāni (mm)ຄິ້ນຮັບແລ້ວ ເມື່ອຄົນຖືບໍ່ມີ ຄວນຖືໄປດ້ວຍມືຂອງຕົນເອງ ຕະຫຼອດໄລຍະທາງ ໓ ໂຍດ ເປັນຢ່າງຫຼາຍ,
Tato ce uttari hareyya, asantepi hārake, nissaggiyaṁ pācittiyaṁ.
uttari → uttariṁ (mm)ຖ້າທ່ານຖືເອົາໄປຍິ່ງກວ່ານັ້ນ ແມ່ນວ່າຄົນຖືບໍ່ມີ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 17. Eḷakalomadhovāpanaນິດສັກຄິຍະ ປາຈິດຕິຍະ ໑໗. ເອລະກະໂລມະໂທວາປະນະ
Yo pana bhikkhu aññātikāya bhikkhuniyā eḷakalomāni dhovāpeyya vā rajāpeyya vā vijaṭāpeyya vā, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດໃຫ້ພິກຂຸນີຜູ້ບໍ່ແມ່ນຍາດພີ່ນ້ອງໃຫ້ຊັກກໍດີ ໃຫ້ຢ້ອມກໍດີ ໃຫ້ສາງກໍດີ ຊຶ່ງຂົນຈຽມ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 18. Rūpiyaນິດສັກຄິຍະ ປາຈິດຕິຍະ ໑໘. ຣູປິຍະ
Yo pana bhikkhu jātarūparajataṁ uggaṇheyya vā uggaṇhāpeyya vā upanikkhittaṁ vā sādiyeyya, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດ ຮັບກໍດີ ໃຫ້ຮັບກໍບໍ່ດີ ທອງເງິນ ຫຼືຍິນດີທອງເງິນອັນເຂົາເກັບໄວ້ໃຫ້ກໍດີ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 19. Rūpiyasaṁvohāraນິດສັກຄິຍະ ປາຈິດຕິຍະ ໑໙. ຣູປິຍະສັງໂວຫາລະ
Yo pana bhikkhu nānappakārakaṁ rūpiyasaṁvohāraṁ samāpajjeyya, nissaggiyaṁ pācittiyaṁ.
nānappakārakaṁ → nāmappakārakaṁ (mm)ອັນນຶ່ງ ພິກຂຸໃດເຖິງຄວາມແລກປ່ຽນດ້ວຍຣູປິຍະ ມີປະການຕ່າງໆ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 20. Kayavikkayaນິດສັກຄິຍະ ປາຈິດຕິຍະ ໒໐. ກະຍະວິກກະຍະ
Yo pana bhikkhu nānappakārakaṁ kayavikkayaṁ samāpajjeyya, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດເຖິງການຊື້ແລະການຂາຍມີປະການຕ່າງໆ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Kosiyavaggo dutiyo.ໂກສິຍະວັກທີ່ ໒ ສຸດແລ້ວ.
Chapter 3. Pattaບົດທີ ໓. ປັດຕະ
Nissaggiya Pācittiya 21. Pattaນິດສັກຄິຍະ ປາຈິດຕິຍະ ໒໑. ປັດຕະ
Dasāhaparamaṁ atirekapatto dhāretabbo, taṁ atikkāmayato nissaggiyaṁ pācittiyaṁ.ຄວນຊົງບາດທີ່ເກີນກຳໜົດໄວ້ໄດ້ ໑໐ ມື້ເປັນຢ່າງຍິ່ງພິກຂຸໃຫ້ລ່ວງກຳໜົດນັ້ນໄປ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 22. Ūnapañcabandhanaນິດສັກຄິຍະ ປາຈິດຕິຍະ ໒໒. ອູນະປັນຈະພັນທະນະ
Yo pana bhikkhu ūnapañcabandhanena pattena aññaṁ navaṁ pattaṁ cetāpeyya, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດມີບາດມີຮອຍແຕກນ້ອຍກວ່າ ໕ ນິ້ວ ໃຫ້ຈ່າຍບາດອັນໃໝ່ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Tena bhikkhunā so patto bhikkhuparisāya nissajjitabbo,ພິກຂຸນັ້ນຄວນສະລະບາດນັ້ນໃນໜູ່ພິກຂຸ ບາດໃບສຸດທ້າຍແຫ່ງພິກຂຸໃນບໍລິສັດນັ້ນ,
yo ca tassā bhikkhuparisāya pattapariyanto, so tassa bhikkhuno padātabbo “ayaṁ te bhikkhu patto yāva bhedanāya dhāretabbo”ti,
so → so ca (mm) | ayaṁ te → ayanite (mm)ຄວນມອບໃຫ້ແກ່ພິກຂຸນັ້ນ ສັ່ງວ່າ “ນີ້ບາດຂອງທ່ານ ຄວນຊົງໄວ້ (ຄື ໃຊ້) ກວ່າຈະແຕກ”,
ayaṁ tattha sāmīci.ນີ້ເປັນສາມີຈິກັມມ໌ (ຄື ການຊອບ) ໃນເລື່ອງນັ້ນ.
Nissaggiya Pācittiya 23. Bhesajjaນິດສັກຄິຍະ ປາຈິດຕິຍະ ໒໓. ເພສັດຊະ
Yāni kho pana tāni gilānānaṁ bhikkhūnaṁ paṭisāyanīyāni bhesajjāni, seyyathidaṁ—sappi navanītaṁ telaṁ madhu phāṇitaṁ, tāni paṭiggahetvā sattāhaparamaṁ sannidhikārakaṁ paribhuñjitabbāni,ອັນນຶ່ງ ມີເພສັດອັນຄວນສັນຂອງພິກຂຸຜູ້ອາພາດຄື ເນີຍໃສ ເນີຍຂົ້ນ ນ້ຳມັນ ນ້ຳຜຶ້ງ ນ້ຳອ້ອຍພິກຂຸຮັບ (ປະເຄນ) ຂອງນັ້ນແລ້ວ ຄວນເກັບໄວ້ສັນໄດ້ ໗ ມື້ເປັນຢ່າງຫຼາຍ, taṁ atikkāmayato nissaggiyaṁ pācittiyaṁ.ພິກຂຸໃຫ້ລ່ວງກຳໜົດນັ້ນໄປ ຕ້ອງອາບັດນິດສັກຄິຍະປາຈິດຕີ,
Nissaggiya Pācittiya 24. Vassikasāṭikaນິດສັກຄິຍະ ປາຈິດຕິຍະ ໒໔. ວັດສິກະສາຕິກະ
“Māso seso gimhāna”nti bhikkhunā vassikasāṭikacīvaraṁ pariyesitabbaṁ, “addhamāso seso gimhāna”nti katvā nivāsetabbaṁ.
addhamāso → aḍḍhamāso (mm)ພິກຂຸ (ຮູ້) ວ່າລະດູຮ້ອນຍັງເຫຼືອອີກ ໑ ເດືອນ ຄວນສະແຫວງຫາຈີວອນຄື ຜ້າອາບນ້ຳຝົນໄດ້ (ຮູ້) ວ່າລະດູຮ້ອນຍັງເຫຼືອອີກເຄິ່ງເດືອນ ຄວນເຮັດນຸ່ງໄດ້
Orena ce “māso seso gimhāna”nti vassikasāṭikacīvaraṁ pariyeseyya, orena“ddhamāso seso gimhāna”nti katvā nivāseyya, nissaggiyaṁ pācittiyaṁ.
orenaddhamāso → orenaḍḍhamāso (mm)ຖ້າທ່ານ (ຮູ້) ວ່າລະດູຮ້ອນເຫຼືອລ້ຳກວ່າ ໑ ເດືອນສະແຫວງຫາຈີວອນ ຄື ຜ້າອາບນ້ຳຝົນ (ຮູ້) ວ່າລະດູຮ້ອນເຫຼືອລ້ຳກວ່າເຄິ່ງເດືອນເຮັດນຸ່ງ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 25. Cīvaraacchindanaນິດສັກຄິຍະ ປາຈິດຕິຍະ ໒໕. ຈີວະຣາອະສິນທະນະ
Yo pana bhikkhu bhikkhussa sāmaṁ cīvaraṁ datvā kupito anattamano acchindeyya vā acchindāpeyya vā, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດ ໃຫ້ຈີວອນແກ່ພິກຂຸເອງແລ້ວ ຄຽດນ້ອຍໃຈຊິງເອົາມາກໍດີ ໃຫ້ຊິງເອົາມາກໍດີ ຕ້ອງນິດສັກຄິຍະປາຈິດຕີ.
Nissaggiya Pācittiya 26. Suttaviññattiນິດສັກຄິຍະ ປາຈິດຕິຍະ ໒໖. ສຸດຕະວິນຍັດຕິ
Yo pana bhikkhu sāmaṁ suttaṁ viññāpetvā tantavāyehi cīvaraṁ vāyāpeyya, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດຂໍດ້າຍມາເອງແລ້ວ ໃຊ້ຊ່າງຫູກໃຫ້ທໍຈີວອນ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 27. Mahāpesakāraນິດສັກຄິຍະ ປາຈິດຕິຍະ ໒໗. ມະຫາເປສະກາລະ
Bhikkhuṁ paneva uddissa aññātako gahapati vā gahapatānī vā tantavāyehi cīvaraṁ vāyāpeyya, tatra ce so bhikkhu pubbe appavārito tantavāye upasaṅkamitvā cīvare vikappaṁ āpajjeyyaອັນນຶ່ງ ພໍ່ເຈົ້າເຮືອນກໍດີ ແມ່ເຈົ້າເຮືອນກໍດີ ຜູ້ບໍ່ແມ່ນຍາດພີ່ນ້ອງ ສັ່ງຊ່າງຫູກໃຫ້ທໍຈີວຣ ສະເພາະພິກຂຸ ຖ້າພິກຂຸນັ້ນເຂົາບໍ່ໄດ້ປວາລະນາໄວ້ກ່ອນ ເຂົ້າໄປຫາຊ່າງຫູກແລ້ວ ເຖິງຄວາມກຳໜົດໃນຈີວອນໃນສຳນັກຂອງເຂົານັ້ນວ່າ
“idaṁ kho, āvuso, cīvaraṁ maṁ uddissa viyyati, āyatañca karotha, vitthatañca, appitañca, suvītañca, suppavāyitañca, suvilekhitañca, suvitacchitañca karotha,
viyyati → vīyati (mm) | suvītañca suppavāyitañca suvilekhitañca → suvitañca supavāyitañca suvilekkhitañca (mm)“ຈີວອນຜືນນີ້ທໍສະເພາະຮູບ ຂໍທ່ານຈົ່ງເຮັດໃຫ້ຍາວ ໃຫ້ເປັນຂອງຂຶງດີ ໃຫ້ເປັນຂອງທີ່ທໍດີ ໃຫ້ເປັນຂອງທີ່ສາງດີ ໃຫ້ເປັນຂອງທີ່ກີດດີ,
appeva nāma mayampi āyasmantānaṁ kiñcimattaṁ anupadajjeyyāmā”ti.
appeva nāma mayampi āyasmantānaṁ → appevanāma mayamipi āyasmanitānaṁ (mm)ແມ່ນວ່າເຫດໃດ ຂ້ານ້ອຍຈະໃຫ້ຂອງເລັກນ້ອຍເປັນລາງວັນແກ່ທ່ານ ຄັ້ນເວົ້າຢ່າງນີ້ແລ້ວ”.
Evañca so bhikkhu vatvā kiñcimattaṁ anupadajjeyya antamaso piṇḍapātamattampi, nissaggiyaṁ pācittiyaṁ.ພິກຂຸນັ້ນໃຫ້ຂອງເລັກນ້ອຍເປັນລາງວັນ ໂດຍທີ່ສຸດແມ່ນວ່າບິນຖະບາດ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 28. Accekacīvaraນິດສັກຄິຍະ ປາຈິດຕິຍະ ໒໘. ອັດເຈກະຈີວະລະ
Dasāhānāgataṁ kattikatemāsikapuṇṇamaṁ bhikkhuno paneva accekacīvaraṁ uppajjeyya, accekaṁ maññamānena bhikkhunā paṭiggahetabbaṁ, paṭiggahetvā yāva cīvarakālasamayaṁ nikkhipitabbaṁ.
kattikatemāsikapuṇṇamaṁ → kattikatemāsipuṇṇamaṁ (mm) | maññamānena → maññamanena (mm)ວັນພຣະຈັນເດືອນເພັງ (ປຸຣະນະມີ) ທີ່ຄົບ ໓ ເດືອນແຫ່ງເດືອນກັດຕິກາ (ຄື ເດືອນ ໑໑) ຍັງບໍ່ມາອີກ ໑໐ ມື້ ຜ້າຈຳນຳພັນສາ (ອັດເຈກະຈີວອນ) ທີ່ເກິດຂື້ນແກ່ພິກຂຸ ພິກຂຸຮູ້ວ່າ ເປັນອັດເຈກະຈີວອນ ຄວນຮັບໄວ້ໄດ້ ຄັ້ນຮັບໄວ້ແລ້ວ ຄວນເກັບໄວ້ໄດ້ຈົນຕະຫຼອດສະໄໝທີ່ເປັນຈີວອນການ.
Tato ce uttari nikkhipeyya, nissaggiyaṁ pācittiyaṁ.
uttari → uttariṁ (mm)ຖ້າທ່ານເກັບໄວ້ດົ້ນກວ່ານັ້ນ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Nissaggiya Pācittiya 29. Sāsaṅkaນິດສັກຄິຍະ ປາຈິດຕິຍະ ໒໙. ສາສັງກະ
Upavassaṁ kho pana kattikapuṇṇamaṁ yāni kho pana tāni āraññakāni senāsanāni sāsaṅkasammatāni sappaṭibhayāni, tathārūpesu bhikkhu senāsanesu viharanto ākaṅkhamāno tiṇṇaṁ cīvarānaṁ aññataraṁ cīvaraṁ antaraghare nikkhipeyya, siyā ca tassa bhikkhuno kocideva paccayo tena cīvarena vippavāsāya,ອັນນຶ່ງ (ເຖິງ) ວັນພຣະຈັນເດືອນເພັງ (ປຸລະນະມີ) ແຫ່ງເດືອນກັດຕິກາ (ຄື ເດືອນ ໑໑) ທີ່ສຸດແຫ່ງລະດູຝົນ ພິກຂຸຢູ່ໃນເສນາສະນະປ່າທີ່ຮູ້ກັນວ່າເປັນທີ່ຂີ້ດຽດ ມີໄພສະເພາະໜ້າປາດຖະໜາຢູ່ ຄວນເກັບຈີວອນ ໓ ຜືນໆ ໃດຜືນໜຶ່ງໄວ້ໃນລະແວກເຮືອນໄດ້ແລະປັດໄຈອັນໃດໆ ເພື່ອຈະຢູ່ປາດສະຈາກຈີວອນນັ້ນຈະຄວນມີແກ່ພິກຂຸ,
chārattaparamaṁ tena bhikkhunā tena cīvarena vippavasitabbaṁ. Tato ce uttari vippavaseyya aññatra bhikkhusammutiyā, nissaggiyaṁ pācittiyaṁ.
chārattaparamaṁ tena → chārattaparamanitena (mm) | uttari → uttariṁ (mm) | bhikkhusammutiyā → bhikkhusammatiyā (mm)ພິກຂຸນັ້ນ ຄວນຢູ່ປາດສະຈາກຈີວອນນັ້ນໄດ້ ໖ ຄືນເປັນຢ່າງຍິ່ງ ຖ້າທ່ານຢູ່ປາດສະຈາກຍິ່ງກວ່ານັ້ນ ເວັ້ນໄວ້ແຕ່ພິກຂຸໄດ້ສົມມຕິ ຕ້ອງນິດສັກຄິຍະປາຈິດຕີ.
Nissaggiya Pācittiya 30. Pariṇataນິດສັກຄິຍະ ປາຈິດຕິຍະ ໓໐. ປຣິນະຕະ
Yo pana bhikkhu jānaṁ saṅghikaṁ lābhaṁ pariṇataṁ attano pariṇāmeyya, nissaggiyaṁ pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ນ້ອມລາບທີ່ເຂົານ້ອມໄວ້ເປັນຂອງຈະຖວາຍສົງມາເພື່ອຕົນ ຕ້ອງອາບັດນິດສັກຄິຍະປາຈິດຕີ.
Pattavaggo tatiyo.ປັດຕະວັກທີ່ ໓ ສຸດແລ້ວ.
Uddiṭṭhā kho āyasmanto tiṁsa nissaggiyā pācittiyā dhammā.ທ່ານທັງຫຼາຍ ທຳຊື່ ນິດສັກຄິຍະປາຈິດຕີ ໓໐ (ສິກຂາບົດ) ຂ້ານ້ອຍຍົກຂຶ້ນສະແດງແລ້ວ.
Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍໃນຂໍ້ເຫຼົ່ານັ້ນທ່ານເປັນຜູ້ບໍຣິສຸດແລ້ວບໍ?,
dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍແມ່ນວ່າເທື່ອທີ່ ໒ ທ່ານເປັນຜູ້ບໍຣິສຸດແລ້ວບໍ?,
tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍແມ່ນວ່າເທື່ອທີ່ ໓ ທ່ານເປັນຜູ້ບໍຣິສຸດແລ້ວບໍ?,
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.
dhārayāmīti nissaggiyapācittiyā → dhārayāmi nissaggiyā pācittiyā dhammā (mm)ເພາະສະນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ຢ່າງນີ້.
Nissaggiyapācittiyā niṭṭhitāນິດສັກຄິຍະປາຈິດຕິຍາ ສຸດແລ້ວ
Suddhapācittiyāສຸດຫະປາຈິດຕິຍາ
Ime kho panāyasmanto dvenavuti pācittiyā dhammā uddesaṁ āgacchanti.ທ່ານທັງຫຼາຍ ທຳຊື່ວ່າປາຈິດຕີ ໙໒ ເຫຼົ່ານີ້ແລ ຍ່ອມມາສູ່ອຸດເທດ.
Chapter 1. Musāvādaບົດທີ ໑. ມຸສາວາທາ
Pācittiya 1. Musāvādaປາຈິດຕິຍະ ໑. ມຸສາວາທາ
Sampajānamusāvāde pācittiyaṁ.ຕ້ອງອາບັດປາຈິດຕີ ເພາະເວົ້າບໍ່ຈິງທັງຮູ້ຕົວ.
Pācittiya 2. Omasavādaປາຈິດຕິຍະ ໒. ໂອມສະວາດ
Omasavāde pācittiyaṁ.ຕ້ອງອາບັດປາຈິດຕີ ເພາະເວົ້າດູຖູກ.
Pācittiya 3. Pesuññaປາຈິດຕິຍະ ໓. ເປສຸນຍະ
Bhikkhupesuññe pācittiyaṁ.ຕ້ອງອາບັດປາຈິດຕີ ໃນເພາະສໍ່ສຽດພິກຂຸ.
Pācittiya 4. Padasodhammaປາຈິດຕິຍະ ໔. ປະທະໂສທຳມະ
Yo pana bhikkhu anupasampannaṁ padaso dhammaṁ vāceyya, pācittiyaṁ.ອັນນຶ່ງ ພິກຂຸໃດໃຫ້ຜູ້ທີ່ບໍ່ໄດ້ເປັນພິກຂຸ (ອະນຸບສັມບັນ) ໃຫ້ກ່າວທຳໂດຍບົດ ໑ ຕ້ອງອາບັດປາຈິດຕີ.
Pācittiya 5. Paṭhamasahaseyyaປາຈິດຕິຍະ ໕. ປະຖະມະສະຫະເສີຍຍະ
Yo pana bhikkhu anupasampannena uttaridirattatirattaṁ sahaseyyaṁ kappeyya, pācittiyaṁ.
uttaridirattatirattaṁ → uttaridvirattatirattaṁ (mm)ອັນນຶ່ງ ພິກຂຸໃດສຳເລັດການນອນຮ່ວມກັບຜູ້ທີ່ບໍ່ໄດ້ເປັນພິກຂຸ (ອະນຸບສັມບັນ) ຫຼາຍກວ່າ ໒-໓ ຄືນ ຕ້ອງອາບັດປາຈິດຕີ.
Pācittiya 6. Dutiyasahaseyyaປາຈິດຕິຍະ ໖. ທຸຕິຍະສະຫະເສີຍຍະ
Yo pana bhikkhu mātugāmena sahaseyyaṁ kappeyya, pācittiyaṁ.ອັນນຶ່ງ ພິກຂຸໃດສຳເລັດການນອນຮ່ວມກັບເພດແມ່ຍິງ ຕ້ອງອາບັດປາຈິດຕີ.
Pācittiya 7. Dhammadesanāປາຈິດຕິຍະ ໗. ທຳມະເທສະນາ
Yo pana bhikkhu mātugāmassa uttarichappañcavācāhi dhammaṁ deseyya aññatra viññunā purisaviggahena, pācittiyaṁ.ອັນນຶ່ງ ພິກຂຸໃດ ສະແດງທຳແກ່ເພດແມ່ຍິງຫຼາຍກວ່າ ໕-໖ ຄຳ ເວັ້ນໄວ້ແຕ່ບຸຣຸດຜູ້ຮູ້ດຽງສາ (ຢູ່ນຳ) ຕ້ອງອາບັດປາຈິດຕີ.
Pācittiya 8. Bhūtārocanaປາຈິດຕິຍະ ໘. ພູຕາໂຣຈະນະ
Yo pana bhikkhu anupasampannassa uttarimanussadhammaṁ āroceyya, bhūtasmiṁ pācittiyaṁ.ອັນນຶ່ງ ພິກຂຸໃດບອກທຳວິເສດຍິ່ງ (ອຸດຕະຣິມະນຸດສະທຳ) ຂອງຕົນ ແກ່ຜູ້ບໍ່ແມ່ນນັກບວດ (ອະນຸບສັມບັນ) ຕ້ອງອາບັດປາຈິດຕີ ເພາະມີຈິງແທ້.
Pācittiya 9. Duṭṭhullārocanaປາຈິດຕິຍະ ໙. ທຸດຖຸນລາໂຣຈະນະ
Yo pana bhikkhu bhikkhussa duṭṭhullaṁ āpattiṁ anupasampannassa āroceyya aññatra bhikkhusammutiyā, pācittiyaṁ.
bhikkhusammutiyā → bhikkhusammatiyā (mm)ອັນນຶ່ງ ພິກຂຸໃດບອກອາບັດຊົ່ວຫຍາບຂອງພິກຂຸ ແກ່ຜູ້ບໍ່ແມ່ນນັກບວດ (ອະນຸບສັມບັນ) ເວັ້ນໄວ້ແຕ່ພິກຂຸໄດ້ຮັບສົມມຕິ ຕ້ອງອາບັດປາຈິດຕີ.
Pācittiya 10. Pathavīkhaṇanaປາຈິດຕິຍະ ໑໐. ປະຖະວີຂະນະນະ
Yo pana bhikkhu pathaviṁ khaṇeyya vā khaṇāpeyya vā pācittiyaṁ.
pathaviṁ → paṭhaviṁ (mm)ອັນນຶ່ງ ພິກຂຸໃດຂຸດກໍດີ ໃຫ້ຂຸດກໍດີ ຊຶ່ງແຜ່ນດິນຕ້ອງອາບັດປາຈິດຕີ.
Musāvādavaggo paṭhamoມຸສາວາທະວັກທີ່ ໑ ສຸດແລ້ວ
Chapter 2. Bhūtagāmaບົດທີ ໒. ພູຕະຄາມະ
Pācittiya 11. Bhūtagāmaປາຈິດຕິຍະ ໑໑. ພູຕະຄາມະ
Bhūtagāmapātabyatāya pācittiyaṁ.ຕ້ອງອາບັດປາຈິດຕີ ເພາະຄວາມຖືກພາກແຫ່ງຂອງຂຽວຫຼືພືດພັນ (ພູດຄາມ).
Pācittiya 12. Aññavādakaປາຈິດຕິຍະ ໑໒. ອັນຍະວາທະກະ
Aññavādake, vihesake pācittiyaṁ.ຕ້ອງອາບັດປາຈິດຕີ ເພາະຄວາມເປັນຜູ້ເວົ້າຄຳອື່ນ ເພາະຄວາມເປັນຜູ້ໃຫ້ລຳບາກ.
Pācittiya 13. Ujjhāpanakaປາຈິດຕິຍະ ໑໓. ອຸຊຊາປະນະກະ
Ujjhāpanake, khiyyanake pācittiyaṁ.ຕ້ອງປາຈິດຕີຍະ ເພາະຄວາມເປັນຜູ້ໂພນທະນາ ເພາະຄວາມເປັນຜູ້ຈົ່ມວ່າ.
Pācittiya 14. Paṭhamasenāsanaປາຈິດຕິຍະ ໑໔. ປະຖະມະເສນາສະນະ
Yo pana bhikkhu saṅghikaṁ mañcaṁ vā pīṭhaṁ vā bhisiṁ vā kocchaṁ vā ajjhokāse santharitvā vā santharāpetvā vā taṁ pakkamanto neva uddhareyya, na uddharāpeyya, anāpucchaṁ vā gaccheyya, pācittiyaṁ.ອັນນຶ່ງ ພິກຂຸໃດວາງໄວ້ແລ້ວກໍດີ ໃຫ້ວາງໄວ້ແລ້ວກໍດີ ຊຶ່ງຕຽງກໍດີ ຕັ່ງກໍດີ ຟູກກໍດີ ເກົ້າອີ້ກໍດີ ອັນເປັນຂອງສົງໃນທີ່ແຈ້ງເມື່ອຫຼີກໄປ ບໍ່ເກັບກໍດີ ບໍ່ໃຫ້ເກັບກໍດີ ຊຶ່ງເສນາສະນະທີ່ວາງໄວ້ນັ້ນ ຫຼີບໍ່ບອກສັ່ງ ໄປເສຽ ຕ້ອງອາບັດປາຈິດຕີ.
Pācittiya 15. Dutiyasenāsanaປາຈິດຕິຍະ ໑໕. ທຸຕິຍະເສນາສະນະ
Yo pana bhikkhu saṅghike vihāre seyyaṁ santharitvā vā santharāpetvā vā taṁ pakkamanto neva uddhareyya, na uddharāpeyya, anāpucchaṁ vā gaccheyya, pācittiyaṁ.
saṅghike → saṅghake (mm) | vā → (mm)ອັນນຶ່ງ ພິກຂຸໃດປູແລ້ວກໍດີ ໃຫ້ປູແລ້ວກໍດີ ຊຶ່ງທີ່ນອນໃນວິຫານ ເປັນຂອງສົງ ເມື່ອຫຼີກໄປ ບໍ່ເກັບກໍດີ ບໍ່ໃຫ້ເກັບກໍດີ ຊຶ່ງທີ່ນອນອັນປູໄວ້ນັ້ນ ຫຼືບໍ່ບອກສັ່ງ ໄປເສຍ ຕ້ອງອາບັດປາຈິດຕີ.
Pācittiya 16. Anupakhajjaປາຈິດຕິຍະ ໑໖. ອະນຸປະຂັດຊະ
Yo pana bhikkhu saṅghike vihāre jānaṁ pubbupagataṁ bhikkhuṁ anupakhajja seyyaṁ kappeyya “yassa sambādho bhavissati, so pakkamissatī”ti etadeva paccayaṁ karitvā anaññaṁ, pācittiyaṁ.
pubbupagataṁ → pubbūpagataṁ (mm) | anupakhajja → anūpakhajja (mm)ອັນນຶ່ງ ພິກຂຸໃດຮູ້ຢູ່ສຳເລັດການນອນ ບຽດພິກຂຸຜູ້ເຂົ້າໄປກ່ອນໃນວິຫານຂອງສົງ ດ້ວຍໝາຍວ່າຄວາມຄັບແຄບຈັກມີແກ່ຜູ້ໃດຜູ້ນັ້ນຈະຫຼີກໄປເອງ ເຮັດຄວາມໝາຍຢ່າງນີ້ເທົ່ານັ້ນໃຫ້ເປັນປັດໄຈ ຫາບໍ່ແມ່ນຢ່າງອື່ນ ຕ້ອງອາບັດປາຈິດຕີ.
Pācittiya 17. Nikkaḍḍhanaປາຈິດຕິຍະ ໑໗. ນິກກັດຖະນະ
Yo pana bhikkhu bhikkhuṁ kupito anattamano saṅghikā vihārā nikkaḍḍheyya vā nikkaḍḍhāpeyya vā, pācittiyaṁ.ອັນນຶ່ງ ພິກຂຸໃດ ຄຽດຂັດໃຈສຸດຄ່າເອງກໍດີ ໃຫ້ຜູ້ອື່ນສຸດຄ່າກໍດີ ຊຶ່ງພິກຂຸ ຈາກວິຫານຂອງສົງ ຕ້ອງອາບັດປາຈິດຕີ.
Pācittiya 18. Vehāsakuṭiປາຈິດຕິຍະ ໑໘. ເວຫາດກຸຕິ
Yo pana bhikkhu saṅghike vihāre uparivehāsakuṭiyā āhaccapādakaṁ mañcaṁ vā pīṭhaṁ vā abhinisīdeyya vā abhinipajjeyya vā, pācittiyaṁ.
vā → (mm)ອັນນຶ່ງ ພິກຂຸໃດ ນັ່ງທັບກໍດີ ນອນທັບກໍດີ ຊຶ່ງຕຽງກໍດີ ຊຶ່ງຕັ່ງກໍດີ ອັນມີຕີນສຽບ (ໃນຕົວຕຽງ) ເທິງຣ້ານ ໃນວິຫານເປັນຂອງສົງ ຕ້ອງອາບັດປາຈິດຕີ.
Pācittiya 19. Mahallakavihāraປາຈິດຕິຍະ ໑໙. ມຫັນລະກະວິຫາລະ
Mahallakaṁ pana bhikkhunā vihāraṁ kārayamānena yāva dvārakosā aggaḷaṭṭhapanāya ālokasandhiparikammāya dvatticchadanassa pariyāyaṁ appaharite ṭhitena adhiṭṭhātabbaṁ, tato ce uttari appaharitepi ṭhito adhiṭṭhaheyya, pācittiyaṁ.
aggaḷaṭṭhapanāya → aggalaṭṭhapanāya (mm) | dvatticchadanassa → dvitticchadanassa (mm) | uttari → uttariṁ (mm)ອັນນຶ່ງ ພິກຂຸຜູ້ໃຫ້ສ້າງຊຶ່ງວິຫານໃຫຍ່ ໃບປະຕູຈະຖືກຕັ້ງຕະຫຼອດທາງໄປຫາກອບປະຕູ ຈະຕົກແຕ່ງຊ່ອງປ່ອງຢ້ຽມ ຄວນຢືນໃນທີ່ບໍ່ມີສີຂຽວສົດ ທ່ານສາມາດຈັດການມຸງໄດ້ ໒ - ໓ ຊັ້ນ ຖ້າທ່ານເຮັດຫຼາຍກວ່ານັ້ນ ເຖິງແມ່ນວ່າຢືນຢູ່ໃນສະຖານທີ່ທີ່ບໍ່ມີສີຂຽວໃດໆ ຕ້ອງອາບັດປາຈິດຕີ.
Pācittiya 20. Sappāṇakaປາຈິດຕິຍະ ໒໐. ສັບປານະກະ
Yo pana bhikkhu jānaṁ sappāṇakaṁ udakaṁ tiṇaṁ vā mattikaṁ vā siñceyya vā siñcāpeyya vā, pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ວ່າ ນ້ຳມີຕົວສັດຫົດກໍດີ ໃຫ້ຫົດກໍດີ ຊຶ່ງຫຍ້າກໍດີ ຊຶ່ງດິນກໍດີ ຕ້ອງອາບັດປາຈິດຕີ.
Bhūtagāmavaggo dutiyoພູຕະຄາມະວັກທີ່ ໒ ສຸດແລ້ວ
Chapter 3. Ovādaບົດທີ ໓. ໂອວາທະ
Pācittiya 21. Ovādaປາຈິດຕິຍະ ໒໑. ໂອວາທະ
Yo pana bhikkhu asammato bhikkhuniyo ovadeyya, pācittiyaṁ.ອັນນຶ່ງ ພິກຂຸໃດບໍ່ໄດ້ຮັບສົມມຕິສັ່ງສອນພວກພິກຂຸນີ ຕ້ອງອາບັດປາຈິດຕີ.
Pācittiya 22. Atthaṅgataປາຈິດຕິຍະ ໒໒. ອັດຖັງຄະຕະ
Sammatopi ce bhikkhu atthaṅgate sūriye bhikkhuniyo ovadeyya, pācittiyaṁ.
sūriye → suriye (mm)ຖ້າພິກຂຸໄດ້ຮັບສົມມຕິແລ້ວ ເມື່ອພຣະອາທິດຕົກດິນແລ້ວ ສັ່ງສອນພວກພິກຂຸນີ ຕ້ອງອາບັດປາຈິດຕີ.
Pācittiya 23. Bhikkhunupassayaປາຈິດຕິຍະ ໒໓. ພິກຂຸນຸປັດສະຍະ
Yo pana bhikkhu bhikkhunupassayaṁ upasaṅkamitvā bhikkhuniyo ovadeyya aññatra samayā, pācittiyaṁ.
bhikkhunupassayaṁ → bhikkhu bhikkhunūpassayaṁ (mm)ອັນນຶ່ງ ພິກຂຸໃດເຂົ້າໄປສູ່ທີ່ອາໄສແຫ່ງພິກຂຸນີແລ້ວສັ່ງສອນພວກພິກຂຸນີເວັ້ນໄວ້ແຕ່ສະໄໝ ຕ້ອງອາບັດປາຈິດຕີ.
Tatthāyaṁ samayo, gilānā hoti bhikkhunī, ayaṁ tattha samayo.ສະໄໝໃນເລື່ອງນັ້ນດັ່ງນີ້ຄື ພິກຂຸນີອາພາດ ສະໄໝໃນເລື່ອງນັ້ນ ດັ່ງນີ້.
Pācittiya 24. Āmisaປາຈິດຕິຍະ ໒໔. ອາມິສະ
Yo pana bhikkhu evaṁ vadeyya “āmisahetu therā bhikkhū bhikkhuniyo ovadantī”ti, pācittiyaṁ.
therā → (mm) | pācittiyaṁ → pācittīyaṁ (mm)ອັນນຶ່ງ ພິກຂຸໃດເວົ້າຢ່າງນີ້ວ່າ “ພວກພິກຂຸສັ່ງສອນພວກພິກຂຸນີ ເພາະເຫດສິ່ງຂອງວັດຖຸເຄື່ອງລໍ້ໃຈເຊັ່ນເງິນທອງ (ອາມິສ)” ຕ້ອງອາບັດປາຈິດຕີ.
Pācittiya 25. Cīvaradānaປາຈິດຕິຍະ ໒໕. ຈີວະລະທານະ
Yo pana bhikkhu aññātikāya bhikkhuniyā cīvaraṁ dadeyya aññatra pārivattakā, pācittiyaṁ.
pārivattakā → pārivaṭṭakā (mm)ອັນນຶ່ງ ພິກຂຸໃດໃຫ້ຈີວອນແກ່ພິກຂຸນີຜູ້ບໍ່ແມ່ນຍາດພີ່ນ້ອງ ເວັ້ນໄວ້ແຕ່ແລກປ່ຽນ ຕ້ອງອາບັດປາຈິດຕີ.
Pācittiya 26. Cīvarasibbanaປາຈິດຕິຍະ ໒໖. ຈີວະລະສິບພະນະ
Yo pana bhikkhu aññātikāya bhikkhuniyā cīvaraṁ sibbeyya vā sibbāpeyya vā, pācittiyaṁ.ອັນນຶ່ງ ພິກຂຸໃດຫຍິບກໍດີ ໃຫ້ຫຍິບກໍດີຊຶ່ງຈີວອນ ເພື່ອພິກຂຸນີຜູ້ບໍ່ແມ່ນຍາດພີ່ນ້ອງ ຕ້ອງອາບັດປາຈິດຕີ.
Pācittiya 27. Saṁvidhānaປາຈິດຕິຍະ ໒໗. ສັງວິທານະ
Yo pana bhikkhu bhikkhuniyā saddhiṁ saṁvidhāya ekaddhānamaggaṁ paṭipajjeyya antamaso gāmantarampi aññatra samayā, pācittiyaṁ.ອັນນຶ່ງ ພິກຂຸໃດຊັກຊວນກັນແລ້ວ ເດີນທາງໄກນຳກັນກັບພິກຂຸນີ ໂດຍທີ່ສຸດແມ່ນວ່າສິ້ນໄລຍະເຮືອນໜຶ່ງເວັ້ນໄວ້ແຕ່ສະໄໝ ຕ້ອງອາບັດປາຈິດຕີ. Tatthāyaṁ samayo, satthagamanīyo hoti maggo, sāsaṅkasammato, sappaṭibhayo, ayaṁ tattha samayo.ສະໄໝໃນເລື່ອງນັ້ນ ດັ່ງນີ້ ຄື ທາງເປັນທີ່ຈະຕ້ອງໄປດ້ວຍພວກກວຽນ ຮູ້ກັນວ່າເປັນທີ່ຄວນຂີ້ດຽດມີໄພສະເພາະໜ້າ ນີ້ເປັນສະໄໝໃນເລື່ອງນັ້ນ.
Pācittiya 28. Nāvābhiruhanaປາຈິດຕິຍະ ໒໘. ນາວາພິຣຸຫະນະ
Yo pana bhikkhu bhikkhuniyā saddhiṁ saṁvidhāya ekaṁ nāvaṁ abhiruheyya uddhaṅgāminiṁ vā adhogāminiṁ vā aññatra tiriyaṁ taraṇāya, pācittiyaṁ.
abhiruheyya uddhaṅgāminiṁ → abhirūheyya uddhāgāminī (mm)ອັນນຶ່ງ ພິກຂຸໃດຊັກຊວນແລ້ວ ຂຶ້ນເຮືອລຳດຽວກັບພິກຂຸນີຂ້ວມຟາກ ຕ້ອງອາບັດປາຈິດຕີ.
Pācittiya 29. Paripācitaປາຈິດຕິຍະ ໒໙. ປະຣິປາຈິຕະ
Yo pana bhikkhu jānaṁ bhikkhuniparipācitaṁ piṇḍapātaṁ bhuñjeyya aññatra pubbe gihisamārambhā, pācittiyaṁ.
bhikkhuniparipācitaṁ → bhikkhunīparipācitaṁ (mm)ອັນນຶ່ງ ພິກຂຸໃດຮູ້ຢູ່ສັນບິນະຖະບາດອັນພິກຂຸນີແນະນຳໃຫ້ຖວາຍ ເວັ້ນໄວ້ແຕ່ຄະຣືຫັດປາລົບໄວ້ກ່ອນ ຕ້ອງອາບັດປາຈິດຕີ.
Pācittiya 30. Rahonisajjaປາຈິດຕິຍະ ໓໐. ລະໂຫນິສັດຊະ
Yo pana bhikkhu bhikkhuniyā saddhiṁ eko ekāya raho nisajjaṁ kappeyya, pācittiyaṁ.ອັນນຶ່ງ ພິກຂຸໃດຜູ້ດຽວ ສຳເລັດການນັ່ງ ໃນທີ່ລັບຕາກັບພິກຂຸນີຜູ້ດຽວ ຕ້ອງອາບັດປາຈິດຕີ.
Ovādavaggo tatiyoໂອວາທະວັກທີ່ ໓ ສຸດແລ້ວ
Chapter 4. Bhojanavaggoບົດທີ ໔. ໂພຊະນະວັກ
Pācittiya 31. Āvasathapiṇḍaປາຈິດຕິຍະ ໓໑. ອາສະວະຖະບິນທະ
Agilānena bhikkhunā eko āvasathapiṇḍo bhuñjitabbo.ພິກຂຸໃດບໍ່ແມ່ນຜູ້ອາພາດ ຄວນຍິນດີໃນການຍອມໃຫ້ຂໍຫຼືຖາມເອົາໄດ້ (ປະວາລະນາ) ດ້ວຍປັດໄຈ ພຽງ ໔ ເດືອນ ເວັ້ນໄວ້ແຕ່ປາວາລະນາອີກເວັ້ນໄວ້ແຕ່ປາວາລະນາເລື້ອຍໆ.
Tato ce uttari bhuñjeyya, pācittiyaṁ.
uttari → uttariṁ (mm)ຖ້າທ່ານຍິນດີຫຼາຍກວ່ານັ້ນ ຕ້ອງອາບັດປາຈິດຕີ.
Pācittiya 32. Gaṇabhojanaປາຈິດຕິຍະ ໓໒. ຄະນະໂພຊະນະ
Gaṇabhojane aññatra samayā pācittiyaṁ.
aññatra → aññatta (mm)ເວັ້ນໄວ້ແຕ່ສະໄໝ ຕ້ອງອາບັດປາຈິດຕີ ເພາະສັນເປັນໝູ່.
Tatthāyaṁ samayo, gilānasamayo, cīvaradānasamayo, cīvarakārasamayo, addhānagamanasamayo, nāvābhiruhanasamayo, mahāsamayo, samaṇabhattasamayo, ayaṁ tattha samayo.
nāvābhiruhanasamayo → nāvābhirūhanasamayo (mm)ສະໄໝໃນເລື່ອງນີ້ນັ້ນ ຄື ຄາວອາພາດ ຄາວທີ່ເປັນລະດູຖວາຍຈີວອນ ຄາວທີ່ເຮັດຈີວຣ ຄາວທີ່ເດີນທາງໄກ ຄາວທີ່ຂຶ້ນເຮືອໄປ ຄາວປະຊຸມໃຫຍ່ ຄາວສັນພັດຕະຂອງສະມະນະ ນີ້ເຜັນສະໄໝໃນເລື່ອງນັ້ນ.
Pācittiya 33. Paramparabhojanaປາຈິດຕິຍະ ໓໓. ປະລັມປະລະໂພຊະນະ
Paramparabhojane aññatra samayā pācittiyaṁ.ເວັ້ນໄວ້ແຕ່ສະໄໝ ຈ້ອງອາບັດປາຈິດຕີ ເພາະສັນໂພຊະນະພາຍຫຼັງ. Tatthāyaṁ samayo, gilānasamayo, cīvaradānasamayo, cīvarakārasamayo, ayaṁ tattha samayo.ສະໄໝໃນເລື່ອງນັ້ນດັ່ງນີ້ ຄື ຄາວເປັນໄຂ້ ຄາວຖວາຍຈີວອນ ຄາວເຮັດຈີວອນ ນີ້ເປັນສະໄໝໃນເລື່ອງນັ້ນ.
Pācittiya 34. Kāṇamātuປາຈິດຕິຍະ ໓໔. ການະມາຕຸ
Bhikkhuṁ paneva kulaṁ upagataṁ pūvehi vā manthehi vā abhihaṭṭhuṁ pavāreyya, ākaṅkhamānena bhikkhunā dvattipattapūrā paṭiggahetabbā. Tato ce uttari paṭiggaṇheyya, pācittiyaṁ.
dvattipattapūrā → dvittipattapūrā (mm) | uttari → uttariṁ (mm)ອັນນຶ່ງ ເຂົາປະວາລະນາພິກຂຸຜູ້ເຂົ້າໄປສູ່ສະກຸນ ດ້ວຍຂະໜົມກໍດີ ດ້ວຍແປ້ງເຂົ້າຈ້າວ, ແປ້ງເຂົ້າໜົມ (ສັດຕຸຜົງ)ກໍດີ ເພື່ອນຳໄປໄດ້ຕາມປາດຖະໜາພິກຂຸຜູ້ຕ້ອງການ ຄວນຮັບໄດ້ເຕັມ ໒ - ໓ ບາດ ຖ້າຮັບຫຼາຍກວ່ານີ້ນ ຕ້ອງອາບັດປາຈິດຕີ.
Dvattipattapūre paṭiggahetvā tato nīharitvā bhikkhūhi saddhiṁ saṁvibhajitabbaṁ, ayaṁ tattha sāmīci.
dvattipattapūre → dvittipattapūre (mm)ຄັ້ນຮັບເຕັມ ໒ - ໓ ບາດແລ້ວ ນຳອອກຈາກທີ່ນັ້ນແລ້ວຄວນແບ່ງປັນກັບພິກຂຸທັງຫຼາຍ ນີ້ເປັນສາມີຈິກຳ (ການປະຕິບັດຊອບ) ໃນເລື່ອງນັ້ນ.
Pācittiya 35. Paṭhamapavāraṇāປາຈິດຕິຍະ ໓໕. ປະຖະມະປະວາລະນາ
Yo pana bhikkhu bhuttāvī pavārito anatirittaṁ khādanīyaṁ vā bhojanīyaṁ vā khādeyya vā bhuñjeyya vā, pācittiyaṁ.ອັນນຶ່ງ ພິກຂຸໃດສັນສຳເລັດຫ້າມເສຽແລ້ວຄ້ຽວກໍດີ ສັນກໍດີ ຊຶ່ງຂອງຄ້ຽວກໍດີ ຊຶ່ງຂອງສັນກໍດີ ອັນບໍ່ແມ່ນເດນ ຕ້ອງອາບັດປາຈິດຕີ.
Pācittiya 36. Dutiyapavāraṇāປາຈິດຕິຍະ ໓໖. ທຸຕິຍະປະວາລະນາ
Yo pana bhikkhu bhikkhuṁ bhuttāviṁ pavāritaṁ anatirittena khādanīyena vā bhojanīyena vā abhihaṭṭhuṁ pavāreyya “handa bhikkhu khāda vā bhuñja vā”ti jānaṁ āsādanāpekkho, bhuttasmiṁ pācittiyaṁ.ອັນນຶ່ງ ພິກຂຸໃດນຳໄປປະວາລະນາພິກຂຸຜູ້ສັນສຳເລັດ ຫ້າມເສຽແລ້ວ ດ້ວຍຂອງຄ້ຽວກໍດີດ້ວຍຂອງສັນກໍດີ ອັນບໍ່ແມ່ນເດນເວົ້າວ່າ “ເອົາເຖີດ ພິກຂຸຂໍຈົ່ງຄ້ຽວຫຼືສັນ” ຮູ້ຢູ່ ເພ່ງຈະຫາໂທດໃຫ້ພໍທ່ານສັນແລ້ວ ຕ້ອງອາບັດປາຈິດຕີ.
Pācittiya 37. Vikālabhojanaປາຈິດຕິຍະ ໓໗. ວິກາລະໂພຊະນະ
Yo pana bhikkhu vikāle khādanīyaṁ vā bhojanīyaṁ vā khādeyya vā bhuñjeyya vā, pācittiyaṁ.ອັນນຶ່ງ ພິກຂຸໃດຄ້ຽວກໍດີ ສັນກໍດີ ຊຶ່ງຂອງຄ້ຽວກໍດີ ຊຶ່ງຂອງສັນກໍດີ ໃນເວລາວິການ ຕ້ອງອາບັດປາຈິດຕີ.
Pācittiya 38. Sannidhikārakaປາຈິດຕິຍະ ໓໘. ສັນນິທິກາລະກະ
Yo pana bhikkhu sannidhikārakaṁ khādanīyaṁ vā bhojanīyaṁ vā khādeyya vā bhuñjeyya vā, pācittiyaṁ.ອັນນຶ່ງ ພິກຂຸໃດຄ້ຽວກໍດີ ສັນກໍດີ ຊຶ່ງຂອງຄ້ຽວກໍດີ ຊຶ່ງຂອງສັນກໍດີ ບ່ອນເຮັດວຽກສັ່ງສົມໄວ້ ຕ້ອງອາບັດປາຈິດຕີ.
Pācittiya 39. Paṇītabhojanaປາຈິດຕິຍະ ໓໙. ປະນີຕະໂພຊະນະ
Yāni kho pana tāni paṇītabhojanāni, seyyathidaṁ—sappi, navanītaṁ, telaṁ, madhu, phāṇitaṁ, maccho, maṁsaṁ, khīraṁ, dadhi. Yo pana bhikkhu evarūpāni paṇītabhojanāni agilāno attano atthāya viññāpetvā bhuñjeyya, pācittiyaṁ.ອັນນຶ່ງ ພິກຂຸໃດບໍ່ແມ່ນຜູ້ອາພາດ ຂໍໂພຊະນະອັນປະນີດເຫັນແບບນີ້ ເຊັ່ນ ເນີຍໄສ ເນີຍຂົ້ນ ນ້ຳມັນ ນ້ຳຜຶ້ງ ນ້ຳອ້ອຍ ປາ ເນື້ອ ນົມສົດ ນົມຂົ້ນ ເພື່ອປະໂຫຍດແກ່ຕົນ ແລ້ວສັນ ຕ້ອງປາຈິດຕີ.
Pācittiya 40. Dantaponaປາຈິດຕິຍະ ໔໐. ທັນຕໂປນະ
Yo pana bhikkhu adinnaṁ mukhadvāraṁ āhāraṁ āhareyya aññatra udakadantaponā, pācittiyaṁ.
udakadantaponā → udakadantapoṇā (mm)ອັນນຶ່ງ ພິກຂຸໃດສັນອາຫານທີ່ເຂົາຍັງບໍ່ໃຫ້ ລ່ວງຊ່ອງປາກເວັ້ນໄວ້ແຕ່ນ້ຳແລະໄມ້ຊຳລະແຂ້ວ ຕ້ອງອາບັດປາຈິດຕີ.
Bhojanavaggo catutthoໂພຊະນະວັກທີ່ ໔ ສຸດແລ້ວ
Chapter 5. Acelakaບົດທີ ໕. ອະເຈລະກະ
Pācittiya 41. Acelakaປາຈິດຕິຍະ ໔໑. ອະເຈລະກະ
Yo pana bhikkhu acelakassa vā paribbājakassa vā paribbājikāya vā sahatthā khādanīyaṁ vā bhojanīyaṁ vā dadeyya, pācittiyaṁ.
pācittiyaṁ → pācittīyaṁ (mm)ອັນນຶ່ງ ພິກຂຸໃດໃຫ້ຂອງຄ້ຽວກໍດີ ຂອງກິນກໍດີ ແກ່ຄົນບໍ່ນຸ່ງຜ້າ (ອະເຈລະກະ) ກໍດີ ແກ່ນັກບວດຜູ້ຊາຍນອກພຣະພຸດສາສະໜາ (ປະຣິພາຊະກະ) ກໍດີ ແກ່ປຣິພາຊິກາກໍດີ ດ້ວຍມືຂອງຕົນ ຕ້ອງອາບັດປາຈິດຕິ.
Pācittiya 42. Uyyojanaປາຈິດຕິຍະ ໔໒. ອຸຍໂຢຊະນະ
Yo pana bhikkhu bhikkhuṁ “ehāvuso, gāmaṁ vā nigamaṁ vā piṇḍāya pavisissāmā”ti tassa dāpetvā vā adāpetvā vā uyyojeyya “gacchāvuso, na me tayā saddhiṁ kathā vā nisajjā vā phāsu hoti, ekakassa me kathā vā nisajjā vā phāsu hotī”ti etadeva paccayaṁ karitvā anaññaṁ, pācittiyaṁ.ອັນນຶ່ງ ພິກຂຸໃດກ່າວຕໍ່ພິກຂຸຢ່າງນີ້ວ່າທ່ານຈົ່ງມາ ເຂົ້າໄປສູ່ເຮືອນຫຼືສູ່ໝູ່ບ້ານຂະໜາດໃຫຍ່ (ນິຄົມ) ເພື່ອບິນຖະບາດນຳກັນ “ທ່ານໃຊ້ເຂົາໃຫ້ຖວາຍແລ້ວກໍດີ ບໍ່ໃຫ້ຖວາຍແລ້ວກໍດີ ແກ່ທ່ານແລ້ວສົ່ງໄປ (ດ້ວຍຄຳ) ວ່າທ່ານຈົ່ງໄປເສຽ ການເວົ້າກໍດີ ການນັ່ງກໍດີ ຂອງເຮົາກັບທ່ານ ບໍ່ເປັນຜາສຸກເລີຍ ການເວົ້າກໍດີ ການນັ່ງກໍດີ ຂອງເຮົາຄົນດຽວຍ່ອມເປັນຜາສຸກ” ເຮັດຄວາມໝາຍຢ່າງນີ້ເທົ່ານັ້ນແລ ໃຫ້ບໍ່ເປັນປັດໄຈຫາຢ່າງອື່ນ ຕ້ອງອາບັດປາຈິດຕີ.
Pācittiya 43. Sabhojanaປາຈິດຕິຍະ ໔໓. ສະໂພຊະນະ
Yo pana bhikkhu sabhojane kule anupakhajja nisajjaṁ kappeyya, pācittiyaṁ.
anupakhajja → anūpakhajja (mm)ອັນນຶ່ງ ພິກຂຸໃດສຳເລັດການນັ່ງແຊກໃນຄອບຄົວທີ່ກຳລັງບໍຣິໂພກອາຫານຢູ່ (ສໂພຊະນະສະກຸນ) ຕ້ອງອາບັດປາຈິດຕີ.
Pācittiya 44. Rahopaṭicchannaປາຈິດຕິຍະ ໔໔. ລະໂຫປະຕິດສັນນະ
Yo pana bhikkhu mātugāmena saddhiṁ raho paṭicchanne āsane nisajjaṁ kappeyya, pācittiyaṁ.ອັນນຶ່ງ ພິກຂຸໃດສຳເລັດການນັ່ງໃນທີ່ລັບ ຄື ໃນອາດສະນະກຳບັງກັບເພດແມ່ຍິງ (ມາຕຸຄາມ) ຕ້ອງອາບັດປາຈິດຕີ.
Pācittiya 45. Rahonisajjaປາຈິດຕິຍະ ໔໕. ລະໂຫນິສັດຊະ
Yo pana bhikkhu mātugāmena saddhiṁ eko ekāya raho nisajjaṁ kappeyya, pācittiyaṁ.ອັນນຶ່ງ ພິກຂຸໃດຜູ້ດຽວສຳເລັດການນັ່ງໃນທີ່ລັບຕາກັບເພດແມ່ຍິງ (ມາຕຸຄາມ) ຜູ້ດຽວ ຕ້ອງອາບັດປາຈິດຕີ.
Pācittiya 46. Cārittaປາຈິດຕິຍະ ໔໖. ຈາຣິດຕະ
Yo pana bhikkhu nimantito sabhatto samāno santaṁ bhikkhuṁ anāpucchā purebhattaṁ vā pacchābhattaṁ vā kulesu cārittaṁ āpajjeyya aññatra samayā, pācittiyaṁ.ອັນນຶ່ງ ພິກຂຸໃດຮັບນິມົນແລ້ວ ມີອາຫານທີ່ສັນ (ພັດຕ໌) ຢູ່ແລ້ວ ບໍ່ບອກລາພິກຂຸ ຊຶ່ງມີຢູ່ເຖິງຄວາມເປັນຜູ້ທ່ຽວໄປໃນຄອບຄົວທັງຫຼາຍ ກ່ອນສັນກໍດີ ພາຍຫຼັງສັນກໍດີເວັ້ນໄວ້ແຕ່ສະໄໝ ຕ້ອງອາບັດປາຈິດຕີ. Tatthāyaṁ samayo, cīvaradānasamayo, cīvarakārasamayo, ayaṁ tattha samayo.ສະໄໝໃນເລື່ອງນັ້ນດັ່ງນີ້ ຄືຄາວທີ່ຖວາຍຈີວອນ ຄາວທີ່ເຮັດຈີວອນ ນີ້ເປັນສະໄໝໃນເລື່ອງນັ້ນ.
Pācittiya 47. Mahānāmaປາຈິດຕິຍະ ໔໗. ມະຫານາມະ
Agilānena bhikkhunā catumāsappaccayapavāraṇā sāditabbā aññatra punapavāraṇāya, aññatra niccapavāraṇāya. Tato ce uttari sādiyeyya, pācittiyaṁ.
catumāsappaccayapavāraṇā → cātumāsapaccayapavāraṇā (mm) | uttari → uttariṁ (mm)ພິກຂຸໃດບໍ່ແມ່ນຜູ້ອາພາດ ຄວນຍິນດີໃນການຍອມໃຫ້ຂໍຫຼືຮຽກຮ້ອງເອົາໄດ້ (ປະວາລະນາ) ດ້ວຍປັດໄຈ ພຽງ ໔ ເດືອນເວັ້ນໄວ້ແຕ່ປະວາລະນາອີກເວັ້ນໄວ້ແຕ່ປະວາລະນາເປັນນິດ ຖ້າທ່ານຍິນດີຍິ່ງກວ່ານັ້ນ ຕ້ອງອາບັດປາຈິດຕີ.
Pācittiya 48. Uyyuttasenāປາຈິດຕິຍະ ໔໘. ອຸຍຍຸດຕະເສນາ
Yo pana bhikkhu uyyuttaṁ senaṁ dassanāya gaccheyya aññatra tathārūpappaccayā, pācittiyaṁ.ພິກຂຸໃດໄປເພື່ອຈະເບິ່ງກອງທັບອັນຍົກອອກແລ້ວເວັ້ນໄວ້ແຕ່ປັດໄຈມີຢ່າງນີ້ເປັນຮູບ ຕ້ອງອາບັດປາຈິດຕີ.
Pācittiya 49. Senāvāsaປາຈິດຕິຍະ ໔໙. ເສນາວາສະ
Siyā ca tassa bhikkhuno kocideva paccayo senaṁ gamanāya, dirattatirattaṁ tena bhikkhunā senāya vasitabbaṁ.
dirattatirattaṁ → dvirattatirattaṁ (mm)ກໍຖ້າປັດໄຈບາງຢ່າງ ເພື່ອຈະໄປສູ່ກອງທັບມີແກ່ພິກຂຸນັ້ນ ພິກຂຸນັ້ນຄວນຢູ່ໄດ້ໃນກອງທັບພຽງ ໒ - ໓ ຄືນ.
Tato ce uttari vaseyya, pācittiyaṁ.
uttari → uttariṁ (mm)ຖ້າຢູ່ຫຼາຍກວ່ານັ້ນ ຕ້ອງອາບັດປາຈິດຕີ.
Pācittiya 50. Uyyodhikaປາຈິດຕິຍະ ໕໐. ອຸຍໂຍທິກະ
Dirattatirattaṁ ce bhikkhu senāya vasamāno uyyodhikaṁ vā balaggaṁ vā senābyūhaṁ vā anīkadassanaṁ vā gaccheyya, pācittiyaṁ.
dirattatirattaṁ ce → dvirattatirattañce (mm) | senābyūhaṁ → sanābyūhaṁ (mm)ຖ້າພິກຂຸຢູ່ໃນກອງທັບ ໒ - ໓ ຄືນໄປສູ່ສະໜາມຮົບກໍດີ ໄປສູ່ທີ່ພັກພົນກໍດີ ໄປສູ່ທີ່ຈັດຂະບວນທັບກໍດີ ໄປເບິ່ງໝູ່ອະນຶກ ໒ ຄື ຊ້າງ ມ້າ ລົດ ພົນຢ່າງ ອັນຈັດເປັນກອງໆ ແລ້ວກໍດີ ຕ້ອງອາບັດປາຈິດຕີ.
Acelakavaggo pañcamoອະເຈລະກະວັກທີ່ ໕ ສຸດແລ້ວ
Chapter 6. Surāpānaບົດທີ ໖. ສຸລາປານະ
Pācittiya 51. Surāpānaປາຈິດຕິຍະ ໕໑. ສຸລາປານະ
Surāmerayapāne pācittiyaṁ.ຕ້ອງອາບັດປາຈິດຕີ ເພາະດື່ມສຸລາແລະເມລັຍ.
Pācittiya 52. Aṅgulipatodakaປາຈິດຕິຍະ ໕໒. ອັງຄຸລິປະໂຕທະກະ
Aṅgulipatodake pācittiyaṁ.ຕ້ອງອາບັດປາຈິດຕີ ເພາະຈີ້ດ້ວຍນິ້ວມື.
Pācittiya 53. Hasadhammaປາຈິດຕິຍະ ໕໓. ຫະສະທຳ
Udake hasadhamme pācittiyaṁ.ຕ້ອງອາບັດປາຈິດຕີ ເພາະທຳຄືຫົວໃນນ້ຳ (ໝາຍເອົາຫລິ້ນນ້ຳ).
Pācittiya 54. Anādariyaປາຈິດຕິຍະ ໕໔. ອະນາທະຣິຍະ
Anādariye pācittiyaṁ.ຕ້ອງອາບັດປາຈິດຕີ ເພາະຄວາມບໍ່ເອື້ອເຟື້ອ.
Pācittiya 55. Bhiṁsāpanaປາຈິດຕິຍະ ໕໕. ພິງສາປະນະ
Yo pana bhikkhu bhikkhuṁ bhiṁsāpeyya, pācittiyaṁ.ອັນນຶ່ງ ພິກຂຸໃດຫຼອນພິກຂຸໃຫ້ຢ້ານ ຕ້ອງອາບັດປາຈິດຕີ.
Pācittiya 56. Jotiປາຈິດຕິຍະ ໕໖. ໂຊຕິ
Yo pana bhikkhu agilāno visibbanāpekkho jotiṁ samādaheyya vā samādahāpeyya vā aññatra tathārūpappaccayā, pācittiyaṁ.
visibbanāpekkho → visīvanāpekkho (mm)ອັນນຶ່ງ ພິກຂຸໃດບໍ່ແມ່ນຜູ້ອາພາດ ຕິດກໍດີ ໃຫ້ຕິດກໍດີ ຊຶ່ງໄຟເວັ້ນໄວ້ແຕ່ປັດໄຈມີຢ່າງນັ້ນເປັນຮູບ ຕ້ອງອາບັດປາຈິດຕີ.
Pācittiya 57. Nahānaປາຈິດຕິຍະ ໕໗. ນະຫານະ
Yo pana bhikkhu orenaddhamāsaṁ nahāyeyya aññatra samayā, pācittiyaṁ.
orenaddhamāsaṁ nahāyeyya → orenaḍḍhamāsaṁ nhāyeyya (mm)ອັນນຶ່ງ ພິກຂຸໃດຍັງຢ່ອນເຄິ່ງເດືອນອາບນ້ຳເວັ້ນໄວ້ແຕ່ສະໄໝ ຕ້ອງປາຈິດຕີ.
Tatthāyaṁ samayo “diyaḍḍho māso seso gimhāna”nti “vassānassa paṭhamo māso” iccete aḍḍhateyyamāsā uṇhasamayo, pariḷāhasamayo, gilānasamayo, kammasamayo, addhānagamanasamayo, vātavuṭṭhisamayo, ayaṁ tattha samayo.ສະໄໝໃນເລື່ອງນັ້ນດັ່ງນີ້ ຄື “ເດືອນເຄິ່ງທ້າຍລະດູຮ້ອນເດືອນຕົ້ນແຫ່ງລະດູຝົນ” ໒ ເດືອນເຄິ່ງນີ້ ເປັນຄາວຮ້ອນ ເປັນຄາວກະວົນກະວາຍ ຄາວເຈັບໄຂ້ ຄາວເຮັດວຽກ ຄາວໄປທາງໄກ ຄາວຝົນມາກັບພາຍຸ ນີ້ເປັນສະໄໝໃນເລື່ອງນັ້ນ.
Pācittiya 58. Dubbaṇṇakaraṇaປາຈິດຕິຍະ ໕໘. ທຸບພັນະນະກໍລະນະ
Navaṁ pana bhikkhunā cīvaralābhena tiṇṇaṁ dubbaṇṇakaraṇānaṁ aññataraṁ dubbaṇṇakaraṇaṁ ādātabbaṁ nīlaṁ vā kaddamaṁ vā kāḷasāmaṁ vā. Anādā ce bhikkhu tiṇṇaṁ dubbaṇṇakaraṇānaṁ aññataraṁ dubbaṇṇakaraṇaṁ navaṁ cīvaraṁ paribhuñjeyya, pācittiyaṁ.ອັນນຶ່ງ ພິກຂຸໄດ້ຈີວອນມາໃໝ່ຄວນຖືເອົາວັດຖຸສຳລັບເຮັດໃຫ້ເສຽສີ ໓ ຢ່າງໆ ໃດຢ່າງໜຶ່ງຄື ຂອງຂຽວຄາມກໍໄດ້ ຕົມກໍໄດ້ ຂອງດຳຄ້ຳກໍໄດ້ ຖ້າພິກຂຸບໍ່ຖືເອົາວັດຖຸສຳລັບເຮັດໃຫ້ເສຽສີ ໓ ຢ່າງໆ ໃດຢ່າງໜຶ່ງ ໃຊ້ຈີວອນໃໝ່ ຕ້ອງອາບິດປາຈິດຕີ.
Pācittiya 59. Vikappanaປາຈິດຕິຍະ ໕໙. ວິກັບປະນະ
Yo pana bhikkhu bhikkhussa vā bhikkhuniyā vā sikkhamānāya vā sāmaṇerassa vā sāmaṇeriyā vā sāmaṁ cīvaraṁ vikappetvā appaccuddhāraṇaṁ paribhuñjeyya, pācittiyaṁ.
appaccuddhāraṇaṁ → apaccuddhārakaṁ (mm)ອັນນຶ່ງ ພິກຂຸໃດເຮັດໃຫ້ເປັນເຈົ້າຂອງ (ວິກັບ) ຈີວອນເອງ ແກ່ພິກຂຸກໍດີ ແກ່ພິກຂຸນີກໍດີ ແກ່ນາງສິກຂະມານາກໍດີ ແກ່ສາມເນນກໍດີ ແກ່ນາງສາມເນະຣີກໍດີແລ້ວໃຊ້ສອຍ (ຈີວອນນັ້ນ) ບໍ່ໃຫ້ເຂົາຖອນກ່ອນ ຕ້ອງອາບັດປາຈິດຕີ.
Pācittiya 60. Apanidhānaປາຈິດຕິຍະ ໖໐. ອະປະນິທານະ
Yo pana bhikkhu bhikkhussa pattaṁ vā cīvaraṁ vā nisīdanaṁ vā sūcigharaṁ vā kāyabandhanaṁ vā apanidheyya vā apanidhāpeyya vā antamaso hasāpekkhopi, pācittiyaṁ.ອັນນຶ່ງ ພິກຂຸໃດຊ່ອນກໍດີ ໃຫ້ຊ່ອນກໍດີ ຊຶ່ງບາດກໍດີ ຈີວອນກໍດີ ຜ້າປູນັ່ງກໍດີ ກ່ອງເຂັມກໍດີ ເຄື່ອງຄາດແອວ (ປະຄົດ) ກໍດີ ແຫ່ງພິກຂຸ ໂດຍທີ່ສຸດແມ່ນວ່າໝາຍຈະຫົວ ຕ້ອງອາບັດປາຈິດຕີ.
Surāpānavaggo chaṭṭhoສຸລາປານະວັກທີ່ ໗ ສຸດແລ້ວ
Chapter 7. Sappāṇaບົດທີ ໗. ສັບປານະ
Pācittiya 61. Sañciccaປາຈິດຕິຢ ໖໑. ສັນຈິດຈະ
Yo pana bhikkhu sañcicca pāṇaṁ jīvitā voropeyya, pācittiyaṁ.ອັນນຶ່ງ ພິກຂຸໃດແກ້ງພາກສັດຈາກຊີວິດ ຕ້ອງອາບັດປາຈິດຕີ.
Pācittiya 62. Sappāṇakaປາຈິດຕິຍະ ໖໒. ສັບປານະກະ
Yo pana bhikkhu jānaṁ sappāṇakaṁ udakaṁ paribhuñjeyya, pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ບໍຣິໂພກນ້ຳມີຕົວສັດ ຕ້ອງອາບັດປາຈິດຕີ.
Pācittiya 63. Ukkoṭanaປາຈິດຕິຍະ ໖໓. ອຸກໂກຕະນະ
Yo pana bhikkhu jānaṁ yathādhammaṁ nihatādhikaraṇaṁ punakammāya ukkoṭeyya, pācittiyaṁ.
nihatādhikaraṇaṁ → nīhatā dhikaraṇaṁ (mm)ອັນນຶ່ງ ພິກຂຸໃດຮູ້ຢູ່ຟື້ນຄະດີ (ອະທິກອນ) ທີ່ເຮັດສຳເລັດແລ້ວຕາມເພື່ອເຮັດອີກ ຕ້ອງອາບັດປາຈິດຕີ.
Pācittiya 64. Duṭṭhullaປາຈິດຕິຍະ ໖໔. ທຸດຖຸນລະ
Yo pana bhikkhu bhikkhussa jānaṁ duṭṭhullaṁ āpattiṁ paṭicchādeyya, pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ ປິດຄວາມຊົ່ວຫຍາບຂອງພິກຂຸ ຕ້ອງອາບັດປາຈິດຕີ.
Pācittiya 65. Ūnavīsativassaປາຈິດຕິຍະ ໖໕. ອູນວີສະຕິວັດສະ
Yo pana bhikkhu jānaṁ ūnavīsativassaṁ puggalaṁ upasampādeyya, so ca puggalo anupasampanno, te ca bhikkhū gārayhā, idaṁ tasmiṁ pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ ໃຫ້ບຸກຄົນມີອາຍຸບໍ່ຄົບ ໒໐ ປີ ອຸບສົມບົດບຸກຄົນນັ້ນບໍ່ເປັນອຸບສັມບັນດ້ວຍ ພິກຂຸທັງຫຼາຍນັ້ນຖືກຕິຕຽນດ້ວຍ ນີ້ຕ້ອງອາບັດປາຈິດຕີ ໃນເລື່ອງນັ້ນ.
Pācittiya 66. Theyyasatthaປາຈິດຕິຍະ ໖໖. ເຖີຍຍະສັດຖະ
Yo pana bhikkhu jānaṁ theyyasatthena saddhiṁ saṁvidhāya ekaddhānamaggaṁ paṭipajjeyya antamaso gāmantarampi, pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ ຊັກຊວນແລ້ວເດີນທາງໄກສາຍດຽວກັນກັບພວກກວຽນ ພວກຕ່າງຜູ້ເປັນໂຈນ ໂດຍທີ່ສຸດແມ່ນວ່າສິ້ນໄລຍະເຮືອນໜຶ່ງ ຕ້ອງອາບັດປາຈິດຕີ.
Pācittiya 67. Saṁvidhānaປາຈິດຕິຍະ ໖໗. ສັງວິທານະ
Yo pana bhikkhu mātugāmena saddhiṁ saṁvidhāya ekaddhānamaggaṁ paṭipajjeyya antamaso gāmantarampi, pācittiyaṁ.ອັນນຶ່ງ ພິກຂຸໃດຊັກຊວນແລ້ວເດີນທາງໄກສາຍດຽວກັນກັບມາຕຸຄາມໂດຍທີ່ສຸດແມ່ນວ່າສິ້ນລະຍະເຮືອນໜຶ່ງ ຕ້ອງອາບັດປາຈິດຕີ.
Pācittiya 68. Ariṭṭhaປາຈິດຕິຍະ ໖໘. ອະຣິດຖະ
Yo pana bhikkhu evaṁ vadeyyaອັນນຶ່ງ ພິກຂຸໃດເວົ້າຢ່າງນີ້ວ່າ
“tathāhaṁ bhagavatā dhammaṁ desitaṁ ājānāmi, yathā yeme antarāyikā dhammā vuttā bhagavatā, te paṭisevato nālaṁ antarāyāyā”ti,“ຂ້ານ້ອຍຮູ້ເຖິງທຳທີ່ພຣະຜູ້ມີພຣະພາກເຈົ້າຊົງສະແດງແລ້ວໂດຍປະການວ່າ ເປັນທຳເຮັດອັນຕະລາຍໄດ້ຢ່າງໃດ ທຳນັ້ນຫາອາດຈະເຮັດອັນຕະລາຍແກ່ຜູ້ເສບໄດ້ (ແມ່ນ)ບໍ່”,
so bhikkhu bhikkhūhi evamassa vacanīyoພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນເວົ້າຢ່າງນີ້ວ່າ
“māyasmā evaṁ avaca, mā bhagavantaṁ abbhācikkhi, na hi sādhu bhagavato abbhakkhānaṁ, na hi bhagavā evaṁ vadeyya,
māyasmā → mā āyasmā (mm)“ທ່ານຢ່າໄດ້ເວົ້າຢ່າງນັ້ນ ທ່ານຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາກເຈົ້າ ການກ່າວຕູ່ພຣະຜູ້ມີພຣະເຈົ້າບໍ່ດີດອກ ພຣະອົງເຈົ້າບໍ່ໄດ້ເວົ້າຢ່າງນັ້ນເລີຍເດີທ່ານ,
anekapariyāyenāvuso antarāyikā dhammā antarāyikā vuttā bhagavatā, alañca pana te paṭisevato antarāyāyā”ti.
anekapariyāyenāvuso → anekapariyāyena āvuso (mm) | antarāyikā → (mm)ພຣະຜູ້ມີພຣະພາກເຈົ້າເວົ້າທຳອັນເຮັດອັນຕະລາຍໄວ້ໂດຍບັນລະຍາຍເປັນຈຳນວນຫຼາຍ ກໍແລທຳນັ້ນອາດຈະເຮັດອັນຕະລາຍແກ່ຜູ້ເສບໄດ້ (ແທ້)”.
Evañca so bhikkhu bhikkhūhi vuccamāno tatheva paggaṇheyya, so bhikkhu bhikkhūhi yāvatatiyaṁ samanubhāsitabbo tassa paṭinissaggāya.ແລພິກຂຸນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນັ້ນ ຂືນຖືຢ່າງນັ້ນແລ ພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນສວດປະກາດຫ້າມຈົນເທື່ອທີ່ ໓ ເພື່ອສະລະການນັ້ນເສຽ.
Yāvatatiyañce samanubhāsiyamāno taṁ paṭinissajjeyya, iccetaṁ kusalaṁ.ຖ້າທ່ານຖືກສວດປະກາດຫ້າມຢູ່ຈົນເທື່ອທີ່ ໓ ສະລະການນັ້ນເສຽ ການສະລະໄດ້ດັ່ງນີ້ ເປັນການດີ.
No ce paṭinissajjeyya, pācittiyaṁ.ຖ້າບໍ່ສະລະ ຕ້ອງອາບັດປາຈິດຕີ.
Pācittiya 69. Ukkhittasambhogaປາຈິດຕິຍະ ໖໙. ອຸກຂິດຕະສັມໂພກະ
Yo pana bhikkhu jānaṁ tathāvādinā bhikkhunā akaṭānudhammena taṁ diṭṭhiṁ appaṭinissaṭṭhena saddhiṁ sambhuñjeyya vā, saṁvaseyya vā, saha vā seyyaṁ kappeyya, pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ ກິນຮ່ວມກໍດີ ຢູ່ຮ່ວມກໍດີ ສຳເລັດການນອນນຳກັນກໍດີ ກັບພິກຂຸຜູ້ກ່າວຢ່າງນັ້ນ ຍັງບໍ່ໄດ້ເຮັດທຳອັນສົມຄວນ ຍັງບໍ່ໄດ້ສະລະທິດຖິນັ້ນ ຕ້ອງອາບັດປາຈິດຕີ.
Pācittiya 70. Kaṇṭakaປາຈິດຕິຍະ ໗໐. ກັນຕະກະ
Samaṇuddesopi ce evaṁ vadeyyaຖ້າແມ່ນວ່າສາມເນນ (ສົມນຸດເທໂສປິ) ເວົ້າຢ່າງນີ້ວ່າ:
“tathāhaṁ bhagavatā dhammaṁ desitaṁ ājānāmi, yathā yeme antarāyikā dhammā vuttā bhagavatā, te paṭisevato nālaṁ antarāyāyā”ti,“ເຮົາຮູ້ທົ່ວເຖິງທຳທີ່ພຣະຜູ້ມີພຣະພາກເຈົ້າ ຊົງສະແດງແລ້ວຈົນກະທັ້ງວ່າທຳຕາມທີ່ພຣະອົງເວົ້າວ່າເປັນທຳກໍ່ອັນຕະລາຍ ກໍຫາສາມາດກໍ່ອັນຕະລາຍແກ່ຜູ້ຊ່ອງເສບໄດ້ແມ່ນບໍ່”,
so samaṇuddeso bhikkhūhi evamassa vacanīyoພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນເວົ້າຢ່າງນີ້ວ່າ
“māvuso, samaṇuddesa evaṁ avaca, mā bhagavantaṁ abbhācikkhi, na hi sādhu bhagavato abbhakkhānaṁ, na hi bhagavā evaṁ vadeyya,
māvuso → mā āvuso (mm)“ສາມເນນ (ສົມນຸດເທສະ) ທ່ານຢ່າໄດ້ເວົ້າຢ່າງນັ້ນ ນາງຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາກເຈົ້າ ການເວົ້າຕູ່ພຣະອົງເຈົ້າບໍ່ດີດອກ ພຣະຜູ້ມີພຣະພາກເຈົ້າບໍ່ໄດ້ເວົ້າຢ່າງນັ້ນເລີຍ,
anekapariyāyenāvuso, samaṇuddesa antarāyikā dhammā antarāyikā vuttā bhagavatā, alañca pana te paṭisevato antarāyāyā”ti,
anekapariyāyenāvuso → anekapariyāyena āvuso (mm) | antarāyikā → (mm)ພຣະຜູ້ມີພຣະພາກເຈົ້າເວົ້າທຳອັນເຮັດອັນຕະລາຍໄວ້ໂດຍປະລິຍາຍເປັນຈຳນວນຫຼາຍ ກໍແລທຳນັ້ນອາດຈະເຮັດອັນຕະລາຍແກ່ຜູ້ເສບໄດ້ (ແທ້)”,
evañca so samaṇuddeso bhikkhūhi vuccamāno tatheva paggaṇheyya, so samaṇuddeso bhikkhūhi evamassa vacanīyoແລສາມເນນ (ສົມນຸດເທໂສ) ນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນັ້ນ ຂືນຖືຢ່າງນັ້ນເດສາມເນນ (ສົມນຸດເທໂສ) ນັ້ນ ອັນພິກຂຸທັງຫຼາຍຄວນເວົ້າຢ່າງນີ້ວ່າ:
“ajjatagge te, āvuso, samaṇuddesa na ceva so bhagavā satthā apadisitabbo,“ທ່ານທັງຫຼາຍ ແນ່ະສາມເນນ (ສົມນຸດເທສະ) ທ່ານຢ່າອ້າງພຣະຜູ້ມີພຣະພາກເຈົ້ານັ້ນວ່າເປັນພຣະສາດສະດາຂອງທ່ານຕັ້ງແຕ່ມື້ນີ້ໄປ,
yampi caññe samaṇuddesā labhanti bhikkhūhi saddhiṁ dirattatirattaṁ sahaseyyaṁ, sāpi te natthi,
dirattatirattaṁ → dvirattatirattaṁ (mm)ແລພວກສາມເນນ (ສົມນຸດເທສາ) ອື່ນ ຍ່ອມໄດ້ການນອນຮ່ວມພຽງ ໒-໓ ຄືນ ກັບພິກຂຸທັງຫຼາຍອັນໃດ ແມ່ນວ່າກິລິຍາທີ່ໄດ້ການນອນຮ່ວມນັ້ນບໍ່ມີແກ່ທ່ານ,
cara pire, vinassā”ti.ເຈົ້າຄົນເສຽເຈົ້າຈົ່ງໄປເສຽ ເຈົ້າຈົ່ງຈິບຫາຍເສຽ”.
Yo pana bhikkhu jānaṁ tathānāsitaṁ samaṇuddesaṁ upalāpeyya vā, upaṭṭhāpeyya vā, sambhuñjeyya vā, saha vā seyyaṁ kappeyya, pācittiyaṁ.ແລພິກຂຸໃດຮູ້ຢູ່ ເກີ້ຍກ່ອມສາມເນນ (ສົມນຸດເທສະ) ຜູ້ຖືກໃຫ້ຈິບຫາຍເສຽຢ່າງນັ້ນແລ້ວກໍດີໃຫ້ອຸປະຖາກກໍດີກິນຮ່ວມກໍດີສໍາເລັດການນອນຮ່ວມກໍດີ ຕ້ອງອາບັດປາຈິດຕີ.
Sappāṇakavaggo sattamoສັບປານະກະວັກທີ່ ໗ ສຸດແລ້ວ
Chapter 8. Sahadhammikaບົດທີ ໘. ສະຫະທຳມິກະ
Pācittiya 71. Sahadhammikaປາຈິດຕິຍະ ໗໑. ສະຫະທຳມິກະ
Yo pana bhikkhu bhikkhūhi sahadhammikaṁ vuccamāno evaṁ vadeyya “na tāvāhaṁ, āvuso, etasmiṁ sikkhāpade sikkhissāmi, yāva na aññaṁ bhikkhuṁ byattaṁ vinayadharaṁ paripucchāmī”ti, pācittiyaṁ.
na aññaṁ → naññaṁ (mm)ອັນນຶ່ງ ພິກຂຸໃດອັນພິກຂຸທັງຫຼາຍວ່າກ່າວຕັກເຕືອນໂດຍຊອບທຳ ກ່າວຢ່າງນີ້ວ່າ “ຂ້ານ້ອຍຈະຍັງບໍ່ສຶກສາໃນສິກຂາບົດນີ້ ຈົນກວ່າຈະໄດ້ສອບຖາມພິກຂຸຮູບອື່ນ ຜູ້ສະຫຼາດ ຜູ້ເປັນວິໄນທົນ” ຕ້ອງອາບັດປາຈິດຕີ.
Sikkhamānena, bhikkhave, bhikkhunā aññātabbaṁ paripucchitabbaṁ paripañhitabbaṁ, ayaṁ tattha sāmīci.ພິກຂຸທັງຫຼາຍ ພິກຂຸຜູ້ສຶກສາຄວນຮູ້ ຄວນສອບຖາມ ຄວນພິຈາລະນາ ນີ້ເປັນການເຮັດທີ່ສົມຄວນໃນເລື່ອງນັ້ນ.
Pācittiya 72. Vilekhanaປາຈິດຕິຍະ ໗໒. ວິເລຂະນະ
Yo pana bhikkhu pātimokkhe uddissamāne evaṁ vadeyya “kiṁ panimehi khuddānukhuddakehi sikkhāpadehi uddiṭṭhehi, yāvadeva kukkuccāya vihesāya vilekhāya saṁvattantī”ti, sikkhāpadavivaṇṇake pācittiyaṁ.
pātimokkhe → pāṭimokkhe (mm) | saṁvattantīti sikkhāpadavivaṇṇake → saṁvattanitīti sikkhāpadāvivaṇṇanake (mm)ອັນນຶ່ງ ພິກຂຸໃດເມື່ອມີຜູ້ຍົກປາຕິໂມກຂຶ້ນສະແດງຢູ່ ເວົ້າຢ່າງນີ້ວ່າ “ສິກຂາບົດອັນ ນ້ອຍ ໆ ທີ່ຍົກຂຶ້ນສະແດງເຫຼົ່ານີ້ ຈະມີປະໂຫຍດຫຍັງ ຍ່ອມເປັນໄປເພື່ອຄວາມລຳຄານ ເພື່ອຄວາມລຳບາກ ເພື່ອຄວາມຫຍຸ້ງຍາກ” ຕ້ອງອາບັດປາຈິດຕີ ເພາະດູໝິ່ນສິກຂາບົດ.
Pācittiya 73. Mohanaປາຈິດຕິຍະ ໗໓. ໂມຫະນະ
Yo pana bhikkhu anvaddhamāsaṁ pātimokkhe uddissamāne evaṁ vadeyya
anvaddhamāsaṁ pātimokkhe → anvaḍḍhamāsaṁ pāṭimokkhe (mm)ອັນນຶ່ງ ພິກຂຸໃດເມື່ອພິກຂຸຍົກປາຕິໂມກຍົກຂຶ້ນສະແດງຢູ່ທຸກເຄິ່ງເດືອນ ເວົ້າຢ່າງນີ້ວ່າ:
“idāneva kho ahaṁ jānāmi, ayampi kira dhammo suttāgato suttapariyāpanno anvaddhamāsaṁ uddesaṁ āgacchatī”ti.
jānāmi → ājānāmi (mm) | anvaddhamāsaṁ → anvaḍḍhamāsaṁ (mm)“ຂ້ານ້ອຍຫາກໍ່ຮູ້ທັນທີເອງວ່າ ‘ທຳແມ່ນວ່ານີ້ມີມາໃນພຣະສູດ ຢູ່ໃນພຣະສູດ ມີການຍົກຂຶ້ນສະແດງທຸກເຄິ່ງເດືອນ”.
Tañce bhikkhuṁ aññe bhikkhū jāneyyuṁ nisinnapubbaṁ iminā bhikkhunā dvattikkhattuṁ pātimokkhe uddissamāne, ko pana vādo bhiyyo, na ca tassa bhikkhuno aññāṇakena mutti atthi, yañca tattha āpattiṁ āpanno, tañca yathādhammo kāretabbo, uttari cassa moho āropetabbo
dvattikkhattuṁ pātimokkhe → dvittikkhattuṁ pāṭimokkhe (mm) | bhiyyo → bhiyyoti (mm) | uttari cassa → uttariñcassa (mm)ຖ້າພິກຂຸເຫຼົ່າອື່ນຈຳພິກຂຸນີນັ້ນໄດ້ວ່າ “ເມື່ອພິກຂຸຍົກປາຕິໂມກຂຶ້ນສະແດງຢູ່ ພິກຂຸນີ້ເຄີຍນັ່ງຢູ່ ໒-໓ ເທື່ອມາແລ້ວ ບໍ່ຈຳຕ້ອງກ່າວເຖິງຫຼາຍເທື່ອຍິ່ງກວ່າ” ພິກຂຸນັ້ນຍ່ອມບໍ່ພົ້ນເພາະຄວາມບໍ່ຮູ້ ແຕ່ພິກຂຸນັ້ນຈະຕ້ອງໃດເພາະປະພຶດບໍ່ເໝາະສົມນັ້ນ ຄວນປັບນັ້ນຕາມ ແລະຄວນຍົກຄວາມຫຼົງຂຶ້ນມາປັບເພີ່ມໃຫ້ຍິ່ງຂຶ້ນໄປອີກວ່າ:
“tassa te, āvuso, alābhā, tassa te dulladdhaṁ, yaṁ tvaṁ pātimokkhe uddissamānena sādhukaṁ aṭṭhiṁ katvā manasi karosī”ti,
pātimokkhe uddissamānena → pāṭimokkhe uddissamāne na (mm) | aṭṭhiṁ katvā manasi karosīti → aṭṭhikatvā manasikarosīti (mm)“ທ່ານ ບໍ່ແມ່ນລາບຂອງທ່ານ ທ່ານໄດ້ບໍ່ດີ ດ້ວຍເຫດວ່າທີ່ເມື່ອພິກຂຸຍົກປາຕິໂມກຂຶ້ນສະແດງຢູ່ ທ່ານບໍ່ໃສ່ໃຈຟັງໃຫ້ສຳເລັດປະໂຫຍດດ້ວຍດີ”,
idaṁ tasmiṁ mohanake pācittiyaṁ.ຕ້ອງອາບັດປາຈິດຕີ ເພາະແກ້ງເຮັດຫລົງນັ້ນ.
Pācittiya 74. Pahāraປາຈິດຕິຍະ ໗໔. ປະຫາລະ
Yo pana bhikkhu bhikkhussa kupito anattamano pahāraṁ dadeyya, pācittiyaṁ.ອັນນຶ່ງ ພິກຂຸໃດຄຽດ ບໍ່ພໍໃຈ ເຮັດຮ້າຍພິກຂຸ ຕ້ອງອາບັດປາຈິດຕີ.
Pācittiya 75. Talasattikaປາຈິດຕິຍະ ໗໕. ຕະລະສັດຕິກະ
Yo pana bhikkhu bhikkhussa kupito anattamano talasattikaṁ uggireyya, pācittiyaṁ.ອັນນຶ່ງ ພິກຂຸໃດຄຽດ ບໍ່ພໍໃຈ ເງື້ອຫອກຄືຝ່າມືໃຫ້ພິກຂຸ ຕ້ອງອາບັດປາຈິດຕີ.
Pācittiya 76. Amūlakaປາຈິດຕິຍະ ໗໖. ອມູລະກະ
Yo pana bhikkhu bhikkhuṁ amūlakena saṅghādisesena anuddhaṁseyya, pācittiyaṁ.ອັນນຶ່ງ ພິກຂຸໃດໃສ່ຄວາມພິກຂຸດ້ວຍສັງຄາທິເສດອັນຫາມູນບໍ່ໄດ້ ຕ້ອງອາບັດປາຈິດຕີ.
Pācittiya 77. Sañciccaປາຈິດຕິຍະ ໗໗. ສັນຈິດຈະ
Yo pana bhikkhu bhikkhussa sañcicca kukkuccaṁ upadaheyya “itissa muhuttampi aphāsu bhavissatī”ti etadeva paccayaṁ karitvā anaññaṁ, pācittiyaṁ.
muhuttampi → muhattampi (mm)ອັນນຶ່ງ ພິກຂຸໃດແກ້ງກໍ່ຄວາມລຳຄານໃຫ້ແກ່ພິກຂຸດ້ວຍໝາຍໃຈວ່າ ‘ດ້ວຍວິທີນີ້ ຄວາມບໍ່ຜາສຸກຈັກມີແກ່ທ່ານໄປຄູ່ໜຶ່ງ’ ເຮັດຄວາມໝາຍໃຈຢ່າງນີ້ເທົ່ານັ້ນໃຫ້ເປັນເຫດ ບໍ່ມີຫຍັງອື່ນ ຕ້ອງອາບັດປາຈິດຕີ.
Pācittiya 78. Upassutiປາຈິດຕິຍະ ໗໘. ອຸປະສຸຕິ
Yo pana bhikkhu bhikkhūnaṁ bhaṇḍanajātānaṁ kalahajātānaṁ vivādāpannānaṁ upassutiṁ tiṭṭheyya “yaṁ ime bhaṇissanti, taṁ sossāmī”ti etadeva paccayaṁ karitvā anaññaṁ, pācittiyaṁ.ອັນນຶ່ງ ພິກຂຸໃດ ເມື່ອພິກຂຸທັງຫຼາຍເກີດຄວາມບາດໝາງກັນ ເກີດການທະເລາະກັນ ເຖິງການວິວາດກັນ ຢືນແອບຟັງດ້ວຍໝາຍໃຈວ່າສິໄດ້ຟັງຄຳທີ່ພວກເຈົ້າເວົ້າກັນ ເຮັດຄວາມໝາຍໃຈຢ່າງນີ້ເທົ່ານັ້ນໃຫ້ເປັນເຫດ ບໍ່ມີຫຍັງອື່ນ ຕ້ອງອາບັດປາຈິດຕີ.
Pācittiya 79. Kammappaṭibāhanaປາຈິດຕິຍະ ໗໙. ກຳມັບປະຕິພາຫະນະ
Yo pana bhikkhu dhammikānaṁ kammānaṁ chandaṁ datvā pacchā khīyanadhammaṁ āpajjeyya, pācittiyaṁ.
khīyanadhammaṁ → khiyyanadhammaṁ (mm)ອັນນຶ່ງ ພິກຂຸໃດໃຫ້ສັນທະເພື່ອກຳອັນເປັນເຮັດໄປແລ້ວກັບຕິຕຽນໃນພາຍຫຼັງ ຕ້ອງອາບັດປາຈິດຕີ.
Pācittiya 80. Chandaṁadatvāgamanaປາຈິດຕິຍະ ໘໐. ສັນທັງອະທັດວາຄະມະນະ
Yo pana bhikkhu saṅghe vinicchayakathāya vattamānāya chandaṁ adatvā uṭṭhāyāsanā pakkameyya, pācittiyaṁ.ອັນນຶ່ງ ພິກຂຸໃດເມື່ອເລື່ອງອັນຈະຄວນວິນິດໄສຍັງດຳເນີນຢູ່ໃນສົງ ບໍ່ໃຫ້ສັນທະ ລຸກຈາກອາດສະນະຫຼີກໄປເສຽ ຕ້ອງອາບັດປາຈິດຕີ.
Pācittiya 81. Dubbalaປາຈິດຕິຍະ ໘໑. ທຸບພະລະ
Yo pana bhikkhu samaggena saṅghena cīvaraṁ datvā pacchā khīyanadhammaṁ āpajjeyya “yathāsanthutaṁ bhikkhū saṅghikaṁ lābhaṁ pariṇāmentī”ti, pācittiyaṁ.
khīyanadhammaṁ → khiyyanadhammaṁ (mm)ອັນນຶ່ງ ພິກຂຸໃດຮ່ວມກັບສົງຜູ້ພ້ອມພຽງກັນໃຫ້ຈີວອນແລ້ວ ກັບຕິຕຽນໃນພາຍຫຼັງວ່າ ‘ພິກຂຸທັງຫຼາຍນ້ອມລາບຂອງສົງໄປຕາມມັກ’ ຕ້ອງອາບັດປາຈິດຕີ.
Pācittiya 82. Pariṇāmanaປາຈິດຕິຍະ ໘໒. ປະຣິນະາມະນະ
Yo pana bhikkhu jānaṁ saṅghikaṁ lābhaṁ pariṇataṁ puggalassa pariṇāmeyya, pācittiyaṁ.ອັນນຶ່ງ ພິກຂຸໃດຮູ້ຢູ່ ນ້ອມລາບທີ່ເຂົານ້ອມໄວ້ເປັນຂອງຈະຖວາຍສົງມາເພື່ອບຸກຄົນ ຕ້ອງອາບັດປາຈິດຕີ.
Sahadhammikavaggo aṭṭhamoສະຫະທຳມິກະວັກທີ່ ໘ ສຸດແລ້ວ
Chapter 9. Ratanaບົດທີ ໙. ຣັດຕະນະ
Pācittiya 83. Antepuraປາຈິດຕິຍະ ໘໓. ອັນເຕປຸລະ
Yo pana bhikkhu rañño khattiyassa muddhābhisittassa anikkhantarājake aniggataratanake pubbe appaṭisaṁvidito indakhīlaṁ atikkāmeyya, pācittiyaṁ.ອັນນຶ່ງ ພິກຂຸໃດ ບໍ່ໄດ້ຮັບບອກກ່ອນ ກ້າວລ່ວງທໍລະນີເຂົ້າໄປ (ໃນຫ້ອງ) ຂອງພຣະລາຊາຜູ້ເປັນກະສັດໄດ້ຮັບມະຣືທາພິເສກແລ້ວ ທີ່ພຣະລາຊາຍັງບໍ່ສະເດັດອອກ ທີ່ຣັດຕະນະຍັງບໍ່ອອກ ຕ້ອງອາບັດປາຈິດຕີ.
Pācittiya 84. Ratanaປາຈິດຕິຍະ ໘໔. ຣັດຕະນະ
Yo pana bhikkhu ratanaṁ vā ratanasammataṁ vā aññatra ajjhārāmā vā ajjhāvasathā vā uggaṇheyya vā uggaṇhāpeyya vā, pācittiyaṁ.ອັນນຶ່ງ ພິກຂຸໃດເກັບກໍດີ ໃຫ້ເກັບກໍດີ ຊຶ່ງຣັດຕະນະກໍດີ ຊຶ່ງຂອງທີ່ສົມມຕິວ່າເປັນຣັດຕະນະກໍດີ ເວັ້ນໄວ້ແຕ່ໃນວັດທີ່ຢູ່ຫຼືໃນທີ່ພັກ ຕ້ອງອາບັດປາຈິດຕີ.
Ratanaṁ vā pana bhikkhunā ratanasammataṁ vā ajjhārāme vā ajjhāvasathe vā uggahetvā vā uggahāpetvā vā nikkhipitabbaṁ “yassa bhavissati, so harissatī”ti, ayaṁ tattha sāmīci.
uggahāpetvā → uggaṇhāpetvā (mm)ແລພິກຂຸເກັບເອົາກໍດີ ໃຫ້ເກັບເອົາກໍດີ ຊຶ່ງຣັດຕະນະກໍດີ ຊຶ່ງຣັດຕະນະກໍດີ ຊຶ່ງຂອງທີ່ສົມມຕິວ່າເປັນຣັດຕະນະກໍດີ ໃນວັດທີ່ຢູ່ຫຼືໃນທີ່ພັກໄດ້ແລ້ວ ຄວນເກັບໄວ້ດ້ວຍໝາຍໃຈວ່າ ‘ເປັນຂອງຜູ້ໃດ ຜູ້ນັ້ນຈະໄດ້ນຳໄປ’ ນີ້ເປັນການປະຕິບັດຊອບໃນເລື່ອງນັ້ນ.
Pācittiya 85. Vikālagāmappavesanaປາຈິດຕິຍະ ໘໕. ວິກາລະຄາມັບປະເວສະນະ
Yo pana bhikkhu santaṁ bhikkhuṁ anāpucchāvikāle gāmaṁ paviseyya aññatra tathārūpā accāyikā karaṇīyā, pācittiyaṁ.
bhikkhu → bhikkhatha (mm)ອັນນຶ່ງ ພິກຂຸໃດ ບໍ່ບອກລາພິກຂຸຜູ້ຢູ່ແລ້ວ ເຂົ້າໄປສູ່ເຮືອນໃນເວລາວິການ ເວັ້ນໄວ້ແຕ່ກິດດ່ວນ (ຄື ທຸລະຮ້ອນ) ມີຢ່າງນັ້ນເປັນຮູບ ຕ້ອງອາບັດປາຈິດຕີ.
Pācittiya 86. Sūcigharaປາຈິດຕິຍະ ໘໖. ສູຈິຄະລະ
Yo pana bhikkhu aṭṭhimayaṁ vā dantamayaṁ vā visāṇamayaṁ vā sūcigharaṁ kārāpeyya, bhedanakaṁ pācittiyaṁ.ອັນນຶ່ງ ພິກຂຸໃດເຮັດກ່ອງເຂັມດ້ວຍກະດູກ ດ້ວຍງາ ຫຼືດ້ວຍເຂົາ ຕ້ອງອາບັດປາຈິດຕີ.
Pācittiya 87. Mañcapīṭhaປາຈິດຕິຍະ ໘໗. ມັນຈະປີຖະ
Navaṁ pana bhikkhunā mañcaṁ vā pīṭhaṁ vā kārayamānena aṭṭhaṅgulapādakaṁ kāretabbaṁ sugataṅgulena aññatra heṭṭhimāya aṭaniyā. Taṁ atikkāmayato chedanakaṁ pācittiyaṁ.
kārayamānena → kārayamanena (mm)ອັນນຶ່ງ ພິກຂຸຜູ້ໃຫ້ເຮັດຕຽງຫຼືຕັ່ງໃໝ່ ຄວນໃຫ້ເຮັດມີຕີນສູງພຽງ ໘ ນິ້ວ ໂດຍນິ້ວສຸຄະຕະ ນອກຈາກແຄ່ເບື້ອງລຸ່ມ ທ່ານເຮັດໃຫ້ເກີນປະມານນັ້ນໄປ ຕ້ອງອາບັດປາຈິດຕີ.
Pācittiya 88. Tūlonaddhaປາຈິດຕິຍະ ໘໘. ຕູໂລນັດທະ
Yo pana bhikkhu mañcaṁ vā pīṭhaṁ vā tūlonaddhaṁ kārāpeyya, uddālanakaṁ pācittiyaṁ.ອັນນຶ່ງ ພິກຂຸໃດໃຫ້ເຮັດຕຽງກໍດີ ຕັ່ງກໍດີເປັນຂອງຫຸ້ມນຸ່ນ (ຄື ຍັດນຸ່ນ) ຕ້ອງອາບັດປາຈິດຕີ.
Pācittiya 89. Nisīdanaປາຈິດຕິຍະ ໘໙. ນິສີທະນະ
Nisīdanaṁ pana bhikkhunā kārayamānena pamāṇikaṁ kāretabbaṁ, tatridaṁ pamāṇaṁ, dīghaso dve vidatthiyo sugatavidatthiyā, tiriyaṁ diyaḍḍhaṁ, dasā vidatthi. Taṁ atikkāmayato chedanakaṁ pācittiyaṁ.ອັນນຶ່ງ ພິກຂຸຜູ້ຈະໃຫ້ເຮັດຜ້າອາບນ້ຳ ຄວນເຮັດໃຫ້ໄດ້ຂະໜາດ ຂະໜາດໃນຂໍ້ນັ້ນ ຄື ຍາວ ໒ ຄືບ ກວ້າງຄືບໜຶ່ງ ຊາຍຄືບເຄິ່ງ ໂດຍຄືບສຸຄະຕະ ເຮັດໃຫ້ເກີນຂະໜາດນັ້ນ ຕ້ອງອາບັດປາຈິດຕີທີ່ຊື່ວ່າເສທະນະກະ.
Pācittiya 90. Kaṇḍuppaṭicchādiປາຈິດຕິຍະ ໙໐. ກັນຖຸບປະຕິດສາທິ
Kaṇḍuppaṭicchādiṁ pana bhikkhunā kārayamānena pamāṇikā kāretabbā, tatridaṁ pamāṇaṁ, dīghaso catasso vidatthiyo sugatavidatthiyā, tiriyaṁ dve vidatthiyo. Taṁ atikkāmayato chedanakaṁ pācittiyaṁ.
sugatavidatthiyā → sugatavidatithiyā (mm)ອັນນຶ່ງ ພິກຂຸຜູ້ໃຫ້ເຮັດຜ້າປິດຝີຄວນເຮັດໃຫ້ໄດ້ຂະໜາດ ຂະໜາດໃນຜ້ານັ້ນ ດັ່ງນີ້ ຄື ໂດຍຍາວ ໔ ຄືບ ໂດຍກວ້າງ ໒ ຄືບ ໂດຍຄືບສຸຄະຕະ ທ່ານເຮັດໃຫ້ເກີນຂະໜາດນັ້ນໄປ ຕ້ອງອາບັດປາຈິດຕີ.
Pācittiya 91. Vassikasāṭikaປາຈິດຕິຍະ ໙໑. ວັດສິກະສາຕິກະ
Vassikasāṭikaṁ pana bhikkhunā kārayamānena pamāṇikā kāretabbā, tatridaṁ pamāṇaṁ, dīghaso cha vidatthiyo sugatavidatthiyā, tiriyaṁ aḍḍhateyyā. Taṁ atikkāmayato chedanakaṁ pācittiyaṁ.ອັນນຶ່ງ ພິກຂຸຜູ້ຈະໃຫ້ເຮັດຜ້າອາບນ້ຳຝົນ ຄວນເຮັດໃຫ້ໄດ້ຂະໜາດ ຂະໜາດໃນຂໍ້ນັ້ນ ຄື ຍາວ ໖ ຄືບ ກວ້າງ ໒ ຄືບເຄິ່ງ ໂດຍຄືບສຸຄະຕະ ທ່ານເຮັດໃຫ້ລ່ວງປະມານນັ້ນໄປ ຕ້ອງອາບັດປາຈິດຕີ.
Pācittiya 92. Nandaປາຈິດຕິຍະ ໙໒. ນັນທະ
Yo pana bhikkhu sugatacīvarappamāṇaṁ cīvaraṁ kārāpeyya, atirekaṁ vā, chedanakaṁ pācittiyaṁ.ອັນນຶ່ງ ພິກຂຸໃດໃຫ້ເຮັດຈີວອນມີຂະໜາດເທົ່າສຸຄະຕະຈີວອນຫຼືຍິ່ງກວ່າ ຕ້ອງອາບັດປາຈິດຕີ.
Tatridaṁ sugatassa sugatacīvarappamāṇaṁ, dīghaso nava vidatthiyo sugatavidatthiyā, tiriyaṁ cha vidatthiyo, idaṁ sugatassa sugatacīvarapamāṇanti.
sugatacīvarapamāṇanti → sugatacīvarappamāṇaṁ (mm)ຂະໜາດແຫ່ງສຸຄະຕະຈີວອນຂອງສຸຄະຕະໃນຄຳນັ້ນດັ່ງນີ້ ຄື ໂດຍຍາວ ໙ ຄືບ ໂດຍກວ້າງ ໖ ຄືບ ໂດຍຄືບສຸຄະຕະ ນີ້ເປັນຂະໜາດແຫ່ງສຸຄະຕະຈີວອນຂອງສຸຄະຕະ.
Ratanavaggo navamoຣັດຕະນະວັກທີ່ ໙ ສຸດແລ້ວ
Uddiṭṭhā kho āyasmanto dvenavuti pācittiyā dhammā.ທ່ານທັງຫຼາຍ ທຳມ໌ຊື່ວ່າປາຈິດຕີ ໙໒ ເຫຼົ່ານີ້ແລ ຂ້ານ້ອຍໄດ້ຍົກຂຶ້ນສະແດງແລ້ວແລ.
Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
dutiyampi pucchāmi, kaccittha parisuddhā,
dutiyampi → dutiyamipi (mm)ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໒ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?
tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໓ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.
dhārayāmīti → dhārayāmi (mm)ທ່ານທັງຫຼາຍເປັນຜູ້ບໍຣິສຸດໃນຂໍ້ເຫຼົ່ານີ້ແລ້ວເຫດນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Pācittiyā niṭṭhitāປາຈິດຕິຍາ ສຸດແລ້ວ
Pāṭidesanīyaປາຕິເທສະນີຍະ
Ime kho panāyasmanto cattāro pāṭidesanīyā dhammā uddesaṁ āgacchanti.ອັນນຶ່ງ ແມ່ເຈົ້າທັງຫຼາຍ ທຳຄືປາຕິເທສະນີຍາ ໔ ສິກຂາບົດເຫຼົ່ານີ້ແລ ມາສູ່ອຸດເທດ ຄື.
Pāṭidesanīya 1. Paṭhamapāṭidesanīyaປາຕິເທສະນີຍະ ໑. ປະຖະມະປາຕິເທສະນີຍະ
Yo pana bhikkhu aññātikāya bhikkhuniyā antaragharaṁ paviṭṭhāya hatthato khādanīyaṁ vā bhojanīyaṁ vā sahatthā paṭiggahetvā khādeyya vā bhuñjeyya vā, paṭidesetabbaṁ tena bhikkhunāອັນນຶ່ງ ພິກຂຸໃດມີຄວາມເພິງພໍໃຈ ຮັບຂອງຄ້ຽວກໍດີ ຂອງສັນກໍດີ ດ້ວຍມືຂອງຕົນເອງ ຈາກມືຂອງພິກຂຸນີຜູ້ບໍ່ແມ່ນຍາດພີ່ນ້ອງ ຜູ້ເຂົ້າໄປສູ່ລະແວກເຮືອນແລ້ວຄ້ຽວກໍດີ ສັນກໍດີ ອັນພິກຂຸນີ້ຄວນສະແດງຄືນວ່າ “gārayhaṁ, āvuso, dhammaṁ āpajjiṁ asappāyaṁ pāṭidesanīyaṁ, taṁ paṭidesemī”ti.“ແນ່ະທ່ານ ພວກຂ້ານ້ອຍຕ້ອງອາບັດຄືປາຕິເທສະນີຍະທີ່ຄວນຕຳໜິ ບໍ່ເປັນທີ່ສະບາຍ ພວກຂ້ານ້ອຍຂໍສະແດງຄືນທຳນັ້ນ”.
Pāṭidesanīya 2. Dutiyapāṭidesanīyaປາຕິເທສະນີຍະ ໒. ທຸຕິຍະປາຕິເທສະນີຍະ
Bhikkhū paneva kulesu nimantitā bhuñjanti, tatra ce sā bhikkhunī vosāsamānarūpā ṭhitā hoti “idha sūpaṁ detha, idha odanaṁ dethā”ti. Tehi bhikkhūhi sā bhikkhunī apasādetabbā “apasakka tāva bhagini, yāva bhikkhū bhuñjantī”ti. Ekassapi ce bhikkhuno na paṭibhāseyya taṁ bhikkhuniṁ apasādetuṁ “apasakka tāva bhagini, yāva bhikkhū bhuñjantī”ti, paṭidesetabbaṁ tehi bhikkhūhi
sā → (mm)ອັນນຶ່ງ ພິກຂຸທັງຫຼາຍຮັບນິມນສັນຢູ່ໃນຄອບຄົວ (ສະກຸນ) ຖ້າພິກຂຸນີມາ ຢືນສັ່ງເສຽຢູ່ໃນທີ່ນັ້ນວ່າ “ຈົ່ງຖວາຍແກງໃນອົງນີ້ ຈົ່ງຖວາຍເຂົ້າໃນອົງນີ້” ພິກຂຸທັງຫຼາຍເຫຼົ່ານັ້ນ ຄວນຮຸກຮານພິກຂຸນີນັ້ນວ່າ “ນ້ອງແມ່ຍິງ ທ່ານຈົ່ງຫຼີກໄປເສຽ ຕະຫຼອດເວລາທີ່ພິກຂຸສັນຢູ່” ຖ້າພິກຂຸແມ່ນວ່າຮູບໜຶ່ງ ບໍ່ກ່າວອອກໄປ ເພື່ອຈະຮຸກຮານພິກຂຸນີນັ້ນວ່າ “ນ້ອງແມ່ຍິງ ທ່ານຈົ່ງຫຼີກໄປເສຽ ຕະຫຼອດເວລາທີ່ພິກຂຸສັນຢູ່” ອັນພິກຂຸເຫຼົ່ານັ້ນຄວນສະແດງຄືນວ່າ
“gārayhaṁ, āvuso, dhammaṁ āpajjimhā asappāyaṁ pāṭidesanīyaṁ, taṁ paṭidesemā”ti.“ແນ່ະທ່ານ ພວກຂ້ານ້ອຍຕ້ອງອາບັດຄືປາຕິເທສະນີະທີ່ຄວນຕຳໜິ ບໍ່ເປັນທີ່ສະບາຍ ພວກຂ້ານ້ອຍຂໍສະແດງຄືນທຳນັ້ນ”.
Pāṭidesanīya 3. Tatiyapāṭidesanīyaປາຕິເທສະນີຍະ ໓. ຕະຕິຍະປາຕິເທສະນີຍະ
Yāni kho pana tāni sekkhasammatāni kulāni, yo pana bhikkhu tathārūpesu sekkhasammatesu kulesu pubbe animantito agilāno khādanīyaṁ vā, bhojanīyaṁ vā sahatthā paṭiggahetvā khādeyya vā, bhuñjeyya vā, paṭidesetabbaṁ tena bhikkhunā
sekkhasammatāni kulāni → se kkhasammatāni kūlāni (mm)ອັນນຶ່ງ ພິກຂຸໃດບໍ່ໄດ້ຮັບນິມນກ່ອນບໍ່ແມ່ນຜູ້ອາພາດຮັບຂອງຄ້ຽວກໍດີຂອງສັນກໍດີໃນສະກຸນທີ່ສົງສົມມຕິວ່າເປັນເສຂະດ້ວຍມືຂອງຕົນແລ້ວຄ້ຽວກໍດີສັນກໍດີ ອັນພິກຂຸນັ້ນຄວນສະແດງຄືນວ່າ
“gārayhaṁ, āvuso, dhammaṁ āpajjiṁ asappāyaṁ pāṭidesanīyaṁ, taṁ paṭidesemī”ti.“ແນ່ະທ່ານ ພວກຂ້ານ້ອຍຕ້ອງອາບັດຄືປາຕິເທສະນີະທີ່ຄວນຕຳໜິ ບໍ່ເປັນທີ່ສະບາຍ ພວກຂ້ານ້ອຍຂໍສະແດງຄືນທຳນັ້ນ”.
Pāṭidesanīya 4. Catutthapāṭidesanīyaປາຕິເທສະນີຍະ ໔. ຈະຕຸດຖະປາຕິເທສະນີຍະ
Yāni kho pana tāni āraññakāni senāsanāni sāsaṅkasammatāni sappaṭibhayāni, yo pana bhikkhu tathārūpesu senāsanesu pubbe appaṭisaṁviditaṁ khādanīyaṁ vā, bhojanīyaṁ vā ajjhārāme sahatthā paṭiggahetvā agilāno khādeyya vā, bhuñjeyya vā, paṭidesetabbaṁ tena bhikkhunā
senāsanesu → senāsanesu viharanto (mm)ອັນນຶ່ງ ພິກຂຸໃດຢູ່ໃນເສນາສະນະປ່າ ທີ່ຮູ້ກັນວ່າເປັນທີ່ມີລັງກຽດ ມີໄພສະເພາະໜ້າ ຮັບຂອງຄ້ຽວກໍດີຂອງສັນກໍດີ ອັນເຂົາບໍ່ໄດ້ບອກໃຫ້ຮູ້ໄວ້ກ່ອນ ດ້ວຍມືຂອງຕົນ ໃນວັດທີ່ຢູ່ ບໍ່ແມ່ນຜູ້ອາພາດ ຄ້ຽວກໍດີ ສັນກໍດີ ອັນພິກສຸນັ້ນຄວນສະແດງຄືນວ່າ
“gārayhaṁ, āvuso, dhammaṁ āpajjiṁ asappāyaṁ pāṭidesanīyaṁ, taṁ paṭidesemī”ti.“ແນ່ະທ່ານ ພວກຂ້ານ້ອຍຕ້ອງອາບັດຄືປາຕິເທສະນີຍະທີ່ຄວນຕຳໜິ ບໍ່ເປັນທີ່ສະບາຍ ພວກຂ້ານ້ອຍຂໍສະແດງຄືນທຳນັ້ນ”.
Uddiṭṭhā kho āyasmanto cattāro pāṭidesanīyā dhammā.ທຳຄືປາຕິເທສະນີຍະ ໔ ສິກຂາບົດ ຂ້ານ້ອຍຍົກຂຶ້ນສະແດງແລ້ວ,
Tatthāyasmante pucchāmi, kaccittha parisuddhā,
kaccittha → kaccitthā (mm)ຂ້ານ້ອຍຖາມທ່ານທັງຫຼາຍ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໒ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?
tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໓ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.
dhārayāmīti → dhārayāmi (mm)ທ່ານທັງຫຼາຍເປັນຜູ້ບໍຣິສຸດໃນຂໍ້ເຫຼົ່ານີ້ແລ້ວເຫດນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Pāṭidesanīyā niṭṭhitāປາຕິເທສະນີຍາ ສຸດແລ້ວ
Sekhiyaເສຂິຍະ
Ime kho panāyasmanto sekhiyā dhammā uddesaṁ āgacchanti.
panāyasmanto → panāyasmanito (mm) | āgacchanti → āgacchaniti (mm)ອັນນຶ່ງ ທ່ານທັງຫຼາຍ ທຳຄືເສຂີຍະ ໗໕ ສິກຂາບົດເຫຼົ່ານີ້ແລ ມາສູ່ອຸດເທດ ຄື.
Chapter 1. Parimaṇḍalaບົດທີ ໑. ປະຣິມັນດະລະ
Sekhiya 1. Parimaṇḍalaເສຂິຍະ ໑. ປະຣິມັນດະລະສິກຂາບົດ
Parimaṇḍalaṁ nivāsessāmīti sikkhā karaṇīyā.ຄວນເຮັດການສຶກສາວ່າ ເຮົາຈັກນຸ່ງໃຫ້ຮຽບຮ້ອຍ ຂ້າງເທິງປົກປິດສະດື ຂ້າງລ່າງປົກປິດເຄິ່ງແຂ້ງ (ເປັນປະຣິມົນທົນ).
Sekhiya 2.ເສຂິຍະ ໒. ທຸຕິຍະພະຣິມັດນະລະສິກຂາບົດ
Parimaṇḍalaṁ pārupissāmīti sikkhā karaṇīyā.ຄວນເຮັດການສຶກສາວ່າ ເຮົາຈັກຫົ່ມໃຫ້ຮຽບຮ້ອຍ ຂ້າງເທິງປົກປິດສະດື ຂ້າງລ່າງປົກປິດເຄິ່ງແຂ້ງ (ເປັນະປຣິມົນທົນ).
Sekhiya 3. Suppaṭicchannaເສຂິຍະ ໓. ສຸບປະຕິດສັນນະສິກຂາບົດ
Suppaṭicchanno antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກປົກປິດກາຍດີ ໄປໃນລະແວກເຮືອນ.
Sekhiya 4.ເສຂິຍະ ໔. ທຸຕິຍະສຸບປະຕິດສັນນະສິກຂາບົດ
Suppaṭicchanno antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກປົກປິດກາຍດີ ນັ່ງໃນລະແວກເຮືອນ.
Sekhiya 5. Susaṁvutaເສຂິຍະ ໕. ສຸສັງວຸຕະສິກຂາບົດ
Susaṁvuto antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກສໍາຮວມດີ ໄປໃນລະແວກເຮືອນ.
Sekhiya 6.ເສຂິຍະ ໖. ທຸຕິຍະສຸສັງວຸດສິກຂາບົດ
Susaṁvuto antaraghare nisīdissāmīti sikkhā karaṇīyā.
antaraghare → antaraghave (mm)ຄວນທໍາການສຶກສາວ່າ ເຮົາຈັກສໍາຮວມດີ ນັ່ງໃນລະແວກເຮືອນ.
Sekhiya 7. Okkhittacakkhuເສຂິຍະ ໗. ໂອກຂິດຕະຈັກຂຸສິກຂາບົດ
Okkhittacakkhu antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກມີຕາແນມລົງ ໄປໃນລະແວກເຮືອນ.
Sekhiya 8.ເສຂິຍະ ໘. ທຸຕິຍະໂອກຂິດຕະຈັກຂຸສິກຂາບົດ
Okkhittacakkhu antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກມີຕາແນມລົງ ນັ່ງໃນລະແວກເຮືອນ.
Sekhiya 9. Ukkhittakaເສຂິຍະ ໙. ອຸກຂິດຕະກສິກຂາບົດ
Na ukkhittakāya antaraghare gamissāmīti sikkhā karaṇīyā.ຄວນທໍາສຶກສາວ່າ ເຮົາຈັກບໍ່ໄປໃນລະແວກເຮືອນ ດ້ວຍທັງຖົກຜ້າຂຶ້ນເປີດຂ້າງໃຫ້ເຫັນ.
Sekhiya 10.ເສຂິຍະ ໑໐. ທຸຕິຍະອຸກຂິດຕະກະສິກຂາບົດ
Na ukkhittakāya antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ນັ່ງໃນລະແວກເຮືອນ ດ້ວຍທັງຖົກຜ້າຂຶ້ນເປີດຂ້າງໃຫ້ເຫັນ.
Parimaṇḍalavaggo paṭhamoປະຣິມັນທະລະວັກທີ່ ໑ ສຸດແລ້ວ
Chapter 2. Ujjagghikaບົດທີ ໒. ອຸດຊັກຄິກະ
Sekhiya 11. Ujjagghikaເສຂິຍະ ໑໑. ອຸດຊັກຄິກະສິກຂາບົດ
Na ujjagghikāya antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ໄປໃນລະແວກເຮືອນ ດ້ວຍທັງຫົວສຽງດັງ.
Sekhiya 12.ເສຂິຍະ ໑໒. ທຸຕິຍະອຸດຊັກຄິກະສິກຂາບົດ
Na ujjagghikāya antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ນັ່ງໃນລະແວກເຮືອນ ດ້ວຍທັງຫົວສຽງດັງ.
Sekhiya 13. Uccasaddaເສຂິຍະ ໑໓. ອຸດຈະສັດທະສິກຂາບົດ
Appasaddo antaraghare gamissāmīti sikkhā karaṇīyā.
appasaddo → appasadido (mm)ຄວນທໍາການສຶກສາວ່າ ເຮົາຈັກມີສຽງນ້ອຍ ໄປໃນລະແວກເຮືອນ.
Sekhiya 14.ເສຂິຍະ ໑໔. ທຸຕິຍະອຸດຈະສັດທະສິກຂາບົດ
Appasaddo antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກມີສຽງນ້ອຍ ນັ່ງໃນລະແວກເຮືອນ.
Sekhiya 15. Kāyappacālakaເສຂິຍະ ໑໕. ກາຍັບປະຈາລະກະສິກຂາບົດ
Na kāyappacālakaṁ antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ໂຍກກາຍ ໄປໃນລະແວກເຮືອນ.
Sekhiya 16.ເສຂິຍະ ໑໖. ທຸຕິຍະກາຍັບປະຈາລະກະສິກຂາບົດ
Na kāyappacālakaṁ antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ໂຍກກາຍ ນັ່ງໃນລະແວກເຮືອນ.
Sekhiya 17. Bāhuppacālakaເສຂິຍະ ໑໗. ພາຫຸບປະຈາລະກະສິກຂາບົດ
Na bāhuppacālakaṁ antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ໄກວແຂນ ໄປໃນລະແວກເຮືອນ.
Sekhiya 18.ເສຂິຍະ ໑໘. ທຸຕິຍະພາຫຸບປະຈາລະກະສິກຂາບົດ
Na bāhuppacālakaṁ antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ໄກວແຂນ ນັ່ງໃນລະແວກເຮືອນ.
Sekhiya 19. Sīsappacālakaເສຂິຍະ ໑໙. ສີສັບປະຈາລະກະສິກຂາບົດ
Na sīsappacālakaṁ antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ໂຄງຫົວ ໄປໃນລະແວກເຮືອນ.
Sekhiya 20.ເສຂິຍະ ໒໐. ທຸຕິຍະສີສັບປະຈາລະກະສິກຂາບົດ
Na sīsappacālakaṁ antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ໂຄງຫົວ ນັ່ງໃນລະແວກເຮືອນ.
Ujjagghikavaggo dutiyoອຸດຊັກຄິກະວັກທີ່ ໒ ສຸດແລ້ວ
Chapter 3. Khambhakataບົດທີ ໓. ຂັມພະກະຕະ
Sekhiya 21. Khambhakataເສຂິຍະ ໒໑. ຂັມພະກະຕະສິກຂາບົດ
Na khambhakato antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ເອົາມືຄ້ຳຕົວ ໄປໃນລະແວກເຮືອນ.
Sekhiya 22.ເສຂິຍະ ໒໒. ທຸຕິຍະຂັມພະກະະຕສິກຂາບົດ
Na khambhakato antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ເອົາມືຄ້ຳຕົວ ນັ່ງໃນລະແວກເຮືອນ.
Sekhiya 23. Oguṇṭhitaເສຂິຍ ໒໓. ໂອກຸນຖິກະສິກຂາບົດ
Na oguṇṭhito antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ເອົາຜ້າຄຸມຫົວ ໄປໃນລະແວກເຮືອນ.
Sekhiya 24.ເສຂິຍະ ໒໔. ທຸຕິຍະໂອກຸນຖິກະສິກຂາບົດ
Na oguṇṭhito antaraghare nisīdissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ເອົາຜ້າຄຸມຫົວ ນັ່ງໃນລະແວກເຮືອນ.
Sekhiya 25. Ukkuṭikaເສຂິຍະ ໒໕. ອຸກກຸຕິກະສິກຂາບົດ
Na ukkuṭikāya antaraghare gamissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ຍ່າງກະໂຫຢ່ງຕີນ ໄປໃນລະແວກເຮືອນ.
Sekhiya 26. Pallatthikaເສຂິຍະ ໒໖. ປັນລັດຖິກະສິກຂາບົດ
Na pallatthikāya antaraghare nisīdissāmīti sikkhā karaṇīyā.
nisīdissāmīti → nisīdassāmīti (mm) | karaṇīyā → karaṇīyā chabbīsati sāruppā (mm)ຄວນທໍາການສຶກສາວ່າ ເຮົາຈັກບໍ່ນັ່ງຮັດເຂົ່າ ໃນລະແວກເຮືອນ.
Sekhiya 27. Sakkaccapaṭiggahaṇaເສຂິຍະ ໒໗. ສັກກັດຈະປະຕິກຄະຫະນະສິກຂາບົດ
Sakkaccaṁ piṇḍapātaṁ paṭiggahessāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກຮັບບິນະຖບາດໂດຍເອື້ອເຟື້ອ.
Sekhiya 28. Pattasaññīpaṭiggahaṇaເສຂິຍະ ໒໘. ປັດຕະສັນຍີປະຕິກຄະຫະນະສິກຂາບົດ
Pattasaññī piṇḍapātaṁ paṭiggahessāmīti sikkhā karaṇīyā.ຄວນທໍາການສຶກສາ ເຮົາຈັກແນມເບິ່ງຢູ່ໃນບາດຂະນະຮັບບິນະຖະບາດ.
Sekhiya 29. Samasūpakapaṭiggahaṇaເສຂິຍະ ໒໙. ສະມະສູປະກະປະຕິກຄະຫະນະສິກຂາບົດ
Samasūpakaṁ piṇḍapātaṁ paṭiggahessāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກຮັບບິນຖະບາດພໍສົມສ່ວນກັບແກງ (ບໍ່ຮັບແກງຫຼາຍເກີນໄປ).
Sekhiya 30. Samatittikaເສຂິຍະ ໓໐. ສະມະຕິດຕິກະສິກຂາບົດ
Samatittikaṁ piṇḍapātaṁ paṭiggahessāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກຮັບບິນຖະບາດສະເໝີຂອບ.
Khambhakatavaggo tatiyoຂັມພະກະຕະວັກທີ່ ໓ ສຸດແລ້ວ
Chapter 4. Sakkaccaບົດທີ ໔. ສັກກັດຈະ
Sekhiya 31. Sakkaccabhuñjanaເສຂິຍະ ໓໑. ສັກກັດຈະພຸນຊະນະສິກຂາບົດ
Sakkaccaṁ piṇḍapātaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກສັນບິນຖະບາດໂດຍເອື້ອເຟື້ອ.
Sekhiya 32. Pattasaññībhuñjanaເສຂິຍະ ໓໒. ປັດຕະສັນຍີພຸນຊະນະສິກຂາບົດ
Pattasaññī piṇḍapātaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ໃນຂະນະສັນບິນຖະບາດ ແນມເບິ່ງແຕ່ໃນບາດ.
Sekhiya 33. Sapadānaເສຂິຍະ ໓໓. ສະປະທານະສິກຂາບົດ
Sapadānaṁ piṇḍapātaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກສັນບິນຖະບາດໄປຕາມລຳດັບ (ບໍ່ຂຸດໃຫ້ແຫວ່ງ).
Sekhiya 34. Samasūpakaເສຂິຍະ ໓໔. ສະມະສູປະກະສິກຂາບົດ
Samasūpakaṁ piṇḍapātaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກສັນບິນຖະບາດພໍສົມສ່ວນກັບແກງ (ບໍ່ສັນແກງຫຼາຍເກີນໄປ).
Sekhiya 35. Nathūpakataເສຂິຍະ ໓໕. ນະຖູປະກະຕະສິກຂາບົດ
Na thūpakato omadditvā piṇḍapātaṁ bhuñjissāmīti sikkhā karaṇīyā.
thūpakato → thūpato (mm)ຄວນທໍາການສຶກສາວ່າ ເຮົາຈັກສັນບິນຖະບາດໂດຍບໍ່ຢຸມລົງແຕ່ຍອດ.
Sekhiya 36. Odanappaṭicchādanaເສຂິຍະ ໓໖. ໂອທະນັບປະຕິດສາທະນະສິກຂາບົດ
Na sūpaṁ vā byañjanaṁ vā odanena paṭicchādessāmi bhiyyokamyataṁ upādāyāti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ກົບແກງກໍດີ ກັບເຂົ້າກໍດີ ດ້ວຍເຂົ້າສຸກອາໄສຄວາມຢາກໄດ້ຫຼາຍ.
Sekhiya 37. Sūpodanaviññattiເສຂິຍະ ໓໗. ສູໂປທະນະວິນຍັດຕິສິກຂາບົດ
Na sūpaṁ vā odanaṁ vā agilāno attano atthāya viññāpetvā bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາບໍ່ອາພາດຈັກບໍ່ຂໍເອົາແກງກໍດີ ເຂົ້າສຸກກໍດີເພື່ອສັນເປັນປະໂຫຍດແກ່ຕົນ.
Sekhiya 38. Ujjhānasaññīເສຂິຍະ ໓໘. ອຸດຊານສັນຍີສິກຂາບົດ
Na ujjhānasaññī paresaṁ pattaṁ olokessāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ເພ່ງໂພນທະນາແນມເບິ່ງບາດຂອງຜູ້ອື່ນ.
Sekhiya 39. Kabaḷaເສຂິຍະ ໓໙. ກະພະລະສິກຂາບົດ
Nātimahantaṁ kabaḷaṁ karissāmīti sikkhā karaṇīyā.
kabaḷaṁ → kavaḷaṁ (mm)ຄວນທໍາການສຶກສາວ່າ ເຮົາຈັກບໍ່ເຮັດຄໍາເຂົ້າໃຫ້ໃຫຍ່ຫຼາຍ.
Sekhiya 40. Ālopaເສຂິຍະ ໔໐. ອາໂລພະສິກຂາບົດ
Parimaṇḍalaṁ ālopaṁ karissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກເຮັດຄໍາເຂົ້າໃຫ້ມົນກ່ອມ.
Sakkaccavaggo catutthoສັກກັດຈະວັກທີ່ ໔ ສຸດແລ້ວ
Chapter 5. Kabaḷaບົດທີ ໕. ກະພະລະ
Sekhiya 41. Anāhaṭaເສຂິຍະ ໔໑. ອະນາຫະຕະສິກຂາບົດ
Na anāhaṭe kabaḷe mukhadvāraṁ vivarissāmīti sikkhā karaṇīyā.
kabaḷe → kavaḷe (mm)ຄວນທໍາການສຶກສາວ່າ ເມື່ອຄໍາເຂົ້າຍັງບໍ່ນໍາມາຮອດ ເຮົາຈັກບໍ່ອ້າປາກ.
Sekhiya 42. Bhuñjamānaເສຂິຍະ ໔໒. ພຸນຈະມານະສິກຂາບົດ
Na bhuñjamāno sabbahatthaṁ mukhe pakkhipissāmīti sikkhā karaṇīyā.
sabbahatthaṁ → sabbaṁ hatthaṁ (mm)ຄວນທໍາການສຶກສາວ່າ ເຮົາສັນຢູ່ຈັກບໍ່ສອດມືທັງມືເຂົ້າໃນປາກ.
Sekhiya 43. Sakabaḷaເສຂິຍະ ໔໓. ສະກະພະລະສິກຂາບົດ
Na sakabaḷena mukhena byāharissāmīti sikkhā karaṇīyā.
sakabaḷena → sakavaḷena (mm) | byāharissāmīti → byāhissāmīti (mm)ຄວນທໍາການສຶກສາວ່າ ໃນປາກຍັງມີຄໍາເຂົ້າເຮົາຈັກບໍ່ເວົ້າ.
Sekhiya 44. Piṇḍukkhepakaເສຂິຍະ ໔໔. ປິນຖຸກເຂປະກະສິກຂາບົດ
Na piṇḍukkhepakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນໂດຍການໂຍນຄຳເຂົ້າເຂົ້າປາກ.
Sekhiya 45. Kabaḷāvacchedakaເສຂິຍະ ໔໕. ກະພະລາວັດເສທະກະສິກຂາບົດ
Na kabaḷāvacchedakaṁ bhuñjissāmīti sikkhā karaṇīyā.
kabaḷāvacchedakaṁ → kavaḷa āvacchedakaṁ (mm)ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນກັດຄໍາເຂົ້າ.
Sekhiya 46. Avagaṇḍakārakaເສຂິຍະ ໔໖. ອະວະຄັນະຖະກາລະກະສິກຂາບົດ
Na avagaṇḍakārakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນເຮັດກະພຸ້ງແກ້ມໃຫ້ຕຸ່ຍ.
Sekhiya 47. Hatthaniddhunakaເສຂິຍະ ໔໗. ຫັດຖະນິດທຸນນະກະສິກຂາບົດ
Na hatthaniddhunakaṁ bhuñjissāmīti sikkhā karaṇīyā.
hatthaniddhunakaṁ → hatthaniddhūnakaṁ (mm)ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນພາງສະບັດມືພາງ.
Sekhiya 48. Sitthāvakārakaເສຂິຍະ ໔໘. ສິດຖາວະກາລະກະສິກຂາບົດ
Na sitthāvakārakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນເຮັດເມັດເຂົ້າຕົກ.
Sekhiya 49. Jivhānicchārakaເສຂິຍະ ໔໙. ຊິວະຫານິດສາລະກະສິກຂາບົດ
Na jivhānicchārakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນແລບລີ້ນ.
Sekhiya 50. Capucapukārakaເສຂິຍະ ໕໐. ຈະປຸຈະປຸກາລະກະສິກຂາບົດ
Na capucapukārakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນເຮັດສຽງດັ່ງຈັບໆ.
Kabaḷavaggo pañcamoກະພະລະວັກທີ່ ໕ ສຸດແລ້ວ.
Chapter 6. Surusuruບົດທີ ໖. ສຸຣຸສຸຣຸ
Sekhiya 51. Surusurukārakaເສຂິຍະ ໕໑. ສຸຣຸສຸຣຸກາລະກະສິກຂາບົດ
Na surusurukārakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນເຮັດສຽງດັ່ງຊູດໆ.
Sekhiya 52. Hatthanillehakaເສຂິຍະ ໕໒. ຫັດຖະນິນເລຫະກະສິກຂາບົດ
Na hatthanillehakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນເລຽມື.
Sekhiya 53. Pattanillehakaເສຂິຍະ ໕໓. ປັດຕະນິນເລຫະກະສິກຂາບົດ
Na pattanillehakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສິນເລຽບາດ
Sekhiya 54. Oṭṭhanillehakaເສຂິຍະ ໕໔. ໂອດຖະນິນເລຫະກະສິກຂາບົດ
Na oṭṭhanillehakaṁ bhuñjissāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ສັນເລຽແຂມຝີປາກ.
Sekhiya 55. Sāmisaເສຂິຍະ ໕໕. ສາມິສະສິກຂາບົດ
Na sāmisena hatthena pānīyathālakaṁ paṭiggahessāmīti sikkhā karaṇīyā.ຄວນທໍາການສຶກສາວ່າ ເຮົາຈັກບໍ່ເອົາມືເປື້ອນຈັບພາຊະນະນ້ຳ.
Sekhiya 56. Sasitthakaເສຂິຍ ໕໖. ສະສິດຖະກະສິກຂາບົດ
Na sasitthakaṁ pattadhovanaṁ antaraghare chaḍḍessāmīti sikkhā karaṇīyā.
karaṇīyā → karaṇīyā samatiṁsa bhojanāpaṭisaṁyuttā (mm)ຄວນທໍາການສຶກສາວ່າ ເຮົາຈັກບໍ່ເທນ້ໍາລ້າງບາດມີເມັດເຂົ້າໃນລະແວກເຮືອນ.
Sekhiya 57. Chattapāṇiເສຂິຍະ ໕໗. ສັດຕະປານິສິກຂາບົດ
Na chattapāṇissa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissā mīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີຣົ່ມໃນມື.
Sekhiya 58. Daṇḍapāṇiເສຂິຍະ ໕໘. ທັນທະປານິສິກຂາບົດ
Na daṇḍapāṇissa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີໄມ້ພອງໃນມື.
Sekhiya 59. Satthapāṇiເສຂິຍະ ໕໙. ສັດຖະປານິສິກຂາບົດ
Na satthapāṇissa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີສັດຕາໃນມື.
Sekhiya 60. Āvudhapāṇiເສຂິຍະ ໖໐. ອາວຸດທະປານິສິກຂາບົດ
Na āvudhapāṇissa agilānassa dhammaṁ desessāmīti sikkhā karaṇīyā.ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີອາວຸດໃນມື.
Surusuruvaggo chaṭṭhoສຸຣຸສຸຣຸວັກທີ່ ໗ ສຸດແລ້ວ
Chapter 7. Pādukaບົດທີ ໗. ປາທຸກະ
Sekhiya 61. Pādukaເສຂິຍະ ໖໑. ປາທຸກະສິກຂາບົດ
Na pādukāruḷhassa agilānassa dhammaṁ desessāmīti sikkhā karaṇīyā.ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໃສ່ເກີບທີ່ເຮັດມາຈາກໄມ້ (ຂຽງຕີນ).
Sekhiya 62. Upāhanaເສຂິຍະ ໖໒. ອຸປາຫະນະສິກຂາບົດ
Na upāhanāruḷhassa agilānassa dhammaṁ desessāmīti sikkhā karaṇīyā.
upāhanāruḷhassa → pādukārūḷhassa (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໃສ່ເກີບ.
Sekhiya 63. Yānaເສຂິຍະ ໖໓. ຍານະສິກຂາບົດ
Na yānagatassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໄປໃນຍານ.
Sekhiya 64. Sayanaເສຂິຍະ ໖໔. ສະຍະະນສິກຂາບົດ
Na sayanagatassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ຢູ່ເທິງທີ່ນອນ.
Sekhiya 65. Pallatthikaເສຂິຍະ ໖໕. ປັນລັດຖິກະສິກຂາບົດ
Na pallatthikāya nisinnassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ນັ່ງຮັດເຂົ່າ.
Sekhiya 66. Veṭhitaເສຂິຍະ ໖໖. ເວຖິຕະສິກຂາບົດ
Na veṭhitasīsassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ມີຜ້າພັນຫົວ.
Sekhiya 67. Oguṇṭhitaເສຂິຍະ ໖໗. ໂອກັນຖິຕະສິກຂາບົດ
Na oguṇṭhitasīsassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ຄຸມຫົວ.
Sekhiya 68. Chamāເສຂິຍ ໖໘. ສະມາສິກຂາບົດ
Na chamāyaṁ nisīditvā āsane nisinnassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົານັ່ງຢູ່ເທິງແຜ່ນດິນຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ຜູ້ນັ່ງເທິງອາດສະນະ.
Sekhiya 69. Nīcāsanaເສຂິຍະ ໖໙. ນີຈາສະນະສິກຂາບົດ
Na nīce āsane nisīditvā ucce āsane nisinnassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົານັ່ງເທິງອາດສະນະຕ່ຳຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ຜູ້ນັ່ງເທິງອາດສະນະສູງ.
Sekhiya 70. Ṭhitaເສຂິຍະ ໗໐. ຖິຕະສິກຂາບົດ
Na ṭhito nisinnassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຢືນຢູ່ຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ຜູ້ນັ່ງຢູ່.
Sekhiya 71. Pacchatogamanaເສຂິຍະ ໗໑. ປັດສະໂຕຄະມະນະສິກຂາບົດ
Na pacchato gacchanto purato gacchantassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm)ຄວນເຮັດການສຶກສາວ່າ ເຮົາຍ່າງໄປຂ້າງຫຼັງຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ຍ່າງໄປຂ້າງໜ້າ.
Sekhiya 72. Uppathenagamanaເສຂິຍະ ໗໒. ອຸບປະເຖນະຄະມະນະຕີສິກຂາບົດ
Na uppathena gacchanto pathena gacchantassa agilānassa dhammaṁ desessāmīti sikkhā karaṇīyā.
desessāmīti → desissāmīti (mm) | karaṇīyā → karaṇīyā soḷasa dhammadesanāpaṭisaṁyuttā (mm)ຄວນເຮັດການສຶກສາວ່າ ເຮົາຍ່າງໄປນອກທາງຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ຜູ້ໄປຢູ່ໃນທາງ.
Sekhiya 73. Ṭhitouccāraເສຂິຍະ ໗໓. ຖິໂຕອຸດຈາລະສິກຂາບົດ
Na ṭhito agilāno uccāraṁ vā passāvaṁ vā karissāmīti sikkhā karaṇīyā.ຄວນເຮັດການສຶກສາວ່າ ເຮົາບໍ່ອາພາດຈັກບໍ່ຢືນຖ່າຍອາຈົມຫຼືຍ່ຽວ.
Sekhiya 74. Hariteuccāraເສຂິຍະ ໗໔. ຫະຣິເຕອຸດຈາລະສິກຂາບົດ
Na harite agilāno uccāraṁ vā passāvaṁ vā kheḷaṁ vā karissāmīti sikkhā karaṇīyā.ຄວນເຮັດການສຶກສາວ່າ ເຮົາບໍ່ອາພາດຈັກບໍ່ຖ່າຍອາຈົມ ຍ່ຽວ ຫຼືບ້ວນນ້ຳລາຍ, ເສມຫະ, ສະເລດ (ເຂລະ) ເທິງຂອງສົດຂຽວ.
Sekhiya 75. Udakeuccāraເສຂິຍະ ໗໕. ອຸທະເກອຸດຈາລະສິກຂາບົດ
Na udake agilāno uccāraṁ vā passāvaṁ vā kheḷaṁ vā karissāmīti sikkhā karaṇīyā.ຄວນເຮັດການສຶກສາວ່າ ເຮົາບໍ່ອາພາດຈັກບໍ່ຖ່າຍອາຈົມ ຍ່ຽວ ຫຼືບ້ວນນ້ຳລາຍ, ເສມຫະ, ສະເລດ (ເຂລະ) ໃນນ້ຳ.
Pādukavaggo sattamoປາທຸກະວັກທີ່ ໗ ສຸດແລ້ວ
Uddiṭṭhā kho āyasmanto sekhiyā dhammā.ທ່ານທັງຫຼາຍ ເສຂິຍະທັງ ໗໕ ຂ້ານ້ອຍໄດ້ຍົກຂຶ້ນສະແດງແລ້ວ.
Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໒ ໃນຂໍ້ເຫຼົ່ານັ້ນທ່ານທັງຫລາຍເປັນຜູ້ບໍຣິສຸດແລ້ວບໍ?,
tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໓ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.
dhārayāmīti → dhārayāmi (mm)ທ່ານທັງຫຼາຍເປັນຜູ້ບໍຣິສຸດໃນຂໍ້ເຫຼົ່ານີ້ແລ້ວເຫດນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Sekhiyā niṭṭhitāເສຂິຍາ ສຸດແລ້ວ
Adhikaraṇasamathāອະທິກະລະນະສະມະຖາ
Ime kho panāyasmanto satta adhikaraṇasamathā dhammā uddesaṁ āgacchanti.
satta adhikaraṇasamathā → sattādhikaraṇasamathā (mm)ອັນນຶ່ງ ທ່ານທັງຫຼາຍ ອັນທຳຄືອທິກະລະນະສະມະຖະ ໗ ປະການຫຼົ່ານີ້ແລມາສູ່ອຸດເທດ ຄື.
Uppannuppannānaṁ adhikaraṇānaṁ samathāya vūpasamāya:ເພື່ອຄວາມສະຫງົບ ເພື່ອຄວາມລະງັບ ຊຶ່ງອະທິກອນທັງຫຼາຍທີ່ເກິດຂື້ນແລ້ວ:
Adhikaraṇasamatha 1ອະທິກະລະນະສະມະຖະ ໑
Sammukhāvinayo dātabbo.ຄວນໃຫ້ສັມມຸຂາວິໄນ ລະບຽບອັນຄວນເຮັດໃນທີ່ພ້ອມໜ້າ.
Adhikaraṇasamatha 2ອະທິກະລະນະສະມະຖະ ໒
Sativinayo dātabbo.ຄວນໃຫ້ສະຕິວິໄນລະບຽບ ທີ່ຍົກສະຕິຂຶ້ນເປັນຫຼັກ.
Adhikaraṇasamatha 3ອະທິກະລະນະສະມະຖະ ໓
Amūḷhavinayo dātabbo.ຄວນໃຫ້ລະບຽບແກ່ພິກຂຸຜູ້ເຊົາຈາກເປັນບ້າແລ້ວ.
Adhikaraṇasamatha 4ອະທິກະລະນະສະມະຖະ ໔
Paṭiññāya kāretabbaṁ.
paṭiññāya kāretabbaṁ → paṭiññātakaraṇaṁ (mm)ຄວນເຮັດຕາມຄຳສາລະພາບ.
Adhikaraṇasamatha 5ອະທິກະລະນະສະມະຖະ ໕
Yebhuyyasikā.ຄວນວິນິດໄສອາໄສຄວາມເຫັນຂ້າງຫຼາຍ.
Adhikaraṇasamatha 6ອະທິກະລະນະສະມະຖະ ໖
Tassapāpiyasikā.ກຳທີ່ສົງຄວນເຮັດໃນກິລິຍາທີ່ລົງໂທດແກ່ຜູ້ຜິດ.
Adhikaraṇasamatha 7ອະທິກະລະນະສະມະຖະ ໗
Tiṇavatthārakoti.ຄວນໃຫ້ລະບຽບ ດັ່ງທີ່ກົບໄວ້ດ້ວຍຫຍ້າ.
Uddiṭṭhā kho āyasmanto satta adhikaraṇasamathā dhammā.
uddiṭṭhā → uddiṭṭha (mm) | satta adhikaraṇasamathā → sattādhikaraṇasamathā (mm)ທຳຄືອະທິກະລະນະສະມະຖະ ໗ ປະການ ຂ້ານ້ອຍຍົກຂຶ້ນສະແດງແລ້ວ.
Tatthāyasmante pucchāmi, kaccittha parisuddhā,ຂ້ານ້ອຍຖາມທ່ານທັງຫຼາຍ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ບໍຣິສຸດແລ້ວບໍ?,
dutiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໒ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ໍບຣິສຸດແລ້ວບໍ?
tatiyampi pucchāmi, kaccittha parisuddhā,ຂ້ານ້ອຍຖາມແມ່ນວ່າເທື່ອທີ່ ໓ ໃນຂໍ້ເຫຼົ່ານັ້ນທ່ານທັງຫຼາຍເປັນຜູ້ໍບຣິສຸດແລ້ວບໍ?
parisuddhetthāyasmanto, tasmā tuṇhī, evametaṁ dhārayāmīti.
dhārayāmīti adhikaraṇasamathā → dhārayāmi sattādhikaraṇasamathā (mm)ທ່ານທັງຫຼາຍເປັນຜູ້ບໍຣິສຸດໃນຂໍ້ເຫຼົ່ານີ້ແລ້ວເຫດນັ້ນຈຶ່ງນິ່ງ ຂ້ານ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
Adhikaraṇasamathā niṭṭhitāອະທິກະລະນະສະມະຖາ ສຸດແລ້ວ
Uddiṭṭhaṁ kho āyasmanto nidānaṁ,ຂ້ານ້ອຍພຽງສະແດງໂດຍສະຫຼຸບເທົ່ານັ້ນ ໃນຂໍ້ຄວາມເບື້ອງຕົ້ນ,
uddiṭṭhā cattāro pārājikā dhammā,ທ່ານທັງຫຼາຍ ທຳຄືປາລາຊິກ ໔ ສິກຂາບົດ ອັນຂ້ານ້ອຍໄດ້ຍົກຂຶ້ນສະແດງແລ້ວແລ,
uddiṭṭhā terasa saṅghādisesā dhammā,ທຳຄືສັງຄາທິເສດ ໑໓ ສິກຂາບົດ ຂ້ານ້ອຍຍົກຂຶ້ນສະແດງແລ້ວ,
uddiṭṭhā dve aniyatā dhammā,ທຳຄືອະນິຍະຕະ ໒ ສິກຂາບົດ ຂ້ານ້ອຍໄດ້ຍົກຂຶ້ນສະແດງແລ້ວແລ,
uddiṭṭhā tiṁsa nissaggiyā pācittiyā dhammā,ທຳຄືນິສສັກຄິຍະປາຈິດຕີ ໓໐ ສິກຂາບົດ ຂ້ານ້ອຍຍົກຂຶ້ນສະແດງແລ້ວ,
uddiṭṭhā dvenavuti pācittiyā dhammā,ທຳຄືປາຈິດຕີ ໙໒ ສິກຂາບົດ ຂ້ານ້ອຍຍົກຂຶ້ນສະແດງແລ້ວ,
uddiṭṭhā cattāro pāṭidesanīyā dhammā,ທຳຄືປາຕິເທສະນີຍະ ໔ ສິກຂາບົດ ຂ້ານ້ອຍຍົກຂຶ້ນສະແດງແລ້ວ,
uddiṭṭhā sekhiyā dhammā,ທຳຄືເສຂິຍະ ໗໕ ສິກຂາບົດ ຂ້ານ້ອຍຍົກຂຶ້ນສະແດງແລ້ວ,
uddiṭṭhā satta adhikaraṇasamathā dhammā.
satta adhikaraṇasamathā → sattādhikaraṇasamathā (mm)ທຳຄືອທິກະລະນະສະມະຖະ ໗ ປະການ ຂ້ານ້ອຍຍົກຂຶ້ນສະແດງແລ້ວ.
Ettakaṁ tassa bhagavato suttāgataṁ suttapariyāpannaṁ anvaddhamāsaṁ uddesaṁ āgacchati.
anvaddhamāsaṁ → anvaḍḍhamāsaṁ (mm)ສິກຂາບົດຂອງພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນມີເທົ່ານີ້ ມາໃນພຣະປາຕິໂມກນັບເນື່ອງໃນພຣະປາຕິໂມກຂ໌ມາສູ່ອຸດເທດທຸກເຄິ່ງເດືອນ.
Tattha sabbeheva samaggehi sammodamānehi avivadamānehi sikkhitabbanti.ພວກເຮົາທັງໝົດນີ້ແລຄວນເປັນຜູ້ພ້ອມພຽງກັນ ຮ່ວມໃຈກັນ ບໍ່ວິວາດກັນ ສຶກສາໃນພຣະປາຕິໂມກນັ້ນເຖີ້ນ.
Vitthāruddeso pañcamo.
vitthāruddeso pañcamo bhikkhupātimokkhaṁ → bhikkhupāṭimokkhaṁ (mm)ອຸທເທດທີ່ ໕ ໂດຍພິດສະດານ ສຸດແລ້ວ
Bhikkhupātimokkhaṁ niṭṭhitaṁພິກຂຸປາຕິໂມກ ສຸດແລ້ວ
Namo tassa bhagavato arahato sammāsambuddhassaຂໍນ້ອມໄຫວ້ແດ່ພຣະຜູ້ມີພຣະພາກເຈົ້າ ອະລະຫັນຕະສັມມາສັມພຸດທະເຈົ້າ ພຣະອົງນັ້ນ